ຄຳມ່ວນ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງກອງທັບ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງ

ຄຳມ່ວນ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງກອງທັບ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງ
ວັນທີ 12 ກຸມພາ ນີ້, ການນໍາພັກ - ລັດ ແຂວງຄໍາມ່ວນ ນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄຳມ່ວນ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ນາຍທະຫານ, ນາຍຕຳຫຼວດ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານ 21 ມີນາ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) ແລະ ວັນສ້າງຕັ້ງ ກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 65 ປີ (13 ກຸມພາ 1959 – 13 ກຸມພາ 2024) ທີ່ໄດ້ໜູນວຽນມາເຖິງອີກວາລະໜຶ່ງ  ເພື່ອລະນຶກ, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.
ໃນໂອກາດນີ້, ຄະນະການນໍາຂອງແຂວງ ຍັງໄດ້ໄປຢ້ຽມຢາມ ໂຮງໝໍທະຫານແຂວງຄໍາມ່ວນ ຊຶ່ງໄດ້ຮັບຟັງກ່ຽວກັບປະຫວັດ ແລະ ມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບ ເສນາຮັກທະຫານແຂວງຄຳມ່ວນ ແຕ່ປີ 1959 ຈົນເຖິງປັດຈຸບັນ ພ້ອມທັງໄດ້ມອບເງິນ ເພື່ອຈັດຊື້ອຸປະກອນ ປະກອບສ່ວນເຂົ້າໃນການຮັກສາປິ່ນປົວຄົນເຈັບຢູ່ພາຍໃນໂຮງໝໍທະຫານແຂວງ ລວມມູນຄ່າ 1,5 ຕື້ກວ່າກີບ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ເຈົ້າແຂວງຈໍາປາສັກ​ ເຄື່ອນໄຫວຊຸກຍູ້ການກໍ່ສ້າງທາງເບຕົງ​ ຢູ່ບ້ານໂພນໄຊ

ວັນທີ​ 16 ມິຖຸນາ​ຜ່ານມາ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການສ້ອມແປງ, ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ໂດຍມີການນໍາບໍລິສັດຜູ້ຮັບເໝົາການກໍ່ສ້າງ,​ ອົງການປົກຄອງບ້ານ​ພັດທະນາໂພນໄຊ​ ເຂົ້າຮ່ວມ.​ ທັງນີ້,​ ກໍເພື່ອເປັນການຊຸກຍູ້ໃຫ້ການກໍ່ສ້າງເສັ້ນທາງເບຕົງ​ດັ່ງກ່າວ ມີຜົນສໍາເລັດ,​ ຕອບສະໜອງໃຫ້ແກ່ການສັນຈອນໄປ​ - ມາ ມີຄວາມສະດວກ​ ທັງປະກອບສ່ວນໃຫ້ນະຄອນປາກເຊ​ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ ແຂວງເຊກອງ ມີຄວາມຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ ຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງໝົດ 342 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 55 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 154 ຕື້ກີບ, ທຶນສິນເຊື່ອທະນາຄານ 74.06 ຕື້ກີບ, ທຶນພັດທະນາທ້ອງຖິ່ນ 45 ຕື້ກີບ, ບ້ວງເງິນເກີນແຜນ 10 ຕື້ກີບ ແລະ ທຶນຊຸມຊົນປະກອບສ່ວນ 2.5 ຕື້ກີບ.
ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມຈໍາໜ່າຍພະລັງງານໄຟຟ້າໄດ້ 204,919,077 kWh

ທ່ານ ສະນິດ ໄຊຍະສິດ ຜູ້ອໍານວຍການບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ໃຫ້ສໍາພາດວ່າ: ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມຜ່ານມາ ແຕ່ມື້ເລີ່ມຕົ້ນຮອດປັດຈຸບັນ ແມ່ນຜະລິດຕາມແຜນການທີ່ວາງໄວ້ ແລະ ຜະລິດຕາມປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະໄລຍະ, ການຂຶ້ນແຜນການຜະລິດ
ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ ໃນວັນທີ 16 ມິຖຸນາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳບັນດາກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ລັດຖະກອນຂົງເຂດຖະແຫຼງຂ່າວ ເຂົ້າຮ່ວມ.
ພົບປະກັບພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ຢູ່ ສປປ ລາວ

ພົບປະກັບພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ຢູ່ ສປປ ລາວ

ຫວ່າງມໍ່ໆມານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ຫຼື ICTC, ຫ້ອງການບໍລິການສະຖານທູດ​ ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມພົບປະກັບພະນັກງານທ້ອງຖິ່ນ (ແຮງງານລາວ) ທີ່ເຮັດວຽກນໍາອົງການຕ່າງປະເທດ ທີ່ມີສໍານັກງານຕັ້ງຢູ່ ສປປ ລາວ ພາຍໃຕ້ຫົວຂໍ້: “ວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ປະຈໍາປີ 2025 ແລະ ກິດຈະກໍາແຂ່ງຂັນກິລາມິດຕະພາບ” ໂດຍການເປັນປະທານ ຂອງທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະຊວງການຕ່າງປະເທດ.
ງານດົນຕີຜົນງານຝຶກອົບຮົມສິລະປະພາຍໃຕ້ຫົວຂໍ້ “ສົນທະນາ ແລະ ເຊື່ອມໂຍງ”

ງານດົນຕີຜົນງານຝຶກອົບຮົມສິລະປະພາຍໃຕ້ຫົວຂໍ້ “ສົນທະນາ ແລະ ເຊື່ອມໂຍງ”

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສູນວັດທະນະທໍາຈີນປະຈໍາ ສປປ ລາວ ຈັດງານດົນຕີຜົນງານຝຶກອົບຮົມສິລະປະ ພາຍໃຕ້ຫົວຂໍ້ “ສົນທະນາ ແລະ ເຊື່ອມໂຍງ” ແລະ ການວາງສະແດງຮູບແຕ້ມເຍົາວະຊົນສາກົນລາວ-ຈີນຂຶ້ນໃນວັນທີ 13 ມິຖຸນາຜ່ານມານີ້ ທີ່ສູນວັດທະນະທໍາຈີນ ໂດຍການເປັນເຈົ້າພາບຈັດງານຂອງສະມາຄົມແລກປ່ຽນວັດທະນະທໍາຈີນ-ຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ລະຫວ່າງວັນທີ 13-19 ມິຖຸນາ ຈະມີການຕັດຮອນກິ່ງຫງ່າໄມ້ຢູ່ຖະໜົນເສດຖາທິລາດເພື່ອປ້ອງກັນຄວາມປອດໄພ

ທ່ານ ດວງຕາ ບົວລະວົງ ຮອງພາກວິຊາເສດຖະສາດເຕັກໂນໂລຊີປຸງແຕ່ງໄມ້ ຊ່ຽວຊານອຸດສາຫະກຳປຸ່ງແຕ່ງໄມ້ ແລະ ພັດທະນາຜະລິດຕະພັນໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການຕັດຮອນກິ່ງຫງ່າຂອງຕົ້ນໄມ້ໃນວັນທີ 13 ມິຖຸນາວ່າ: ເນື່ອງຈາກວ່າມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິຣາດໄດ້ມີຜົນກະທົບຕໍ່ຮາກໄມ້ ໂດຍສະເພາະໄດ້ມີການຈົກເຮັດໃຫ້ຮາກໄມ້ສ່ວນໃຫຍ່ມັນຂາດ ເຮັດໃຫ້ການຢືນໂຕຂອງຕົ້ນ ໄມ້ອາດຈະບໍ່ໝັ້ນຄົງ ແລະ ຕົ້ນໄມ້ຢູ່ລຽບຕາມແຄມທາງ ເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງອາດຈະມີຄວາມສ່ຽງລົ້ມໃນໄລຍະລະດູຝົນ ເພື່ອເປັນການປ້ອງກັນຄວາມປອດໄພ ແລະ ອຸບັດເຫດທີ່ອາດຈະເກີດຂຶ້ນຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າໄມ້ຂອງຕົ້ນໄມ້ຈຳນວນ 61 ຕົ້ນ.
ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ ປີ 2024

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ; ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຜູ້ປະຈຳການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ຮັບເໝົາເກັບກູ້ລະເບີດ ອອກຈາກໂຄງການກໍ່ສ້າງເສັ້ນທາງ ຢູ່ 3 ເມືອງ

ພິທີເຊັນສັນຍາຮັບເໝົາເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ ອອກຈາກໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ ຈັດຂຶ້ນໃນວັນທີ 12 ມິຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍແມ່ນບໍລິສັດ ອິນຊີເກັບກູ້ ແລະ ທຳລາຍລະເບີດ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ຊຶ່ງປະກອບມີ 3 ເສັ້ນທາງຄື: ເສັ້ນທາງແຕ່ບ້ານປາກພະນັງ ຫາ ບ້ານຊອກ ເມືອງບົວລະພາ ມີຄວາມຍາວ 19.01 ກິໂລແມັດ, ເສັ້ນທາງແຕ່ບ້ານນາຊອຍ ເມືອງເຊບັ້ງໄຟ ຫາ ບ້ານກະພະ-ນໍ້າມະລາ ເມືອງມະຫາໄຊ ຄວາມຍາວ 19.55 ກິໂລແມັດ ແລະ ເສັ້ນທາງແຕ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ຫາ ບ້ານຜາໂຄ້ງ ເມືອງໄຊບົວທອງ ຄວາມຍາວ 53.02 ກິໂລແມັດ ຊຶ່ງລວມຄວາມຍາວທັງໝົດ 91.59 ກິໂລແມັດ.
ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ - ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ແກ່ພະນັກງານຫ້ອງວ່າການສູນກາງພັກ ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ ໄດ້ປິດລົງໃນຕອນແລງວັນທີ 12 ມິຖຸນານີ້ ທີ່ ຫສພ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍ ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ທັງໝົດ 40 ສະຫາຍ ຍິງ 17 ສະຫາຍ.
ເພີ່ມເຕີມ