ໃນຕອນບ່າຍຂອງວັນທີ 14 ທັນວາຜ່ານມານີ້, ຄະນະຮັບຜິດຊອບໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍຫຼື ຊກຂ ເມືອງພຽງ ໄດ້ສົມທົບກັບ ອົງການປົກຄອງບ້ານ ແສງຈະເລີນ, ກຸ່ມຜະລິດ ແລະ ບໍລິສັດຜູ້ຮັບເໝົາໂຄງການໄດ້ ລົງກວດກາການໂຄງການ ສ້ອມແປງເສັ້ນທາງເຂົ້າຫາພື້ນທີ່ການຜະລິດຂອງປະຊາຊົນບ້ານແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີ(ທາງຕົວແບບ) ຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍຫຼື (ຊກຂ) ຊຶ່ງນຳໂດຍທ່ານ ຄໍາພັນ ຄໍາພູບົວຮອງເຈົ້າເມືອງໆພຽງຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂອງເມືອງທັງເປັນປະທານປະສານງານໂຄງການ,ມີທ່ານ ບົວວັນ ຄໍາຈັນຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຮອງຜູ້ປະສານງານໂຄງການ,ພາກສ່ວນກ່ຽວຂ້ອງ ຫ້ອງການໂຍທາເມືອງ,ຫ້ອງການກະສິກຳແລະປ່າໄມ້ເມືອງການຈັດຕັ້ງບ້ານ,ຄະນະກຸ່ມການຜະລິດ, ແນວລາວສ້າງຊາດບ້ານ, ແມ່ຍິງບ້ານແສງຈະເລີນບ້ານເຈົ້າຂອງໂຄງການ,ບໍລິສັດຮັບເໝົາໂຄງການ,ພ້ອມດ້ວຍວິຊາການປະຈໍາພາກສະໜາມເຂົ້າຮ່ວມ.
ສຳລັບໂຄງການ ສ້ອມແປງເສັ້ນທາງເຂົ້າຫາພື້ນທີ່ການຜະລິດຂອງປະຊາຊົນບ້ານແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີ (ທາງຕົວແບບ) ຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍຫຼື (ຊກຂ) ດັ່ງກ່າວແມ່ນໄດ້ລົງມືສ້ອມແປງນັບແຕ່ວັນທີ 4 ທັນວາ 2023ເປັນຕົ້ນມາ ຊຶ່ງມີຄວາມຍາວ 5 ກິໂລແມັດ, ຄວາມກວ້າງໜ້າທາງ 4 ແມັດ, ຊຶ່ງທາງໄດ້ຍົກລະດັບປູຫີນບາງບ່ອນ, ມູນຄ່າການລົງທຶນສ້ອມແປງທັງໝົດ 25.000 ໂດລາ ແລະທຶນສົມທົບຂອງປະຊາຊົນ 100 ລ້ານ ກີບ ໂດຍແມ່ນ ບໍລິສັດ ພຸດລືໄຊ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາສ້ອມແປງ ເສັ້ນທາງດັ່ງກາວພາຍຫຼັງສຳເລັດແມ່ນຈະມີຄວາມສະດວກສະບາຍໃຫ້ກັບປະຊາຊົນພາຍໃນບ້ານເຈົ້າຂອງໂຄງການໃນການສັນຈອນໄປ ທຳການຜະລິດແລະຂົນສົ່ງຜົນຜະລິດດ້ານກະສິກຳແລະອື່ນໆໃຫ້ມີຄວາມສະດວກສະບາຍດີຂຶ້ນທັງເປັນການປະກອບສ່ວນພັດທະນາບ້ານຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ; ຜ່ານການລົງກວດກາ ແລະ ຊຸກຍູ້ໂຄງການ ເຫັນວ່າ ມາຮອດປັດຈຸບັນ ແມ່ນໄດ້ສໍາເລັດ 30% ແລະ ຄາດວ່າໂຄງການຈະສໍາເລັດໃນທ້າຍເດືອນທັນວາ 2023 ນີ້100%.(ຂ່າວ: ແສງສຸດາ ກິ່ງສະຫວັດ)98041321

ຄໍາເຫັນ