ຜ່ານການຈັດຕັ້ງປະຕິບັດຕົວຈິງ, ແຜນການປູກພືດລວມປະຕິບັດໄດ້ 10,506 ເຮັກຕາ ເທົ່າກັບ 100% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 3,683 ເຮັກຕາ ທຽບໃສ່ແຜນການຫຼຸດລົງ 90 ເຮັກຕາ ຫຼື ເທົ່າກັບ 98%, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 6,823 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ລື່ນຄາດໝາຍ 69 ເຮັກຕາ ຫຼື ເທົ່າກັບ 101% .
ມາຮອດປັດຈຸບັນ ສາມາດເກັບກ່ຽວຜົນຜະລິດ (ພືດລວມ) ໄດ້ແລ້ວ 9,714 ເຮັກຕາ ເທົ່າກັບ 92.46%. ໃນນັ້ນ, ພືດທີ່ເປັນສະບຽງອາຫານເກັບກູ້ສໍາເລັດ 3,316 ເຮັກຕາ ເທົ່າກັບ 90.03%, ພືດທີ່ເປັນສິນຄ້າເກັບກູ້ສໍາເລັດແລ້ວ 6,398 ເຮັກຕາ ເທົ່າກັບ 93.78%. ສ່ວນເມືອງທີ່ຍັງບໍ່ທັນສໍາເລັດ ໃນການເກັບກູ້ຜົນຜະລິດປະກອບມີ ເມືອງໄຊບົວທອງ, ມະຫາໄຊ, ນາກາຍ ແລະ ເມືອງບົວລະພາ. ຄາດວ່າ ການເກັບກູ້ຜົນຜະລິດໃນທົ່ວແຂວງຈະໃຫ້ສໍາເລັດ 100% ໃນທ້າຍເດືອນພຶດສະພາ 2025 ນີ້.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ