ບັນດາອົງການທີີ່ມີໜ້າທີ່ກ່ຽວຂ້ອງໄດ້ປະກາດສະພາວະສຸກເສີນຢູ່ນັບສິບລັດ ເພື່ອຮັບມືກັບສະພາບຫິມະຕົກໜາ, ໝາກເຫັບຕົກ ແລະ ລົມໜາວພັດແຮງ, ເຮັດໃຫ້ອຸນຫະພູມຢູ່ຫຼາຍເຂດລົງລະດັບລົບ 20 ຫາ 30 ອົງສາ. ອົງການພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ສະຫະລັດ ອາເມຣິກາ ກ່າວເຕືອນວ່າ: ນີ້ແມ່ນພາຍຸທີ່ມີລະດັບຄວາມແຮງທີ່ສຸດ ແລະ ສົ່ງຜົນສະທ້ອນຕໍ່ບໍລິເວນນັບພັນກິໂລແມັດ.
ກະແສນິຍົມ “ກາຍເປັນຄົນຈີນ” ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ
ຊາບໍາລຸງສຸຂະພາບໃນຕອນເຊົ້າສົ່ງກິ່ນອັນຫອມຫວນ, ລີລາຂອງກັງຟູຫຼັງຕອນທ່ຽງເພື່ອຜ່ອນຄາຍຮ່າງກາຍ, ເກີບແຕະທີ່ໃຊ້ໃນເຮືອນມີຄວາມອ່ອນນຸ້ມສະບາຍຕີນ, ອາຫານຈີນຢູ່ເທິງໂຕະອາຫານມີຄວາມແຊບນົວປະຈັກຕາ......ປັດຈຸບັນ, ກະແສນິຍົມກາຍເປັນຄົນຈີນທາງ TikTok ກໍາລັງແຜ່ລາມໄປໃນທົ່ວໂລກ, ໂດຍຊາວເນັດຈາກຫຼາຍປະເທດໄດ້ພາກັນຮຽນວິຖີຊີວິດແບບຈີນ ແລະ ກາຍເປັນ “ຄົນຈີນທາງດ້ານຈິດໃຈ”. ປະກົດການດ້ານວັດທະນະທໍາທີ່ໄດ້ຮັບຄວາມນິຍົມຊົມຊອບໃນໂລກດັ່ງກ່າວ, ບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນຢ່າງມີຊີວິດຊີວາວ່າ: ກໍາລັງແຮງດຶງດູດດ້ານວັດທະນະທໍາ ຫຼື softpower ຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງໝັ້ນທ່ຽງເທົ່ານັ້ນ, ຍັງໄດ້ພິສູດໃຫ້ເຫັນເຖິງພະລັງແຮງຂອງການຖອດຖອນບົດຮຽນຊຶ່ງກັນ ແລະ ກັນດ້ານອະລິຍະທໍາທີ່ໄດ້ຈາກການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນນໍາອີກ.
ຄໍາເຫັນ