ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 - 13/12/2025) ແລະ ຊົມເຊີຍຜົນສໍາເລັດ ການເຂົ້າຮ່ວມ ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງແຂວງຄໍາມ່ວນ ຍາດໄດ້ອັນດັບທີ 3 ຂອງທົ່ວປະເທດ ຮອງຈາກ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ກະຊວງປ້ອງກັນປະເທດ ແລະ ຊົມເຊີຍ ໃບຢັ້ງຢືນອຸທິຍານແຫ່ງຊາດ ຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
ສໍາລັບ ກິດຈະກຳຂີ່ລົດຖີບໃນຄັ້ງນີ້, ແມ່ນໄດ້ມີຫຼາຍພາກສ່ວນເຂົ້າຮ່ວມ, ນອກຈາກ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນສໍາຄັນທີ່ກ່າວມານັ້ນ, ຍັງເປັນການສ້າງຂະບວນການ ໃຫ້ທຸກເພດ, ທຸກໄວ ຫັນມາອອກກໍາລັງກາຍ ເຮັດໃຫ້ສຸຂະພາບ ສົມບູນ, ແຂງແຮງ, ທັງເປັນການສົ່ງເສີມ ໃຫ້ຜູ້ທີ່ມັກຮັກ ໃນການຂີ່ລົດຖີບ ຫັນມາອອກກໍາລັງກາຍ ໃຫ້ຫຼາຍຂຶ້ນ.
ເຂົ້າຮ່ວມໃນກິດຈະກຳຄັ້ງນີ້, ມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາການນໍາຂອງແຂວງ, ພະແນກການ, ອົງການຈັດຕັ້ງຂັ້ນແຂວງ, ສະມາຄົນຂີ່ລົດຖີບ ແລະ ມວນຊົນເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ ມ່ວນຊື່ນ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ