ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III
ກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III ໄດ້ຈັດຂຶ້ນໃນວັນທີ່ 5 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມບໍລິສັດໄຟຟ້ານ້ຳອູຈຳກັດ, ມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ຈາງ ເສີ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກ ເໜືອ ແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າສະພາການຄ້າ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຂກອງປະຊມສະພາການຄາຈນ ປະຈາແຂວງຫວງພະບາງ ຄງທ III - image 1
 

ໃນກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາ ທ່ານ ຖາງ ຈີນ ປີງ ເປັນປະສະພາການຄ້າຈີນ ແຂວງຫຼວງພະບາງ, ທັງຄັດເລືອກເອົາຄະນະປະທານບໍລິຫານ ແລະ ເລຂາທິການສະພາການຄ້າຈີນ ແຂວງຫຼວງພະບາງ. ຈາກນັ້ນ, ໄດ້ມີການຜ່ານບົດສະຫຼຸບ ການເຄື່ອນໄຫວຽກງານແຕ່ປີ 2021-2025. ຊຶ່ງເປັນບາດກ້າວສຳຄັນໃນໄລຍະ 5 ປີ ແຫ່ງການພັດທະນາຂອງສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ, ພາຍໃຕ້ການນຳພາທີ່ເຂັ້ມແຂງ ແລະ ການຊີ້ນຳຢ່າງຮອບດ້ານ ຂອງສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳແຂວງຫຼວງພະບາງ, ພ້ອມດ້ວຍອົງການປົກຄອງແຂວງ, ນະຄອນ ຫຼວງພະບາງ, ພະແນກອຸດສາຫະກຳ ແລະ ການຄ້າ ຕະຫຼອດຮອດສະພາການຄ້າຈີນ ປະຈຳລາວ, ຄະນະບໍລິຫານງານ ສະພາການຄ້າ ຊຸດທີ 2 ໄດ້ສຸມໃສ່ເປົ້າໝາຍ "ຄວາມສາມັກຄີ, ອຸທິດຕົນ, ຍຶດຖືຄວາມຈິງ ແລະ ການພັດທະນາ". ໃນການຈັດຕັ້ງປະຕິບັດການສ້າງຕັ້ງອົງກອນ, ການບໍລິການສະມາຊິກ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການແລກປ່ຽນເສດຖະກິດການຄ້າ ແລະ ວັດທະນະນຳ ລະຫວ່າງ ລາວ-ຈີນ ແມ່ນໄດ້ຮັບຜົນສຳເລັດອັນດີງາມ. 

ໄຂກອງປະຊມສະພາການຄາຈນ ປະຈາແຂວງຫວງພະບາງ ຄງທ III - image 2
 

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ວັນທີ 19 ສິງຫາ ຜ່ານມານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.
Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

ວັນທີ 20 ສິງຫາ ນີ້, Vietjet ສະເຫຼີມສະຫຼອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ, ເພື່ອເສີມສ້າງສະຖານະພາບຂອງສາຍການບິນໃນຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ.
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິ ກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025.
ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

​ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້​ຕ້ອນ​ຮັບ​ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະອຳລາ ໃນວັນທີ 21 ສິງຫາ ນີ້ ທີ່ສໍານັກງານສູນກາງແນວລາວສ້າງຊາດ (ສນຊ) ເນື່ອງໃນ​ໂອ​ກາດ​ທີ່ທ່ານ​ທູດ ຈະສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.
ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງລາວຂອງ ອົງການຮ່ວມມືຊາງໄຮ (shanghai cooperation organization: SCO) ໃນຍຸກ ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ ໂຮງແຮມ St.Regis ປັກກິ່ງ ສປ ຈີນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເຊິນໂປ ເລຂາທິການສູນສຶກສາແນວຄິດຂອງປະທານ ສີຈິ້ນຜິງ ດ້ານການທູດ ແລະ ປະທານສະຖາບັນການສຶກສາສາກົນແຫ່ງປະເທດຈີນ. ພ້ອມດ້ວຍແຂກຖືກເຊີນຈາກກະຊວງການຕ່າງປະເທດ ສປ ຈີນ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ໂດຍປະຕິບັດຕາມແຜນການຮ່ວມມືປະຈໍາປີ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025 ເພື່ອຮ່ວມກັນກັບຝ່າຍຈີນ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ.
ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມດ້ວຍ​​ຄະ​ນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງວຽງຈັນ ສປປ ລາວ, ໂດຍມີ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ພູວົງ ວົງຄໍາຊາວ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/ 2025) ຄົບຮອບ 80 ປີ ໃນວັນທີ 20 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ.
ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 20 ສິງຫານີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ນໍາໂດຍສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ.
ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ຄະນະຜູ້ແທນມະຫາວິທະຍາໄລ ສປ ຈີນ ພົບປະຮ່ວມມືດ້ານວິຊາການ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ

ວັນທີ 18 ສິງຫາ ນີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ, ທ່ານ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ ພ້ອມຄະນະ ໄດ້ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຮ່ວມຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໜປັດຈຸບັນ ມະຫາວິທະຍາໄລ ຊານຕົງ ສປ ຈີນ ພ້ອມດ້ວຍຄະນະ.
ເພີ່ມເຕີມ