ຄໍາມ່ວນ ເປີດນໍາໃຊ້ແຫຼ່ງທໍລະນີສາດ ຖໍ້າຝາມື

ຄໍາມ່ວນ ເປີດນໍາໃຊ້ແຫຼ່ງທໍລະນີສາດ ຖໍ້າຝາມື

ຄໍາມ່ວນ ເປີດນໍາໃຊ້ແຫຼ່ງທໍລະນີສາດ ຖໍ້າຝາມື
ວັນທີ 8 ມິຖຸນາ 2026 ຢູ່ທີ່ບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຈັດພິທີເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສິລະປະຖໍ້າ ) ເຊິ່ງແຫຼ່ງທໍລະນີດັ່ງກ່າວແມ່ນຢູ່ຫ່າງຈາກບ້ານຄູນເງິນໄປທາງທິດຕາເວັນອອກສຽງໃຕ້ປະ
ຄາມວນ ເປດນາໃຊແຫງທລະນສາດ ຖາຝາມ - image 1
 

ມານ 1 ກິໂລແມັດ ແລະ ສູງຈາກພື້ນດິນຂຶ້ນໄປຫາຈຸດໝາຍປະມານ 500 ແມັດ . ສ່ວນການເດີນທາງໄປຫາແຫຼ່ງທໍລະນີແມ່ນນໍາໃຊ້ລົດອີແຕນ ຫຼັງຈາກນັ້ນຍ່າງຂຶ້ນໄປຫາຈຸດທີ່ຕັ້ງຂອງແຫຼ່ງທໍລະນີສາດ ຖໍ້າຝາມື . ໂດຍມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ນາງ ເບເນດິກ ເດຊອງ ( Benedicte Deschamps)ເອກອັກຄະລັດຖະທູດແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ , ທ່ານ ນາງ ອີຊາແບລ ມາສເບີຟ ( Isabelle Massebeuf ) ປະທານຄະນະກໍາມະການຮ່ວມຄຸ້ມຄອງແຫຼ່ງທ່ອງທ່ຽວຖໍ້າໂຊເວ ແຫ່ງປະເທດຝຣັ່ງ, ບັນດາທ່ານໃນອົງການເຕຕາກຕິສ, ພາກສ່ວນກ່ຽວຂ້ອງຈາກຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີຕາງໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມໄດ້ສະເໜີປະຫວັດຄວາມເປັນມາ, ຄວາມສໍາຄັນທາງດ້ານວັດທະນະທໍາ ແລະ ການທ່ອງທ່ຽວຂອງໂຄງການ ແຫຼ່ງທລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສີລະປະຖໍ້າ ) .

ຖໍ້າຜາມືຢູ່ຫ່າງຈາກບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນປະມານ 1 ກິໂລແມັດ, ເປັນແຫຼ່ງສິລະປະເທິງໜ້າຜາຫີນພຽງແຫ່ງຊາດ ທີ່ມີການສຶກສາຄົ້ນຄວ້າຢ່າງເປັນລະບົບຢູ່ໃນ ສປປ ລາວ, ການເກັບກໍາເອກະສານ ແລະ ຫຼັກຖານທາງສິລະປະແມ່ນໄດ້ດໍາເນີນການບັນທຶກຂໍ້ມູນດ້ານສີລະປະ ໂດຍການນໍາໃຊ້ເຕັກນິກການຮ່ວມລວມພາບຖ່າຍ, ການເຮັດແຜນພາບຖ່າຍທາງອາກາດ ແລະ ການປະມວນຜົນວິເຄາະຄ່າສີ , ການອ່ານ ແລະ ວິເຄາະອົງປະກອບແມ່ນໄດ້ສຶກສາວິເຄາະແຜ່ນຫີນທີ່ມີຮູບແຕ້ມ,ລວດລາຍ,ເຕັກນິກການແຕ້ມ ແລະ ການທັບຊ້ອນຂອງຊັ້ນສີຂອງແຜ່ນຫີນໜ້າຜາ , ການວິໄຈຫ້ອງທົດລອງ ແມ່ນໄດ້ດໍາເນີນການເກັບຕົວຢ່າງ, ການວິເຄາະໂຄງສ້າງໂມເລກຸນດ້ວຍແສງເລເຊີ ແລະ ການກໍານົດອາຍຸທາງວິທະຍາສາດຈາກສານອອກຊາເລດ; ດ້ານການຕີຄວາມໝາຍ ໄດ້ວິເຄາະປັດໃຈດ້ານຄວາມສູງ, ທ່າທາງໃນການແຕ້ມ, ຄວາມໝາຍຂອງສັນຍາລັກ ແລະ ການຈັດລໍາດັບອາຍຸ ; ດ້ານການອະນຸລັກຮັກສາ ແມ່ນໄດ້ປະເມີນການຊຸດໂຊມຈາກໄພທໍາມະຊາດ, ຜົນກະທົບຈາກການເຄື່ອນໄຫວຂອງມະນຸດ ແລະ ການກໍານົດແຜນງານບຸລິມະສິດໃນການປົກປັກຮັກສາ . ສະຖານທີ່ບູຮານແຫ່ງນີ້ມີການປະສົມປະສານລະຫວ່າງລວດລາຍໃນລະດັບທີ່ມືເອື້ອມເຖິງ ແລະ ລວດລາຍທີ່ຢູ່ສູງຂຶ້ນໄປຫຼາຍແມັດຈາກພື້ນດິນ. ຄວາມສູງບໍ່ເປັນພຽງແຕ່ສິ່ງທ້າທາຍທາງດ້ານເຕັກນິກເທົ່ານັ້ນ ແຕ່ຍັງເປັນຕົວຈັດລະບຽບໃນການອ່ານຄວາມໝາຍ, ການເຂົ້າເຖິງ ແລະ ການອະນຸລັກຮັກສາຕື່ມອີກ , ເຫງິບຜາຫີນແຫ່ງນີ້ ມີລັກສະນະຄ້າຍຄືກັບແຜ່ນຈາລຶກທີ່ມີການຂຽນທັບເຊັ່ນ : ຮູບຊົງມື, ຮູບຊົງຮ່າງຕ່າງໆ, ເຄື່ອງໝາຍ, ສັນຍາລັກ ແລະ ການເກາະໂຕຂອງຫີນປູນແມ່ນໄດ້ຖືກທັບຊ້ອນກັນຕາມກາລະເວລາ . ຮູບມືບາງຮູບແມ່ນຢູ່ສູງເຖິງ 5 ແມັດ ຫຼື ສູງກວ່ານັ້ນ . ໃນຂະນະທີ່ຮູບອື່ນໆ ແມ່ນຢູ່ໃນລະດັບສູງສຸດທີ່ຂອບເຂດເອື້ອມມືເຖິງ, ການເຂົ້າເຖິງຈຸດເຫຼົ້ານີ້ຄາດວ່າຈະຕ້ອງອາໄສແທ່ນຢືນຕາມທໍາມະຊາດ, ການໃຊ້ໄມ້ຍາວ ຫຼື ອຸປະກອນ ແລະ ເຄື່ອງມືຊ່ວຍຍົກຕົວຂຶ້ນ . ສ່ວນລວດລາຍທີ່ຈຸດສູງສຸດ ມັກຈະຖືກເກັບຮັກສາໄວ້ໃນສະພາບທີ່ດີກວ່າ ຍ້ອນໄດ້ຮັບຜົນກະທົບໜ້ອຍຈາກການສໍາຜັດ ຫຼື ການລົບກວນຂອງມະນຸດ , ຮູບມືແບບເປົ່າສີທັບແມ່ນມີຈໍານວນຫຼາຍທີ່ສຸດ ແລະ ຄອບງໍາລວດລາຍທັງໝົດໃນແຫຼ່ງບູຮານແຫ່ງນີ້ . ຮູບເຄື່ອງໝາຍສັນຍາລັກ ແລະ ຮູບຊົງຄ້າຍຄືມະນຸດປະກອບຮ່ວມກັນເປັນອີກ 2 ກຸ່ມໃຫຍ່ທີ່ສໍາຄັນຮອງລົງມາ , ຮູບສັດ ແລະ ຮູບມືແບບປະທັບແມ່ນມີຈໍານວນໜ້ອຍກວ່າ, ແຕ່ມີຄວາມສໍາຄັນຍິ່ງຕໍ່ກັບການຕີຄວາມໝາຍທາງປະຫວັດສາດ, ຊຶ່ງການຂຶ້ນບັນຊີລາຍຊື່ລວມລວດລາຍທັງໝົດມີເຖິງ 285 ຮູບ . ຈາກນັ້ນກ່ອນຈະກັບລົງມາຈາກຖໍ້າບັນດາແຂກທີ່ເຂົ້າຮ່ວມເປີດພິທີແມ່ນໄດ້ຊົມຮູບແຕ້ມຝາມື,ສັນຍາລັກຕ່າງໆຢູ່ເທິງໜ້າຜາຊຶ່ງເປັນສິ່ງມະຫັດສະຈັນຄວນແກ່ການອະນຸລັກປົກປັກຮັກສາ , ເປັນແຫຼ່ງທ່ອງທ່ຽວ, ເປັນບ່ອນສຶກສາຄົ້ນຄວ້າ-ວິໄຈທາງທໍລະນີສາດ ,ໃຫ້ຄົນຮຸ້ນຫຼັງໄດ້ສືບຕໍ່ປົກປັກຮັກສາ ແລະ ຮຽນຮູ້ຕໍ່ໄປ .

ຈາກນັ້ນໄດ້ມີການຕັດແຖບຜ້າປ້າຍພິທີເປີດ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸງໃນການເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ໃນຄັ້ງນີ້ . (ຂ່າວ:ຄຳມ່ວນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ