ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ
ການ​ສ້າງ​ ແລະ ຈັດ​ຕັ້ງປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານເປັນ​ຫົວ​ຂໍ້​ຄົ້ນ​ຄວ້າ​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ແມ່ນ​ຫຍັງ? ຄວນ​ສ້າງ​ຜົນ​ງານ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຄືແນວ​ໃດ? ການ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຕົ້ນ​ຫວຍ​​ບູ​ຮານ​ຂໍ້​ໜຶ່ງ​ໃນ​ຕົ້ນ​ຊຸມ​ປີ 1980 ແມ່ນ​ໄດ້​ໃຫ້​ຄຳ​ຕອບ​ທຳ​ອິດ.
ຄຳ​ຖາມ-​ຕອບ ຢກອງ​ຮມ​ຕນ​ຫວຍ​ບ​ຮານ ​ທສອງ​ແສງ​ເຖງ​ຈດໃຈ​ເພອ​ປະ​ຊາ​ຊນ - image 1
 

ຢູ່ໜ້າປະຕູເດີ່ນສຳນັກງານຫ້ອງການຄະນະພັກເມືອງເຈີ້ງຕິ້ງ ແຂວງເຫີເປີຍທາງພາກເໜືອຂອງຈີນ, ມີຕົ້ນຫວຍບູຮານສອງຕົ້ນ. ຄົນທັງຫຼາຍມັກໄປຊົ້ນຮົ່ມຢູ່ກ້ອງຕົ້ນໄມ້ມາແຕ່ເຫິງນານແຕ່ບໍ່ເຄີຍມີໃຜສຶກສາຄົ້ນຫາປະຫວັດຄວາມເປັນມາຂອງຕົ້ນໄມ້ສອງຕົ້ນນີ້.

ລະດູໃບໄມ້ປົ່ງປີ 1982, ທ່ານ ສີຈິ້ນຜິງ ຫາກໍດຳລົງຕຳແໜ່ງເປັນຮອງເລຂາພັກເມືອງເຈີ້ງຕິ້ງບໍ່ດົນກໍໄດ້ໃສ່ໃຈເຖິງຕົ້ນຫວຍບູຮານສອງຕົ້ນນີ້. ເພິ່ນຖາມຄົນຢູ່ອ້ອມຂ້າງວ່າ: “ ຕົ້ນຫວຍບູຮານສອງຕົ້ນນີ້ປູກມາຕັ້ງແຕ່ຕອນໃດ? ມີອາຍຸຫຼາຍປານໃດ? ”ແຕ່ບໍ່ມີໃຜຕອບໄດ້.

ຕໍ່ມາຊ່ຽວຊານຈາກພາກສ່ວນປ່າໄມ້ແຂວງມາວິເຄາະ ແລະ ຢືນຢັນແລ້ວພົບວ່າຕົ້ນຫວຍສອງຕົ້ນນີ້ມີອາຍຸຫຼາຍກວ່າ 600 ປີແລ້ວ.

ເມື່ອໄດ້ຮູ້ສະພາບດັ່ງກ່າວແລ້ວ, ທ່ານ ສີຈິ້ນຜິງ ຈຶ່ງໄດ້ຈັດໃຫ້ພະນັກງານຮີບອ້ອມຮົ້ວເຫຼັກພ້ອມທັງຕິດປ້າຍອະນຸລັກໃສ່ຕົ້ນຫວຍບູຮານໃນທັນທີ.

ເລີ່ມຈາກຕົ້ນຫວຍບູຮານສອງຕົ້ນນີ້, ເມືອງເຈີ້ງຕິ້ງ ໄດ້ດຳເນີນການສຳຫຼວດຕົ້ນໄມ້ບູຮານໃນທົ່ວເມືອງເປັນເທື່ອທຳອິດ. ເດືອນພະຈິກປີ 1982, ເມືອງເຈີ້ງຕິ້ງໄດ້ປະກາດລາຍຊື່ຕົ້ນໄມ້ບູຮານ ແລະ ຕົ້ນໄມ້ທີ່ມີຊື່ສຽງ, ໃນນີ້ຕົ້ນໄມ້ເກົ່າແກ່ທີ່ສຸດມີອາຍຸເຖິງ 1,400 ກວ່າປີແລ້ວ. ຕັ້ງແຕ່ນັ້ນມາ, ຕົ້ນໄມ້ບູຮານຂອງເມືອງເຈີ້ງຕິ້ງໄດ້ມີ “ບັດປະຈຳຕົວ” ແລະ ມີຄົນບົວລະບັດເປັນການສະເພາະ.

ທ່ານ ສີຈິ້ນຜິງ ເຫັນວ່າເມືອງເຈີ້ງຕິ້ງ ມີປະຫວັດສາດອັນຍາວນານເປັນໜ້າສຶກສາຄົ້ນຄວ້າທີ່ສຸດ. ເພິ່ນໄດ້ອ່ານປະຫວັດຂອງເມືອງ ແລະ ຂໍ້ມູນປະຫວັດສາດໃຫ້ເຂົ້າໃຈດີ, ໄປຍ່າງຕາມຖະໜົນທາງຮ່ອມຕ່າງໆເພື່ອສຳຫຼວດຮ່ອງຮອຍບູຮານສະຖານ. ຂໍພຽງແຕ່ເປັນສິ່ງທີ່ກ່ຽວຂ້ອງກັບການອະນຸລັກຮັກສາວັດຖຸບູຮານໃນເມືອງບູຮານ, ເພິ່ນກໍໄດ້ຈັດເຂົ້າໃນວາລະວຽກງານທັງໝົດ.

ຄຳ​ຖາມ-​ຕອບ ຢກອງ​ຮມ​ຕນ​ຫວຍ​ບ​ຮານ ​ທສອງ​ແສງ​ເຖງ​ຈດໃຈ​ເພອ​ປະ​ຊາ​ຊນ - image 2
 

ທ່ານ ສີຈິ້ນຜິງ ເວົ້າວ່າ: “ຖ້າພວກເຮົາບໍ່ອະນຸລັກວັດຖຸບູຮານໃຫ້ດີ, ພວກເຮົາກໍມີຄວາມຜິດ, ກໍຈະລະອາຍໃຈຕໍ່ຄົນຮຸ່ນຫຼັງ.” ດ້ວຍຄວາມຮັບຜິດຊອບຕໍ່ປະຫວັດສາດແບບນີ້, ທ່ານ ສີຈິ້ນຜິງ ໄດ້ຄົ້ນຄິດຢ່າງເລິກເຊິ່ງກວ່າເກົ່າຕໍ່ການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ສ້າງຜົນງານເພື່ອປະຊາຊົນ.

ປີ 2002, ທ່ານ ສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນ ໄດ້ຂຽນຄຳນຳໃຫ້ປຶ້ມ “ເຮືອນບູຮານຟູໂຈ່ວ” ໂດຍມີເນື້ອໃນບາງຕອນລະບຸວ່າ: “ການພັດທະນາເສດຖະກິດຄືໜ້າທີ່ສຳຄັນຂອງຜູ້ເປັນການນຳ, ຂະນະທີ່ການອະນຸລັກຮັກສາສະຖາປັດຕະຍະກຳບູຮານ, ເຂດຖະໜົນດັ້ງເດີມ, ວັດຖຸບູຮານ, ເມືອງບູຮານໃຫ້ດີກໍເປັນໜ້າທີ່ສຳຄັນຂອງຜູ້ເປັນການນຳເຊັ່ນກັນ, ທັງສອງຢ່າງນີ້ມີຄວາມສຳຄັນເທົ່າທຽມກັນ.”

ທ່ານ ສີຈິ້ນຜິງ ເຫັນວ່າ: ການສ້າງທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານກໍຄື “ບໍ່ພຽງແຕ່ຕ້ອງເຮັດວຽກຕົວຈິງທີ່ປະຊາຊົນເຫັນໄດ້, ຈັບບາຍໄດ້ ແລະ ໄດ້ຮັບຜົນປະໂຫຍດຕົວຈິງເທົ່ານັ້ນ, ຍັງຕ້ອງເຮັດເລື່ອງດີທີ່ສ້າງພື້ນຖານ ແລະ ມີຜົນດີຕໍ່ການພັດທະນາທີ່ຍາວນານໃຫ້ແກ່ຄົນຮຸ່ນຫຼັງ”.

ບໍ່ວ່າຈະເປັນການປະຕິເສດສຽງຄັດຄ້ານທັງຫຼາຍຢ່າງສຸດຂີດເພື່ອສັ່ງໂຈະການພັດທະນາດ້ານການຄ້າຢູ່ເຮືອນເກົ່າຂອງທ່ານ ຫຼິນເຈມິນ ນັກປະຕິວັດປະຊາທິປະໄຕທີ່ມີຊື່ສຽງຂອງຈີນ, ຊຸກຍູ້ການປະຕິບັດໂຄງການອະນຸສອນສະຖານເຮືອນເກົ່າຂອງທ່ານ ຫຼິນເຈມິນ ໂດຍແຂວນປ້າຍອະນຸລັກຢ່າງເປັນທາງການຢູ່ນະຄອນຟູໂຈ່ວ ແຂວງຟູຈ້ຽນ ຫຼື ການໄປສຳຫຼວດຄົ້ນຄວ້າເພື່ອເກັບກຳຂໍ້ມູນຢູ່ຮ່ອງຮອຍບູຮານສະຖານຫຼຽງຈູ ແຂວງເຈີ້ຈ່ຽງ, ໂດຍໄດ້ສັ່ງປິດບໍ່ຫີນຢູ່ບໍລິເວນອ້ອມຂ້າງ ແລະ ຊຸກຍູ້ການຮ້ອງຂໍສະເໜີເອົາຮ່ອງຮອຍບູຮານສະຖານດັ່ງກ່າວເຂົ້າເປັນມໍລະດົກໂລກ. ຕອນເຮັດວຽກຢູ່ແຂວງຟູຈ້ຽນ ແລະ ແຂວງເຈີ້ຈ່ຽງ, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ອອກແຮງສຸດຂີດເພື່ອຊຸກຍູ້ການປົກປັກຮັກສາວັດຖຸບູຮານປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ.

ປີ 2016, ທ່ານ ສີຈິ້ນຜິງ ທີ່ຂຶ້ນເປັນຜູ້ນຳສູງສຸດຂອງພັກ ແລະ ລັດແລ້ວນັ້ນໄດ້ມີຄຳຊີ້ນຳສຳຄັນຕໍ່ວຽກງານວັດຖຸບູຮານ, ທ່ານໄດ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງເພີ່ມຄວາມເຄົາລົບຢຳເກງຕໍ່ວັດຖຸບູຮານທາງປະຫວັດສາດ, ສ້າງແນວຄິດວິທະຍາສາດທີ່ວ່າ ການອະນຸລັກວັດຖຸບູຮານກໍແມ່ນຜົນງານການບໍລິຫານ.”

ຫຼາຍປີຜ່ານມານີ້, ຈີນໄດ້ຊຸກຍູ້ການປະຕິບັດໂຄງການອະນຸລັກວັດຖຸບູຮານສຳຄັນຕ່າງໆເຊັ່ນ: ການອະນຸລັກຮູບແຕ້ມຝາພະໜັງເມືອງຕຸ່ນຫວງ ແຂວງກ່ານຊູ້ ດ້ວຍເຕັກນິກດີຈີຕອນ, ການປະຕິສັງຂອນກຳແພງເມືອງບູຮານນະຄອນຊີ່ອ່ານ ແຂວງສ້ານຊີ, ຜົນການຂຸດຄົ້ນບູຮານນະຄະດີຢ່າງຕໍ່ເນື່ອງຢູ່ຮ່ອງຮອຍບູຮານສະຖານຢິ່ນຊວີ່ ນະຄອນອ່ານຢາງ ແຂວງເຫີນານ, ຜົນການຄົ້ນພົບທີ່ໜ້າອັດສະຈັນຢູ່ຂຸມຝັງເຄື່ອງບູຊາຂອງຮ່ອງຮອຍບູຮານສະຖານສ່ານຊິງຕຸ່ຍແຂວງເສສວນ ແລະ ອື່ນໆ ຜົນງານການຂຸດຄົ້ນບູຮານຄະດີທຸກຄັ້ງຜ່ານມານີ້ຕ່າງກໍເປັນສິ່ງອັດຈະຈັນ ແລະ ປະຈັກຕາຕໍ່ຊາວໂລກ.

ຄຳ​ຖາມ-​ຕອບ ຢກອງ​ຮມ​ຕນ​ຫວຍ​ບ​ຮານ ​ທສອງ​ແສງ​ເຖງ​ຈດໃຈ​ເພອ​ປະ​ຊາ​ຊນ - image 3
 

ການຕັ້ງຄຳຖາມຢູ່ກ້ອງຮົ່ມຕົ້ນຫວຍບູຮານເມືອງເຈີ້ງຕິ້ງເມື່ອ 40 ກວ່າປີກ່ອນໄດ້ສະທ້ອນໃຫ້ເຫັນວ່າທ່ານ ສີຈິ້ນຜິງ ໃນໄວໜຸ່ມທີ່ມີຄວາມເຄົາລົບຢຳເກງຕໍ່ປະຫວັດສາດ ແລະ ມີຄວາມຖະໜອມຮັກຕໍ່ວັດຖຸບູຮານ.

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ