ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030

ຄຳມ່ວນ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ໄລຍະ 2026-2030
ກອງປະຊຸມ ປະກອບຄຳຄິດເຫັນ ຕໍ່ຮ່າງນິຕິກຳໃຕ້ກົດໝາຍ ແລະ ປຶກສາຫາລື ກ່ຽວກັບການສ້າງ, ປັບປຸງ ແລະ ປະເມີນນິຕິກຳໃຕ້ກົດໝາຍ ໄລຍະ 2026-2030 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026 ທີ່ຫ້ອງປະຊຸມເຮືອນພັກເບີ 1 ຂອງແຂວງ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຄຳມວນ ປະກອບຄຳຄດເຫນ ຕຮາງນຕກຳໃຕກດໝາຍ ໄລຍະ 2026-2030 - image 1
 

ກອງປະຊຸມຄັ້ງນີ້, ບັນດາຜູ້ຂົ້າຮ່ວມໄດ້ພ້ອມກັນ ຄົ້ນຄວ້າ ປຶກສາຫາລື ປະກອບຄຳຄິດເຫັນ ສັງລວມແຜນການສ້າງ, ປັບປຸງ ບັນດານິຕິກຳໃຕ້ກົດໝາຍ ຂອງບັນດາພະແນກການ ໃນໄລຍະປີ 2026-2030, ຊຶ່ງປະກອບມີ ຂົງເຂດວຽກວັດທະນະທໍາ-ສັງຄົມມີຄື: ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງດິນຍຸດທະສາດການທະຫານຢູ່ຂອບເຂດແຂວງຄໍາມ່ວນ ແລະ ຂໍ້ຕົກລົງ ວ່າດ້ວຍມາດຕະການຕໍ່ນາຍ ແລະ ພົນທະຫານ ທົ່ວທະຫານແຂວງຄໍາມ່ວນ ທີ່ລະເມີດລະບຽບຂອງພັກ, ລະບຽບວິໄນຂອງກອງທັບ ແລະ ກົດໝາຍຂອງລັດ ຂອງກອງບັນຊາການ ທະຫານແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພາຍໃນ ແລະ ບໍລິຫານຕົວເມືອງທ່າແຂກ, ຂໍ້ຕົກລົງ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ທົ່ວແຂວງ ຂອງກອງບັນຊາການ ປກສ ແຂວງ, ຂໍ້ຕົກລົງ ວ່າດ້ວຍການສັກວັກຊິນກັນພະຍາດແບບບັງຄັບ ຢູ່ແຂວງຄໍາມ່ວນ ແລະ ຂໍ້ຕົກລົງ ວ່າດ້ວຍການກວດເລືອດຊອກຫາການຕິດເຊື້ອເຮສໄອວີ ແລະ ຄຸ້ມຄອງການແຜ່ເຊື້ອເຣສໄອວີ (ພະຍາດເອດ) ຢູ່ແຂວງຄໍາມ່ວນ ຂອງພະແນກສາທາລະນະສຸກແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການມີສ່ວນຮ່ວມໃນການສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ ແລະ ການປົກປ້ອງແມ່ຍິງ-ເດັກ ພາຍໃນແຂວງ ສະຫະພັນແມ່ຍິງແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານການຕ່າງປະເທດ ພາຍໃນແຂວງ ພະແນກ ການຕ່າງປະເທດແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອົງການຈັດຕັ້ງສາກົນ(NGO) ທີ່ເຄື່ອນໄຫວວຽກງານຢູ່ແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພົນລະເມືອງຊາວແຂວງຄໍາມ່ວນ ຢູ່ຕ່າງປະເທດ ແລະ ຄຸ້ມຄອງ ຄົນຕ່າງປະເທດຢູ່ແຂວງຄໍາມ່ວນ ຂອງພະແນກການຕ່າງປະເທດແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອາຄານສະຖານການສຶກສາ ແລະ ກິລາທົ່ວແຂວງ (ຫົວຂໍ້ເກົ່າສືບຕໍ່), ຂໍ້ຕົກລົງ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາກາຍຍະກຳຢູ່ແຂວງ, ຂໍ້ຕົກລົງ ວ່າດ້ວຍກອງທຶນສົ່ງເສີມຂະແໜງການສຶກສາພາຍໃນແຂວງຄໍາມ່ວນ, ຂໍ້ຕົກລົງ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ຕໍ່ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາທົ່ວແຂວງ ຂອງພະແນກສຶກສາທິການ ແລະ ກິລາແຂວງ, ຂໍ້ຕົກລົງ ວ່າດ້ວຍການສອບເສັງໃນສະຖານອາຊີວະສຶກສາ ສະບັບປັບປຸງ, ຂໍ້ຕົກລົງ ວ່າດ້ວຍການທົດສອບທັກສະວິຊາຊີບ ແລະ ຂໍ້ຕົກລົງ ວ່າດ້ວຍການອອກປະກາສະນີຍະບັດ ແລະ ໃບຢັ້ງຢືນອາຊີວະສຶກສາ ສະບັບປັບປຸງ ຂອງໂຮງຮຽນເຕັກນິກວິຊາຊີບ, ຂໍ້ຕົກລົງ ວ່າດ້ວຍການສ້າງກອງທຶນເພື່ອຊາວໜຸ່ມແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງແບບ ຂອງອົງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນ ແຂວງ ຂອງຊາວໜຸ່ມແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ກອງທຶນພັດທະນາຂັ້ນບ້ານ, ຕາແສງ, ຂໍ້ຕົກລົງ ວ່າດ້ວຍການຈັດສັນ, ຄຸ້ມຄອງ ແລະ ພັດທະນາເທສະບານແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການພັດທະນາຕົວເມືອງທ່າແຂກ ໃຫ້ເປັນຕົວເມືອງສີຂຽວ ສະອາດສວຍງາມ ຂອງເມືອງທ່າແຂກ ແລະ ຄໍາສັ່ງເພີ້ມເຕີມ ວ່າດ້ວຍການຄຸ້ມຄອງອາຊີບ-ພາຫະນະພິເສດ ກອງບັນຊາການ ປກສ ແຂວງ.

ສຳລັບຂົງເຂດເສດຖະກິດມີ: ຂໍ້ຕົກລົງ ວ່າດ້ວຍວຽກງານປົກປ້ອງຜູ້ຊົມໃຊ້ (ປ່ຽນແທນຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍານົດລາຄາຊື້-ຂາຍ ສິນຄ້າປະເພດຕ່າງໆ ຢູ່ແຂວງຄໍາມ່ວນ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຮ່ອນແຮ່ໂລຫະແບບພື້ນເມືອງຢູ່ພາຍໃນແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເຄມີ ພາຍໃນແຂວງ ຂອງພະແນກອຸດສາຫະກຳ ແລະ ການ ຄ້າແຂວງ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍ້າໜັກລວມສູງສຸດຂອງລົດບັນທຸກພາຍໃນແຂວງ, ຂໍ້ຕົກລົງ ວ່າດ້ວຍການກຳນົດ ສາຍທາງລົດຂົນສົ່ງ ພາຍໃນແຂວງ ກໍານົດສ້າງປີ 2026 ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍ້າເປື້ອນຕົວເມືອງ ພາຍໃນແຂວງຄໍາມ່ວນ ກໍານົດສ້າງປີ 2027 ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງກິດຈະການກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ໂຄງລ່າງ ພື້ນຖານທາງນໍ້າ ພາຍໃນແຂວງຄຳມ່ວນ ພະແນກ ຍທຂ ແຂວງ ກຳນົດສ້າງປີ 2027.

ນອກຈາກນີ້, ກອງປະຊຸມ ຍັງໄດ້ວາງແຜນປັບປຸງ ແລະ ປະເມີນການຈັດຕັ້ງປະຕິບັດ ໄລຍະປີ 2026-20230. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເຂດສະຫງວນທາງຫຼວງ (ສະບັບເລກທີ 683/ຈຂ, ລົງວັນທີ 24 ເມສາ 2024 (ກໍານົດປັບປຸງ ປີ 2027), ຂໍ້ຕົກລົງ ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ຮັກສາຄວາມປອດໄພຕາມທ້ອງຖະໜົນ ພາຍໃນແຂວງຄໍາມ່ວນ ສະບັບເລກທີ 668/ຈຂ, ລົງວັນທີ 23 ເມສາ 2024 (ກໍານົດປັບປຸງ ປີ 2027) ແລະ ຂໍ້ຕົກລົງ ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ພາຍໃນແຂວງຄໍາມ່ວນ ສະບັບເລກທີ 918/ຈຂ, ລົງວັນທີ 29 ພຶດສະພາ 2025 (ກໍານົດປັບປຸງ ປີ 2027).

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ປະຈໍາປີ 2026

ກອງປະຊຸມສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2026 ຈັດຂຶ້ນໃນວັນທີ 14 ມັງກອນນີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ປະທານສະພາບໍລິຫານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາຮອງປະທານສະພາບໍລິຫານ ທຫລ, ບັນດາກຳມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.
ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ແຕ່ງຕັ້ງຄະນະຮັບຜິດຊອບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ 3 ປະເທດ

ກອງປະຊຸມປຶກສາຫາລື ຄົ້ນຄວ້າ ແລະ ປະກາດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງລາວ-ຫວຽດນາມ-ຈີນ ຄັ້ງທີ I ປະຈຳປີ 2026 ຈັດຂຶ້ນວັນທີ 13 ມັງກອນຜ່ານມາ ທີ່ຫ້ອງປະຊຸມກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າ 4 ກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ຊຸດທີ X

ວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ໂດຍມີບັນດາທ່ານຮອງຫົວຫນ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີບັນດາຫົວຫນ້າ ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ປະຊາຊົນ 13 ບ້ານ ຂອງເມືອງວຽງຄຳ ໄດ້ຮັບເງິນຜົນງານຄຸ້ມຄອງປ່າໄມ້

ເມື່ອບໍ່ດົນຜ່ານມານີ້, ຢູ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີມອບເງິນຜົນງານຄຸ້ມຄອງປ່າໄມ້ ໃຫ້ປະຊາຊົນ 13 ບ້ານເປົ້າໝາຍຂອງໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທີດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫົງຄຳ ແສນອານາຈັກ ຮອງຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ ແລະ ອົງການຈັດຕັ້ງບ້ານ 13 ບ້ານ ເຂົ້າຮ່ວມ.
ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ເຊກອງ ຈະສ້າງເງື່ອນໄຂຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ການລົງທຶນຈາກຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025, ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 12 ມັງກອນ ຜ່ານມານີ້ວ່າ: 6 ເດືອນຕົ້ນປີ 2026 ແຂວງເຊກອງ ຈະສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ໃນການດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງເປັນປັດໄຈພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທີ່ຍືນຍົງ ແລະ ທົ່ວເຖິງ, ຫຼີກເວັ້ນການສ້າງໂຄງການລົງທຶນ ທີ່ບໍ່ໄປຕາມກົດໝາຍ ແລະ ລະບຽບການ, ເລັ່ງຊໍາລະໜີ້ສິນໂຄງການລົງທຶນ, ກວດກາ ແລະ ພິຈາລະນາຄືນ ການໂຈະໂຄງການລົງທຶນລັດ ທີ່ບໍ່ສອດຄ່ອງກັບແຜນການ 5 ປີ ຄັັ້ງທີ X ຫຼື ໂຄງການທີ່ມີຄ່າໃຊ້ຈ່າຍສູງ ແຕ່ຜົນຕອບແທນຕໍ່າ ຖ່ວງດຶງງົບປະມານ, ຮັບປະກັນຄວາມກົມກຽວ ລະຫວ່າງ ການວາງແຜນພັດທະນາ ແລະ ແຜນງົບປະມານ.
ຍົກລະດັບການຊຳລະເງິນໃນຂະແໜງການບິນ

ຍົກລະດັບການຊຳລະເງິນໃນຂະແໜງການບິນ

ວັນທີ 13 ມັງກອນຜ່ານມານີ້ ທີ່ສໍານັກງານໃຫຍ່ຢູນີເທວ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ, ຢູມັນນີ(Umoney) ແລະ ລັດວິສາຫະກິດການບິນລາວ (Lao Airlines) ຈັດພິທີເຊັນສັນຍາຮ່ວມມື ແລະ ເປີດນໍາໃຊ້ລະບົບປະຕູຊໍາລະເງິນ (Payment Gateway) ຢ່າງເປັນທາງການ. ຮ່ວມລົງນາມໂດຍທ່ານ ຮາ ຈຽນ ຖັງ ຜູ້ອໍານວຍການບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ສິດທິເດດ ດວງສິດທິ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນລາວທີ່ນໍາໃຊ້ຢູມັນນີ ຫຼື ບັນຊີຂອງທະນາ ຄານອື່ນໆ ກໍສາມາດຊື້ປີ້ເຮືອບິນຂອງສາຍການບິນລາວຜ່ານແອັບພລີເຄຊັນ ແລະ ເວັບໄຊຂອງສາຍການບິນລາວໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ໄຊຍະບູລີ ຈະສຸມໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນໃຫ້ໝັ້ນຄົງ

ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 6 ແຂວງຂອງຣາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດ (ກມ), (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນໄທ 78 ບ້ານ ມີເສັ້ນຊາຍແດນທີ່ໄດ້ສໍາຫຼວດແລ້ວ 131 ຫຼັກໝາຍ (ຫຼັກໝາຍທີ່ປັກສໍາເລັດ 126 ຫຼັກໝາຍ ຍັງບໍ່ທັນສໍາເລັດ 5 ຫຼັກໝາຍ) ແລະ ຫຼັກໝາຍທີ່ຍັງບໍ່ທັນໄດ້ສໍາຫຼວດປັກຫຼັກໝາຍ 129 ກມ, ມີດ່ານເຂົ້າ-ອອກ ດ່ານສາກົນ 4 ແຫ່ງ ແລະ ດ່ານປະເພນີ 13 ແຫ່ງ.
ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄຕ-ຄອຂ ແຂວງເຊກອງ ສະຫຼຸບວຽກງານ ປະຈໍາປີ 2025

ຄະນະກໍາມະການຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດຂັ້ນແຂວງເຊກອງ (ຄຕ-ຄອຂ) ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນໃນວັນທີ 13 ມັງກອນ 2026 ໂດຍການເປັນປະທານ ຂອງທ່ານ ສຸກດາວັນ ເລຫວຽດມ່ວງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຮອງປະທານ ຜູ້ປະຈໍາການ ຄຕ-ຄອຂ.
ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ເມືອງໄຊຍະບູລີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ ຢູ່ບ້ານ ຄອນປຽດ

ໃນວັນທີ 13 ມັງກອນ 2026 ນີ້, ທ່ານ ຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ພ້ອມດ້ວຍການນຳຂອງເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທີ່ຖືກຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານ ຄອນປຽດເມືອງ ໄຊຍະບູລີ ແຂວງໄຊຍະບູລີ ຈຳນວນ 2 ຄອບຄົວຄື: ຄອບຄົວທ້າວ ຢວມ ແລະ ຄອບຄົວທ້າວ ກອມ ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນໃນຄັ້ງວັນທີ 31 ທັນວາ 2025 ຊຶ່ງລວມມູນຄ່າ ການເສຍຫາຍທັງໝົດ 315 ລ້ານກວ່າກີບ.
ຫາລື ການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ສສກ

ຫາລື ການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ສສກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂຶ້ນໃນວັນທີ 12 ມັງກອນ ຜ່ານມາ ທີ່ສຳນັກງານດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງ ສສກ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ