ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ
ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ຄຳ​ປຽບ​ທຽບ​ທ​ມ​ຊ​ວດ​ຊ​ວາ​ຂອງ​ທານ ​ສ​ຈນ​ຜງ ​ກຽວ​ກບ​ການ​ຄມ​ຄອງ​ການ​ໃຊ​ອຳ​ນາດ - image 1
 

ທ່ານ ສີຈິ້ນຜິງ ຍັງເນັ້ນໜັກຕື່ມວ່າ: “ອຳນາດເປັນມີດສອງຄົມ, ທາດແທ້ຂອງການສໍ້ລາດບັງຫຼວງກໍແມ່ນການໃຊ້ອຳນາດເກີນຂອບເຂດ, ຕ້ອງຕໍ່ສູ້ຕີເອົາຊະນະການສໍ້ລາດບັງຫຼວງແບບເສຍບໍ່ໄດ້ ແລະ ເດັດຂາດບໍ່ໃຫ້ເສຍໃນບັ້ນນີ້.” ສະນັ້ນ, ຕ້ອງເຮັດໃຫ້ອຳນາດປະຕິບັດງານຢ່າງເປັນລະບຽບແບບແຜນໃນນີ້ຈຸດສຳຄັນກໍແມ່ນການຄຸ້ມຄອງການໃຊ້ອຳນາດ.

“ຂັງອຳນາດຢູ່ໃນໂກງແຫ່ງລະບຽບການ”

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ຖ້າບໍ່ມີລະບຽບການທີ່ສົມບູນ, ອຳນາດບໍ່ໄດ້ຖືກຂັງຢູ່ໃນໂກງແຫ່ງລະບຽບການ, ປະກົດການສໍ້ລາດບັງຫຼວງກໍຈະບໍ່ສາມາດຖືກຄວບຄຸມໄວ້ໄດ້.” “ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການກໍແມ່ນຕ້ອງກຳນົດອຳນາດ, ສ້າງລະບຽບແບບແຜນດ້ານອຳນາດ, ຜູກມັດອຳນາດ, ຕິດຕາມກວດກາອຳນາດຕາມກົດໝາຍ.”

ທ່ານ ສີຈິ້ນຜິງ ຖືເອົາຄຳວ່າ “ໂກງ” ມາປຽບທຽບລະບຽບການ, ຈຸດປະສົງກໍເພື່ອເນັ້ນໜັກເຖິງກຳລັງຜູກມັດຂອງລະບຽບການທີ່ມີຕໍ່ອຳນາດ ໂດຍສະເພາະແມ່ນການໃຊ້ອຳນາດເກີນຂອບເຂດ.

ໃນເວລາກ່າວຄຳປາໄສຕໍ່ກອງປະຊຸມຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: “ຕ້ອງປັບປຸງລະບຽບການໃຫ້ສົມບູນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ລະບຽບການຮັດກຸມແຕ່ບໍ່ສະຫຼັບສັບຊ້ອນ, ມີປະສິດທິຜົນ ແລະ ນຳໃຊ້ເປັນປະໂຫຍດໄດ້.”

ຍົກຕົວຢ່າງ, ການສ້າງ ແລະ ຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້ ຂອງສູນກາງພັກກອມມູນິດຈີນເປັນຕົວແບບແຫ່ງການແກ້ໄຂບັນຫາການຄຸ້ມຄອງການໃຊ້ອຳນາດຕາມລະບຽບການ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012ເປັນຕົ້ນມາ, ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳໄດ້ວາງກົດເຫຼັກ 8 ຂໍ້ຂອງສູນກາງພັກ, ຢຶດໝັ້ນການສ້າງກົດເຫຼັກ, ເພີ່ມທະວີການເຂັ້ມງວດໃນການຜູກມັດ, ຊຸກຍູ້ໃຫ້ແບບແຜນຂອງພັກ, ແບບແຜນການປົກຄອງ ແລະ ແບບແຜນສັງຄົມເກີດມີການປ່ຽນແປງຢ່າງໃໝ່ອ່ຽມ.

ຫຼັງຈາກກົດເຫຼັກ 8 ຂໍ້ຂອງສູນກາງພັກວາງອອກແລ້ວ, ພັກກອມມູນິດຈີນໄດ້ເຜີຍແຜ່ຫຼັກມາດຖານການສ້າງຄວາມປອດໃສຂາວສະອາດ ແລະ ເຂັ້ມງວດວິໄນຂອງພັກກອມມູນິດຈີນ, ປັບປຸງກົດຂໍ້ກຳນົດລົງວິໄນຂອງພັກກອມມູນິດຈີນ ແລະ ອື່ນໆ, ໄດ້ສືບຕໍ່ອອກແຮງເຮັດໃຫ້ອຳນາດຖືກປະຕິບັດງານຢ່າງເປັນລະບຽບແບບແຜນ, ສ້າງລະບຽບການໃຫ້ນັບມື້ນັບຮັດກຸມຕື່ມອີກ.

ພະລັງຊີວິດຂອງລະບຽບການຢູ່ນຳການປະຕິບັດ, ການຊຸກຍູ້ຈັດຕັ້ງປະຕິບັດລະບຽບການໃຫ້ເປັນຮູບປະທຳແມ່ນຖືເອົາການຜູກມັດອຳນາດດ້ວຍລະບຽບການເປັນພື້ນຖານ.

ແຕ່ເດືອນມັງກອນ ຫາ ເດືອນພະຈິກປີ 2025, ທົ່ວປະເທດຈີນໄດ້ກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອ້ອມຂ້າງໂຕປະຊາຊົນຈຳນວນ 840,000 ຄະດີ, ສາມາດກູ້ຄືນໂດຍກົງ ຫຼື ຊຸກຍູ້ການກູ້ຄືນຊັບສິນມູນຄ່າ 66.62 ຕື້ຢວນໃຫ້ແກ່ປະຊາຊົນ ຊຶ່ງສະແດງໃຫ້ເຫັນວ່າ ລະບົບລະບຽບການນັບມື້ນັບມີຄວາມຮັດກຸມຂຶ້ນຕື່ມ.

“ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ”

ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: “ຖ້າບໍ່ມີການຕິດຕາມກວດກາອຳນາດຈະພາໃຫ້ເກີດການສໍ້ລາດບັງຫຼວງຢ່າງແນ່ນອນ, ນີ້ຄືກົດເກນຕາຍໂຕຂໍ້ໜຶ່ງ.”

ຕໍ່ກັບເລື່ອງນີ້, ໃນເວລາກ່າວຄຳປາໄສຕໍ່ກອງປະຊຸມຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ຖືເອົາແສງແດດເປັນຄຳປຽບທຽບໂດຍເນັ້ນໜັກອີກເທື່ອໜຶ່ງວ່າ: “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”

ເບິ່ງຈາກດ້ານການຄຸ້ມຄອງ, ການກວດກາຂອງລັດເປັນການຕິດຕາມກວດກາອຳນາດແຫ່ງລັດໂດຍກົງທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ.

ວັນທີ 20 ມີນາ 2018, ກອງປະຊຸມຄັ້ງທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ຄົ້ນຄວ້າພິຈາລະນາ ແລະ ຜ່ານຮັບຮອງກົດໝາຍວ່າດ້ວຍການກວດກາສາທາລະນະລັດປະຊາຊົນຈີນຢ່າງເປັນທາງການ ໂດຍຈັດເອົາຄະນະກຳມະການກວດກາເຂົ້າໃນຂອບລັດຖະທຳມະນູນ ແລະ ກົດໝາຍ ຊຶ່ງສາມາດແກ້ໄຂບັນຫາຄົງຄ້າງໃນໄລຍະຍາວຂອງຈີນຄື“ການຕິດຕາມກວດກາພາຍໃນອົງການດຽວ” ແລະ ຈະມີຜົນດີຕໍ່ການຍົກສູງບົດບາດ ແລະ ປະສິດທິຜົນຂອງການຕິດຕາມກວດກາອຳນາດ, ສ້າງລະບົບກວດກາແຫ່ງລັດທີ່ລວມສູນເປັນເອກະພາບ, ມີຄວາມສັກສິດ ແລະ ມີປະສິດທິພາບສູງ.

ເບິ່ງໃນດ້ານການປົກຄອງບໍລິຫານ, ການບູລະນະກົນໄກສືບຫາຄວາມຮັບຜິດຊອບຕໍ່ການໃຊ້ອຳນາດຈະສາມາດຍົກສູງຄວາມໂປ່ງໃສດ້ານການປະຕິບັດງານຂອງອຳນາດ, ຮັບປະກັນໃຫ້ຂະບວນການປະຕິບັດງານຂອງອຳນາດສາມາດສືບຫາຄືນ ແລະ ກວດກາໄດ້.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາກົດຂໍ້ກຳນົດວ່າດ້ວຍການຕິດຕາມກວດກາພາຍໃນພັກກອມມູນິດຈີນ, ເຜີຍແຜ່ກົດຂໍ້ກຳນົດສືບຫາຄວາມຮັບຜິດຊອບພັກກອມມູນິດຈີນ ແລະ ອື່ນໆ, ໄດ້ປັບປຸງ ແລະ ບູລະນະວິທີການປະຕິບັດທີ່ບໍ່ຖືກຕ້ອງໃນການສືບຫາຄວາມຮັບຜິດຊອບດ້ານການໃຊ້ອຳນາດຕື່ມອີກ, ສາມາດເຮັດໄດ້ຕາມຫຼັກການ “ມີອຳນາດຕ້ອງມີຄວາມຮັບຜິດຊອບ, ການໃຊ້ອຳນາດຕ້ອງຖືກຕິດຕາມກວດກາ, ລະເຫຼີງໜ້າທີ່ຕ້ອງສືບຫາຄວາມຮັບຜິດຊອບ, ກະທຳຜິດກົດ ໝາຍຕ້ອງສືບສວນ-ສອບສວນ ລົງໂທດ.”

ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ. ປີ 2026 ເປັນປີເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ, ທ່ານ ສີຈິ້ນຜິງ ໄດ້ກ່າວຢ່າງຈະແຈ້ງເຖິງຄວາມຕັດສິນໃຈຢ່າງເດັດດ່ຽວຂອງພັກກອມມູນິດຈີນໃນການປະຕິວັດໂດຍຕົນເອງ, ມີປະກົດການສໍ້ລາດບັງຫຼວງຕ້ອງຕໍ່ຕ້ານຢ່າງເດັດດ່ຽວ, ມີພຶດຕິກຳຍັກຍອກຊັບສິນຕ້ອງປາບປາມແນ່ນອນ ແລະ ກຳຈັດກຸ່ມແກ້ງອາຊະຍາກຳຢ່າງເຖິງຖອງ, ເພິ່ນຮຽກຮ້ອງໃຫ້ຂັງອຳນາດຢູ່ໃນໂກງແຫ່ງລະບຽບການຢ່າງມີວິທະຍາສາດ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດດ່ຽວໜຽວແໜ້ນກວ່າເກົ່າ, ເພື່ອສະໜອງສິ່ງຄ້ຳປະກັນອັນເຂັ້ມແຂງໃຫ້ແກ່ການບັນລຸໜ້າທີ່ເປົ້າໝາຍໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 15.

ຄໍາເຫັນ

ຂ່າວຕ່າງປະເທດ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ນັກວິທະຍາສາດ 3 ທ່ານ ໄດ້ຮັບລາງວັນໂນແບລ ສາຂາການແພດ ປະຈຳປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

UNESCO ຄາດຄະເນ ໂລກອາດຕ້ອງການຄູສອນ 50 ລ້ານຄົນພາຍໃນປີ 2030

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

6 ເດືອນ​ຕົ້ນ​ປີ​ ປະ​ລິ​ມານ​ການ​ຄ້າ​ຂາຍຂອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງ​ບໍ່ດົນມານີ້, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ລາຍ​ຮັບ ​ແລະ​ ລາຍ​ຈ່າຍ​ສາ​ກົນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2026” ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:
ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ຂອງ​ທະ​ນາ​ຄານ​ໂລກ (WB) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ ຜ່ານມາ ລະບຸວ່າ, ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນວ່າແມ່ນພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ່ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຊີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ.
ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ອູແກຣນ ໄດ້ຮັບເງິນສະໜັບສະໜູນຈາກ EU 2.9 ຕື້ເອີໂຣ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ຝຣັ່ງ ປະສົບກັບເດືອນກັນຍາ ທີ່ຮ້ອນທີ່ສຸດເປັນອັນດັບ 2

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຍີ່ປຸ່ນ ຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ຫຼາຍປະເທດ OPEC+ ເຫັນດີຮັກສາປະລິມານນ້ຳມັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ຣັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31.01 ລ້ານຖັງ/ວັນ.
ເພີ່ມເຕີມ