![]() |
ກອງປະຊຸມໄດ້ນໍາສະເໜີ ກ່ຽວກັບຊຸດຜົນປະໂຫຍດ ແລະ ເນື້ອໃນສັນຍາ ການປະກັນສັງຄົມ, ຂໍ້ມູນການໃຫ້ບໍລິການຂອງໂຮງໝໍແຂວງ ລວມເຖິງການນໍາສະເໜີບັນຫາທີ່ໄດ້ຮັບການຮ້ອງຮຽນ ພ້ອມນີ້, ກອງປະຊຸມຍັງເປີດໂອກາດໃຫ້ມີການປຶກສາຫາລືແລກປ່ຽນ ປະເດັນທີ່ກ່ຽວກັບການນໍາໃຊ້ບໍລິການຂອງໂຮງໝໍ, ການປະສານງານລະຫວ່າງອົງການປະກັນສັງຄົມ ກັບ ໂຮງໝໍ ແລະ ບັນຫາຕ່າງໆທີ່ຕິດພັນ.
ການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການປະສານງານລະຫວ່າງ ອົງການປະກັນສັງຄົມ, ຂະແໜງສາທາລະນະສຸກ ແລະ ຂະແໜງແຮງງານ–ສະຫວັດດີການສັງຄົມ ໃນການແລກປ່ຽນຂໍ້ມູນ, ຮັບຟັງບັນຫາ ແລະ ຊອກຫາແນວທາງປັບປຸງການປະສານງານ ເພື່ອຄວາມເປັນເອກະພາບໃນການປະສານງານ ແລະ ການຈັດຕັ້ງປະຕິບັດ ເພື່ອໃຫ້ວຽກງານ ແລະ ການບໍລິການແກ່ປະຊາຊົນມີຄວາມຄ່ອງຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.ຂ່າວ: ກອງຄໍາ

ຄໍາເຫັນ