ຂະບວນຍ່າງ ເພື່ອສຸຂະພາບ ຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ

ຂະບວນຍ່າງ ເພື່ອສຸຂະພາບ ຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ
ພິທີເປີດຂະບວນຍ່າງ ເພື່ອສຸຂະພາບ, ຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024)ໄດ້ຈັດຂຶ້ນໃນວັນທີ 18 ມັງກອນ ນີ້ ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຕັດເຖບຜ້ານໍາພາຂະບວນຍ່າງໂດຍທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່   ປະທານປະເທດ  ແຫ່ງ ສປປ ລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານການນໍາພັກ-ລັດ; ພະນັກງານປະຕິວັດອາວຸໂສບໍານານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຄະນະຮັບຜິດຊອບລະດັບຊາດສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ກ່າວໃນພິທີວ່າ: 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງເປັນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບລາວ ທີ່ໝູນວຽນມາ ຄົບຮອບ 75 ປີ. ບົນເສັ້ນທາງ ແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫຼະນາໆປະການ ຕໍ່ສູ້ເພື່ອປະຊາຊົນຕີເອົາຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກວ່າພວກເຮົາບໍ່ຈັກວ່າເທົ່າໃດທົບ, ປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມຊື່ວ່າ ກອງທັບວິລະຊົນ, ຊາດລາວວິລະຊົນ, ຄົນລາວພິລະອາດຫານ ດ້ວຍຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ, ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ.ຕະຫຼອດໄລຍະ 75ປີ ຜ່ານມາກອງທັບປະຊາຊົນລາວເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ ຊຶ່ງໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກ  ລັດ ວ່າ: ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ. ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ”ຊຶ່ງເປັນປັດໄຈສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອີງໃສ່ປະຊາຊົນເປັນກໍາລັງໜູນຊ່ວຍຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄື ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ.
ຂະບວນການກໍໄດ້ເລີ່ມຕົ້ນດ້ວຍການຍ່າງ ແລະ ຮັບຊົມການສະແດງຝູງເຄື່ອງບິນກິລາຈາກກອງທັບ ປະຊາຊົນລາວ ແລະ ສປ ຈີນ ບິນສະແດງໂຊ ຢ່າງສະຫງ່າອົງອາດ ແລະ ງົດງາມ ເພື່ອເປັນການສ້າງບັນຍາກາດ. ເຮັດໃຫ້ງານສະເຫຼີມສະຫຼອງ 75ປີ ຂອງກອງທັບປະຊາຊົນລາວມີຄວາມຄຶກຄື້ນ, ມ່ວນຊື່ນ ແລະ ປະທັບໃຈ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ

ໃນວັນທີ 17 ກໍລະກົດນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2025 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 15 ແລະ ປິດລົງໃນວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະພາແຫ່ງຊາດອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສູດປະຈໍາສານສູງສຸດແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ທໍານຽບປະທານປະເທດ. ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລະຫວ່າງວັນທີ 14-18 ກໍລະກົດ 2025.
ປະທານປະເທດຕ້ອນຮັບ ຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ປະທານປະເທດຕ້ອນຮັບ ຄະນະພະນັກງານການນໍາໜຸ່ມ 3 ປະເທດລາວ-ຫວຽດນາມ-ກໍາປູເຈຍ

ໃນວັນທີ 14 ກໍລະກົດ ນີ້ ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະໂດຍການເປັນເຈົ້າພາບ ແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ເປີດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ: ພັດທະນາຄວາມສະເໝີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດຂຶ້ນໃນວັນທີ 10 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ແລະ ມີບັນດາຄອບຄົວການນໍາ,​ ລັດຖະມົນຕີ-ຮອງລັດຖະມົນຕີ, ມີການນຳພັກ-ລັດ, ທຸຕານຸທູດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ກໍລະກົດ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ເພີ່ມເຕີມ