![]() |
ເຂົ້າສານມອບໃນຄັ້ງນີ້ ມີຈໍານວນທັງໝົດ 818 ໂຕນ, ກ່າວມອບໂດຍທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ກ່າວຮັບໂດຍ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ພ້ອມທັງກ່າວມອບຕໍ່ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫຼວງນໍ້າທາ ເພື່ອນໍາໄປ ແຈກຢາຍ ແລະ ມອບຕໍ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນປີ 2024 ຜ່ານມາ. ໃນນີ້, ໄດ້ແຈກຢາຍໃຫ້ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າແຂວງ ຈໍານວນ 10 ໂຕນ, ແຈກຢາຍໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຕໍ່ທີ່ຢູ່ອາໄສ ຄັ້ງກ່ອນ ຈໍານວນ 17 ບ້ານ, ມີ 2,646 ຄົນ ຍິງ 5,928 ຄົນ ເປັນເຂົ້າສານ 443 ໂຕນ, ແຈກຢາຍໃຫ້ຄອບຄົວທີ່ຖືກຜົນກະທົບນໍ້າຖ້ວມເນື້ອທີ່ນາເສຍຫາຍ ຈໍານວນ 48 ບ້ານເປົ້າໝາຍ. ໃນນີ້, ໄດ້ແຈກຢາຍສໍາເລັດແລ້ວ 9 ບ້ານ, ມີ 451 ຄົວເຮືອນ, ມີ 2,791 ຄົນ ຍິງ 1.340 ຄົນ ເປັນເຂົ້າສານ ຈໍານວນ 100 ໂຕນ ພ້ອມນັ້ນ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະໄດ້ສືບຕໍ່ມອບເຂົ້າສານໃຫ້ບັນດາບ້ານເປົ້າໝາຍ ກໍຄືປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນປີຜ່ານມາ ໃຫ້ສໍາເລັດໂດຍໄວ.
![]() |
(ຂ່າວ: ຄໍາຕັນ ອຸ່ນຄໍາ)
ຄໍາເຫັນ