![]() |
ພິທີເຊັນສັນຍາ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026 ທີ່ ຫ້ອງການຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທືນແຂວງ ລະຫວ່າງ ທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຄໍາມ່ວນ ແລະ ທ່ານ ວິໄລ ໄຊຍະອຳເພີ ປະທານ ບໍລິສັດ VML ຈຳກັດຜູ້ດຽວ, ຮ່ວມລົງນາມເປັນພິຍານມີຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ຄະນະກຳມະການປົກຄອງເມືອງທ່າແຂກ, ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ການລົງນາມສັນຍາໃນຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ທີ່ອະນຸມັດໃຫ້ ບໍລິສັດ VML ຈຳກັດຜູ້ດຽວ ສຳປະທານເນື້ອທີ່ດິນດັ່ງກ່າວ ເພື່ອພັດທະນາສິ່ງອຳນວຍຄວາມສະດວກດ້ານການບໍລິການ ແລະ ສ້າງຈຸດພັກຜ່ອນທີ່ທັນສະໄໝ ຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ສ່ວນສັນຍາສຳປະທານ ແມ່ນມີອາຍຸການນຳໃຊ້ 30 ປີ ນັບແຕ່ວັນທີ່ສອງຝ່າຍລົງລາຍເຊັນຮ່ວມກັນ ແລະ ສາມາດຂໍຕໍ່ອາຍຸສັນຍາໄດ້ຕາມລະບຽບ ແລະ ກົດໝາຍຂອງ ສປປ ລາວ. ໂຄງການດັ່ງກ່າວ ຄາດວ່າຈະຊ່ວຍຍົກລະດັບພູມສັນຖານການທ່ອງທ່ຽວ ຂອງເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ມີຄວາມໂດດເດັ່ນຂຶ້ນ ພ້ອມທັງສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.
ຂ່າວ : ມະນີວັນ

ຄໍາເຫັນ