ຄໍາມ່ວນ ປາຖະກະຖາ ສອງວັນສໍາຄັນຂອງຊາດ

ຄໍາມ່ວນ ປາຖະກະຖາ ສອງວັນສໍາຄັນຂອງຊາດ
ວັນທີ 7 ທັນວານີ້ ທີ່ສະໂມສອນແຂວງຄໍາມ່ວນ ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/2023) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ (13/12/1920-13/12/2023) ເປັນກຽດປາຖະກະຖາ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກອະດີດຮອງນາຍົກລັດຖະມົນຕີທີ່ປຶກສາສະພາທິດສະດີສູນກາງພັກ, ມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຄໍາມ່ວນ, ມີຄະນະປະຈໍາ, ກໍາມະການພັກແຂວງ, ຄະນະພະແນກການ, ອົງການທຽບເທົ່າ, ຄະນະພັກ-ຄະນະບັນຊາການ ປກຊ-ປກສ ແລະ ອະດີດການນໍາແຂວງ ເຂົ້າຮ່ວມຮັບຟັງ.
ໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດໄດ້ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ວັນທີ 2 ທັນວາ ແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ພິລະອາດຫານຂອງປະຊາຊົນລາວບັນດາເຜົ່າ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່, ປະຊາຊົນລາວໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ, ແມ່ນວັນແຫ່ງສັນຕິພາບ ແລະ ກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. 
ພ້ອມນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ພວກເຮົາຈົ່ງຮໍ່າຮຽນເອົາແບບແຜນການເຄື່ອນໄຫວນໍາພາ, ການດໍາລົງຊີວິດ, ນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈປະຕິວັດຢ່າງເຖິງຖອງ ສຸດກົກສຸດປາຍ, ນໍ້າໃຈຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ, ຄວາມຈົງຮັກພັກດີຕໍ່ ພັກ-ລັດ  ແລະ ຖືເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. 
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ປະກາດແຕ່ງຕັ້ງ ຄະນະກຳມະການ ປກຊ - ປກສ ແຂວງ

ອັດຕະປື ປະກາດແຕ່ງຕັ້ງ ຄະນະກຳມະການ ປກຊ - ປກສ ແຂວງ

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ຜູ້ປະຈໍາການ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ(ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ ຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ກອງບັນຊາການທະຫານຫຼວງພະບາງ ປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ

ກອງບັນຊາການທະຫານຫຼວງພະບາງ ປະດັບຫຼຽນໄຊ-ຍ້ອງຍໍຜົນງານ 5 ປີ

ພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານ 5 ປີ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາຜ່ານມາ, ທີ່ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ແຂວງ, ມີທ່ານ ຄໍາຂັນ ຈັນທະວີສຸກ ອະດີດການນຳແຂວງ ພ້ອມດ້ວຍຄະນະພັກ, ຄະນະບັນຊາເຂົ້າຮ່ວມ.
ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ.
ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ກອງປະຊຸມແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝ ທີ XII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ຜ່ານມາ ທີ່ສະພາທິດສະດີສູນກາງພັກ,​ ໂດຍການເປັນປະທານຂອງ ທ່ານ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈໍາການ, ມີບັນດາຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້,
ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ