ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານ ກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V ໂດຍສະເພາະບັນດາເອກະສານປິ່ນອ້ອມຕ່າງໆ ເປັນຕົ້ນ: ຮ່າງວາລະດຳເນີນກອງປະຊຸມ, ຮ່າງແຜນບັນຊາກອງປະຊຸມ, ຮ່າງບົດລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນສຳເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນຂັ້ນແຂວງ, ຮ່າງເອກະສານທີ່ຕິດພັນກັບໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງອົງການລັດຂັ້ນແຂວງ, ຮ່າງບົດປະກອບຄໍາເຫັນ, ຄໍາຖາມເຈາະຈິ້ມ, ຮ່າງມະຕິກອງປະຊຸມ ແລະ ອື່ນໆ. ພ້ອມນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນຕ່າງໆ ເພື່ອຮັບປະກັນໃຫ້ການພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຄຸນນະພາບສູງ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ກົມກຽວກັບນິຕິກຳທີ່ກ່ຽວຂ້ອງ ຂອງອົງການບໍລິຫານລັດຂັ້ນທ້ອງຖິ່ນ ທັງເພື່ອໃຫ້ມີຄວາມເປັນເອກະພາບ ຕໍ່ເນື້ອໃນທີ່ຈະນໍາເຂົ້າຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາບັນຫາຕ່າງໆ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ຊຶ່ງກອງປະຊຸມຄັ້ງປະຖົມມະລຶກ ຄາດວ່າຈະໄດ້ດຳເນີນຂຶ້ນ ໃນລະຫວ່າງວັນທີ 28-29 ເມສາ 2026 ຢູ່ທີ່ສະໂມສອນແຂວງຄໍາມ່ວນ.
(ຂ່າວ: ກອງຄໍາ)
ຄໍາເຫັນ