ໃນວັນທີ 26 ຕຸລານີ້, ແຂວງຄໍາມ່ວນ ຮ່ວມກັບ ເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງໄດ້ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ (ໃນວັນທີ 13 ກໍລະກົດ 2025) ແລະ ເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນແຫ່ງທໍາອິດ ລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ຊຶ່ງກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫຼອງ ເມືອງບົວລະພາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ມີນັກຂີ່ລົດຖີບຈາກພາກສ່ວນບໍລິສັດ, ລັດວິສາຫະກິດ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.
ໃນພິທີ, ໄດ້ມີການແນະນໍາລະບຽບການສັນຈັນຈອນຂອງຂະບວນລົດຖີບຕະຫຼອດເຖິງເຕັກນິກໃນການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂະບວນລົດຖີບຕະຫຼອດໄລຍະທາງການສັນຈອນ ນັບແຕ່ຈຸດເລີ້ມຕົ້ນຈົນຮອດຈຸດສິ້ນສຸດຄືບໍລິເວນຖໍ້ານໍ້າລອດເຊບັ້ງໄຟ (ບ້ານໜອງປິງ) ລວມໄລຍະທາງ 26 ກິໂລແມັດ. ຕະຫຼອດໄລຍະທາງຂອງຂະບວນລົດຖີບຜ່ານແມ່ນມີການພັກຜ່ອນດື່ມນໍ້າ, ພ້ອມນັ້ນກໍ່ໄດ້ມີພໍ່ແມ່ປະຊາຊົນແຕ່ລະບ້ານ, ບຸກຄົນໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມກິດຈະກໍາເປັນຈໍານວນ 250 ກວ່າຄົນ. ພິເສດໃນກິດຈະກໍາຄັ້ງນີ້, ເຈົ້າແຂວງຄໍາມ່ວນກໍໄດ້ມອບເງິນຊຸກຍູ້ໃຫ້ເມືອງບົວລະພາຈໍານວນ 100 ລ້ານກີບ ຊຶ່ງເປັນກຽດຮັບໂດຍທ່ານເຈົ້າເມືອງບົວລະພາ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ