![]() |
ກ່ອນເຂົ້າສູ່ວາລະການຮັບຟັງປາຖະກະຖາ ບັນດາການນໍາຂັ້ນສູງຂອງແຂວງ, ຂອງກອງກໍາລັງ ປກຊ - ປກສ ໄດ້ພ້ອມກັນເຂົ້າຮ່ວມວາງພວງມາລາ ແລະ ກະຕ່າດອກໄມ້ເພື່ອຈາລຶກ, ຮູ້ບຸນຄຸນກໍຄືຄຸນງາມຄວາມດີຂອງກອງທັບປະຊາຊົນລາວທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ເພື່ອປະຊາຊົນຢູ່ທີ່ອານຸສາວະລີນັກຮົບນິລະນາມ, ອານຸສາວະລີປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານ ສຸພານຸວົງ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມຮັບຊົມຮູບເງົາການເຄື່ອນໄຫວເຮັດການປະຕິວັດຂອງກອງທັບປະຊາຊົນລາວຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ໃນແຕ່ລະໄລຍະ. ໃນພິທີປາຖະກະຖາຄັ້ງນີ້, ທ່ານ ພັນເອກ ຄໍາມອນ ບຸນໂຈມເຮືອງສີ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການຕໍ່ສູ້ທີ່ອົງອາດກ້າຫານບໍ່ຍອມຈໍານົນຂອງບັນພະບຸລຸດລາວເວົ້າລວມ, ເວົ້າສະເພາະກໍຄືກອງທັບປະຊາຊົນລາວທີ່ໄດ້ທໍາການຕໍ່ສູ້ຄຽງບ່າຄຽງໄຫຼ່ກັບພັກປະຊາຊົນ ປະຕິວັດລາວ ເພື່ອຕ້ານການກົດຂີ່ຂູດຮີດຂອງສັດຕູຜູ້ຮຸກຮານ ຈົນຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975.
![]() |
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)


ຄໍາເຫັນ