![]() |
ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 82 ແລະ 83 ລົງວັນທີ 4 ພຶດສະພາ 2026 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາອອກພັກການ ຮັບອຸດໜູນບໍານານ, ອີງຕາມຂໍ້ຕົກລົງ ຂອງປະທານປົກຄອງແຂວງ ສະບັບເລກທີ 236 ແລະ 295 ກ່ຽວກັບການອະນຸມັດໃຫ້ພະນັກງານນໍາພາ-ຄຸ້ມຄອງຂອງສະພາປະຊາຊົນແຂວງ ເຂົ້າຮັບອຸດໜູນບໍານານ ງວດ III ປີ 2026. ໂດຍໄດ້ອະນຸມັດໃຫ້ ທ່ານ ບຸນມີ ພິມມະສອນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ບົວພັນ ແສງຈັນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ອອກພັກການ ເຂົ້າຮັບອຸດໜູນບໍານານ.
ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍ້ອງຍໍຜົນງານຂອງທັງສອງທ່ານ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ປະສົບການ ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ການພັດທະນາແຂວງຄໍາມ່ວນຕະຫຼອດໄລຍະການປະຕິບັດໜ້າທີ່ ຈົນສ້າງຜົນງານອັນໂດດເດັ່ນ ແລະ ຊ່ວຍເປັນເຈົ້າການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ປະຊາຊົນ; ສືບຕໍ່ເປັນແບບຢ່າງທີ່ດີ ແລະ ຖ່າຍທອດບົດຮຽນໃຫ້ແກ່ພະນັກງານຮຸ່ນຫຼັງ. ພ້ອມນີ້ ທ່ານຍັງອວຍພອນໃຫ້ທັງສອງທ່ານ ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດຫຼັງອອກພັກການ ແລະ ສືບຕໍ່ນໍາໃຊ້ປະສົບການອັນມີຄຸນຄ່າ ປະກອບສ່ວນສ້າງສາ ແລະ ພັດທະນາທ້ອງຖິ່ນຕາມຄວາມເໝາະສົມຕໍ່ໄປ.
ຂ່າວ : ມະນີວັນ

ຄໍາເຫັນ