ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຂະຫຍາຍເສດຖະກິດ

ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຂະຫຍາຍເສດຖະກິດ

ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຂະຫຍາຍເສດຖະກິດ
ໂດຍ:ວັນໄຊ ຕະວິນຍານ ພາຍຫຼັງໄດ້ຮັບແຈ້ງການຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ

 ໃນຂອບເຂດທົ່ວປະເທດ. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງແຜນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະປີ 2020-2024,ພ້ອມທັງປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຮອດປີ 2025 ຄື: “ຍົກສູງຄຸນນະພາບຂອງການນໍາພາຂອງພັກ ໃນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃຫ້ທັນສະໄໝ ກ້າວສູ່ເສດຖະກິດດີຈີຕອນສີຂຽວ ແລະ ຍືນຍົງ”

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກຮອງລັດຖະມົນຕີກະຊວງອຸດສາຫະກໍາ

ແລະ ການຄ້າກ່າວວ່າ:ໂດຍເຫັນໄດ້ຄວາມສຳຄັນໃນວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຕິດພັນກັບວຽກງານການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ.ຮອດປັດຈຸບັນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດພັດທະນາ ມີຫ້ອງການ, ກົມ, ສຳນັກງານ ແລະ ສະຖາບັນ, ລົງທະບຽນເຂົ້າຮ່ວມ14 ກົມກອງ, ມີພະນັກງານ-ລັດຖະກອນທັງໝົດຈຳນວນ 628 ຄົນຍິງ 255 ຄົນ. ສໍາລັບຫົວໜ່ວຍທຸລະກິດ ປະກອບມີ 4 ລັດວິສາຫະກິດ ແລະ 2 ບໍລິສັດຮ່ວມທຶນກັບຕ່າງປະເທດ,ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວມີຜູ້ເຂົ້າຮ່ວມລົງທະບຽນແຂ່ງຂັນ ຈໍານວນທັງໜົດ 1,057 ຄົນຍິງ 628 ຄົນ,ເນື່ອງຈາກວ່າບັນດາໜ່ວຍພັກຫົວໜ່ວຍທຸລະກິດດັ່ງກ່າວຂຶ້ນກັບອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ຄຸ້ມຄອງແຕ່ສາຍພັກ).ສໍາລັບໜ່ວຍພັກບໍລິສັດຢາສູບ ຈໍາກັດ ແມ່ນບໍ່ໄດ້ເປີດຂະບວນການແຂ່ງຂັນ ແລະ ບໍ່ໄດ້ລົງທະບຽນແຂ່ງຂັນ.

ສໍາລັບແຜນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2025 ນີ້ ກະຊວງຈະສຸມໃສ່ ຄາດໝາຍຕົ້ນຕໍຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ຄັ້ງທີ Vແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ວາງອອກ ເປັນຕົ້ນ: ແມ່ນສຸມໃສ່ຈັດຕັ້ງປະຕິບັດ 5 ແຜນງານຕົ້ນຕໍ ແລະ ວຽກງານຈຸດສຸມຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຄື:ການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນສູ້ຊົນເຮັດໃຫ້ອັດຕາສ່ວນມູນຄ່າສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງ ກວມ 50%ໃນປີ 2025, ສັດສ່ວນຂອງມູນຄ່າການສົ່ງອອກ ພາຍໃຕ້ສິດທິພິເສດທາງດ້ານການຄ້າກວມ 25%ໃນປີ 2025.ຕັ້ງໜ້າສົ່ງເສີມການພັດທະນາອຸດສາຫະກໍາ ແລະ ການຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ.ສູ້ຊົນເຮັດໃຫ້ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປະກອບສ່ວນໃນໂຄງສ້າງ GDPໃຫ້ໄດ້ 22-23%.ອັດຕາການປະກອບສ່ວນອຸດສາຫະກຳປຸງແຕ່ງໃນລວມຍອດຜະລິດຕະພັນພາຍໃນ (GDP)12%,ສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 3% ຕໍ່ປີ.ເຮັດໃຫ້ຫົວໜ່ວຍທຸລະກິດໄດ້ຮັບໂອດັອບ (DOP)ເພີ່ມຂຶ້ນ 20 ຫົວໜ່ວຍຕໍ່ປີ ແລະ ຢ່າງໜ້ອຍໃຫ້ໄດ້ 20 ຜະລິດຕະພັນໂອດັອບຕໍ່ປີ.ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ.ເຮັດໃຫ້ຕົວຊີ້ວັດ“ການເລີ່ມຕົ້ນທຸລະກິດ”ຂອງປະເທດລາວຢູ່ໃນອັນດັບຕໍ່າກວ່າອັນດັບສອງໂຕເລກລົງມາ ສູ້ຊົນໃຫ້ຕົວຊີ້ວັດການຄ້າຂ້າມແດນ ຂອງ ສປປ ລາວ ຢູ່ໃນອັນດັບຕໍ່າກວ່າອັນດັບ 50 ລົງມາ, ສູ້ຊົນເຮັດໃຫ້ການເພີ່ມຂຶ້ນຂອງຈຳນວນຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ "SMEs") ໃໝ່ເພີ່ມຂຶ້ນ 2% ຕໍ່ປີ.ເຮັດໃຫ້ການປະກອບສ່ວນຂອງ(ຈນກ) ຕໍ່ GDP ກວມ 18%,ຂະຫຍາຍຕະຫຼາດໃຫ້ເພີ່ມຂຶ້ນຢ່າງໜ້ອຍ 856 ແຫ່ງ, ໃນນັ້ນ, ຕະຫຼາດໃຫຍ່ 58 ແຫ່ງ, ຕະຫຼາດກາງ 165 ແຫ່ງ, ຂະໜາດນ້ອຍ 436 ແຫ່ງ ແລະ ປັບປຸງຍົກລະດັບໃຫ້ເປັນຕະຫຼາດມາດຕະຖານຕື່ມຢ່າງໜ້ອຍ 18 ແຫ່ງ,ຂະຫຍາຍຕະຫຼາດທັນສະໄໝ (ຊຸບເປີມາເກັດ, ຮ້ານຊັບພະສິນຄ້າ, ສູນການຄ້າ) ໃຫ້ໄດ້ຢ່າງໜ້ອຍ 68 ແຫ່ງ ແລະ ຄຸ້ມຄອງຕະຫຼາດ E-commerce.

ກະຊວງອຸດສະຫະກໍາ-ການຄ້າ ຈະສືບຕໍ່ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່.ເຮັດໃຫ້ອັດຕາການເຊື່ອມໂຍງການຄ້າ ໃຫ້ໄດ້ຫຼາຍກວ່າ 70%,ມີລະບົບການຊື້-ຂາຍສິນຄ້າ ຜ່ານທາງລະບົບການຄ້າທາງເອເລັກໂຕຣນິກ, ມີລະບົບການຊື້-ຂາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຜ່ານແອັບພີເຄເຊິນ ຜ່ານທາງໂທລະສັບມືຖື (ODOP APP).ເຮັດໃຫ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ທັນສະໄໝ, ວ່ອງໄວ, ເຊື່ອຖືໄດ້ ແລະ ຍືນຍົງ.

ນອກຈາກນີ້,ກະຊວງຈະໄດ້ສຸມໃສວຽກບຸລິມະສິດຂອງຂະແໜງການທີ່ຕິດພັນກັບວາລະແຫ່ງຊາດເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ເລກທີ 19 ຂອງກົມການເມືອງສູນກາງພັກ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 91/ນຍ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນກາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຊຶ່ງຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ຜັນຂະຫຍາຍ ເປັນຂໍ້ຕົກລົງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 1919/ອຄ, ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກ ຄະນະສະເພາະກິດຕາມມະຕິຕົກລົງ ເລກທີ 19/ກມສພ ແລະ ຂໍ້ຕົກລົງ ເລກທີ91/ນຍ ໂດຍສ້າງຕັ້ງຄະນະຮັບຜິດຊອບອອກເປັນ 9 ກຸ່ມມາດຕະການຄື:ມາດຕະການ ຄຸ້ມຄອງລາຄາສິນຄ້າ,ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າ,ມາດຕະການ ການອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ,ກວດກາ ແລະ ສະກັດກັ້ນການຄ້າສິນຄ້ານອກລະບົບ,ການຄຸ້ມຄອງການສະໜອງນໍ້າມັນເຊື້ອໄຟ,ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາແລະ ມາດຕະການ ໂຄສະນາ ແລະ ປະຊາສໍາພັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ