ຄໍາມ່ວນ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນງານບຸນພະທາດສີໂຄດຕະບອງ

ຄໍາມ່ວນ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນງານບຸນພະທາດສີໂຄດຕະບອງ

ຄໍາມ່ວນ ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃນງານບຸນພະທາດສີໂຄດຕະບອງ
ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນງານບຸນນະມັດສະການພະທາດສີໂຄດຕະບອງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 9 - 12 ກຸມພາ 2025 ຢູ່ທີ່ເດີ່ນພະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ

, ເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານດັ່ງກ່າວ, ຈັດຂຶ້ນໂດຍການສົມທົບລະຫວ່າງສະພາການຄ້າ - ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ - ການຄ້າແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂໃນການນໍາເອົາຜະລິດຕະພັນຂອງບັນດາເມືອງ ພາຍໃນແຂວງ, ການຜະລິດຂະໜາດນ້ອຍ ແລະ ຂະໜາດກາງ ຂອງຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນ ໄດ້ນໍາເອົາຜົນຜະລິດ, ຜະລິດຕະພັນ-ສິນຄ້າ ມາແລກປ່ຽນ ຊື້-ຂາຍ ເພື່ອສ້າງລາຍຮັບໃຫ້ແກ່ທຸລະກິດ ແລະ ຄອບຄົວ.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຈັດງານບຸນນະມັດສະການພະທາດສີໂຄດຕະບອງ ປະຈໍາປີ 2025 ໄດ້ກ່າວໃນພິທີເປີດງານວ່າ: ການຈັດງານບຸນດັ່ງກ່າວ ເພື່ອເປັນການສົ່ງເສີມທາງດ້ານວັດທະນະທໍາ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງເພື່ອຊຸກຍູ້-ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງທ້ອງຖິ່ນ, ເປັນການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ດຶງດູດເອົາມວນຊົນ-ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ.

ງານຄັ້ງນີ້, ມີຮ້ານມາວາງສະແດງ ແລະ ຈໍາໜ່າຍສິນຄ້າ 115 ຫົວໜ່ວຍ, ມີມູນຄ່າຫຼາຍກວ່າ 10 ຕື້ກີບ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ມອບໂດຼນ ໃຫ້ແຂວງຈຳປາສັກ

ກຸ່ມບໍລິສັດ ຮຸ້ນສ່ວນພາກໃຕ້ລາວ ຈຳກັດ ໄດ້ມອບໂດຼນ (Drone DJI Matrice) ພ້ອມດ້ວຍອຸປະກອນເສີມຈຳນວນ 3 ຊຸດ ລວມມູນຄ່າ 700 ລ້ານກວ່າກີບ ໃຫ້ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າໃນວຽກງານການສຳຫຼວດ, ຕິດຕາມກວດກາ, ວາງແຜນແກ້ໄຂສະພາບໄພພິບັດໃຫ້ທັນການ ແລະ ວຽກງານອື່ນໆ ໄດ້ຕາມເວລາຈິງ (Real-time).
4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

4 ເດືອນຕົ້ນປີ ສ່ວຍສາອາກອນແຂວງວຽງຈັນເກັບລາຍຮັບໄດ້ 138 ຕື້ກວ່າກີບ

ໃນໄລຍະ 4 ເດືອນຕົ້ນປີ 2025 ນີ້, ສ່ວຍສາອາກອນແຂວງວຽງຈັນສາມາດເກັບລາຍຮັບໄດ້ແລ້ວ 138.54 ຕື້ກີບ, ການເກັບລາຍຮັບຂອງສ່ວຍສາອາກອນແຂວງວຽງຈັນປີນີ້ ຈະເພີ່ມຂຶ້ນຢ່າງກ້າວກະໂດດເນື່ອງຈາກວ່າສູນກາງໄດ້ມອບ 46 ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃຫ້ແຂວງເປັນຜູ້ຈັດຕັ້ງປະຕິບັດ.
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ28 ເມສານີ້ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC)
ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ຍົກສູງປະສິດທິພາບການຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ດ້ານການຕ່າງປະເທດ

ໃນລະຫວ່າງວັນທີ28-29 ເມສານີ້ທີ່ ເມືອງ ວັງວຽງ ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ (ຕປທ)ຮ່ວມກັບສະຖານບັນລາວ-ອົດສະຕຣາລີ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ
ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ

ໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມອົງການປົກຄອງແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານ ທ່ານ ໄຊນະຄອນ ອິນທະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສະມາຊີກສະພາແຫ່ງຊາດ,
ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ໃນອາທິດຜ່ານມານີ້ ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ.
ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ພິທີມອບ-ຮັບ ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ງວດ I ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມ ຫ້ອງການປະກັນສັງຄົມແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ສຸຫວັດ ມະຫາວົງສະໜັ່ນ
ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ  (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ໂດຍ: ພູວັນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນພັກຂອງຊົນຊັ້ນກຳມະກອນລາວໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ
ເພີ່ມເຕີມ