ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຊຸກຍູ້ການເລືອກຕັ້ງ ສສຊ ແລະ ສສຂ ຢູ່ເມືອງຄູນຄໍາ
ວັນທີ 21 ມັງກອນ 2026, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໂດຍມີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານໃນຄະນະກຳມະການເລືອກຕັ້ງຂັ້ນແຂວງຄໍາມ່ວນ ລົງຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງຄູນຄໍາ.
ຄະນະກຳມະການເລອກຕງຂນແຂວງ ຊກຍການເລອກຕງ ສສຊ ແລະ ສສຂ ຢເມອງຄນຄາ - image 1
 

ຊຶ່ງໄດ້ຮັບຟັງການລາຍງານຈາກຄະນະຮັບຜິດຊອບການເລືອກຕັ້ງຂັ້ນເມືອງ ໃນການກະກຽມໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ: ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ, ການແບ່ງຄວາມຮັບຜິດຊອບໃນແຕ່ລະອະນຸກຳມະການຕ່າງໆ ລວມເຖິງແຜນການຈັດຕັ້ງປະຕິບັດ ແລະ ແຜນທາງດ້ານງົບປະມານ, ການເກັບກຳສະຖິຕິຜູ້ທີ່ມີສິດປ່ອນບັດເລືອກຕັ້ງ, ຊຶ່ງໃນທົ່ວເມືອງຄູນຄໍາ ປະກອບມີ 22 ບ້ານ, ຈາກການເກັບກຳພົນລະເມືອງໃນເບື້ອງຕົ້ນ ທົ່ວເມືອງມີພົນລະເມືອງທັງໝົດ 25,123 ຄົນ, ຜູ້ທີ່ມີສິດປ່ອນບັດເລືອກຕັ້ງມີ 17,735 ຄົນ ຍິງ 8,736 ຄົນ. ໃນນີ້, ຜູ້ທີ່ສາມາດປ່ອນບັດຢູ່ໃນບ້ານຂອງຕົນ 13,034 ຄົນ ຍິງ 6,610 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ 1,264 ຄົນ ແລະ ຜູ້ທີ່ໄປເຮັດວຽກຢູ່ຕ່າງປະເທດ 1,112 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງໃນທົ່ວເມືອງມີ 23 ໜ່ວຍ ແລະ ໜ່ວຍປ່ອນບັດເຄື່ອນທີ່ມີ 4 ໜ່ວຍ.

ຄະນະກຳມະການເລອກຕງຂນແຂວງ ຊກຍການເລອກຕງ ສສຊ ແລະ ສສຂ ຢເມອງຄນຄາ - image 2
 

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນ ເພື່ອປຶກສາຫາລືແລກປ່ຽນເຖິງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ຮັບປະກັນເຮັດໃຫ້ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ຮັບການຈັດຕັ້ງປະຕິບັດໃຫ້ບັນລຸຜົນສໍາເລັດ ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບ ຄວາມປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ  ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ປະທານຍົກນໍ້າໜັກລາວ ພ້ອມມອບເງິນໂບນັດໃຫ້ນັກກິລາ ຫາກສ້າງຜົນງານດີໃນອາຊຽນພາຣາເກມ 2025

ທ່ານ ຄອນພະຈັນ ໄຊຍະສຸກ ປະທານສະຫະພັນຍົກນໍ້າໜັກຄົນພິການແຫ່ງຊາດລາວ ພ້ອມໃຫ້ເງິນໂບນັດ ເພື່ອເປັນກຳລັງໃຈໃຫ້ນັກກິລາຍົກນໍ້າໜັກຄົນພິການທີມຊາດລາວ ຫາກສາມາດສ້າງຜົນງານດີ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາເກມ 2025 ທີ່ນະຄອນຣາຊະສີມາ ປະເທດໄທ ເປັນເຈົ້າພາບ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ຫາລື ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບ ການລຶບລ້າງການຈຳແນກໃນໂລກຂອງການເຮັດວຽກ

ກົມຄຸ້ມຄອງແຮງງານ ກະຊວງແຮງງານສະຫວັດດີການ ແລະ ສັງຄົມ (ຮສສ) ຮ່ວມກັບອົງການແຮງງານສາກົນ ຈັດກອງປະຊຸມປຶກສາຫາລືໃສ່ຮ່າງຄູ່ມືອົບຮົມ ແລະ ເຄື່ອງມືສື່ສານສຳລັບການລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງເພດ) ໃນໂລກຂອງການເຮັດວຽກ ໃນວັນທີ 21 ມັງກອນນີ້ ເພື່ອລະດົມ, ຮວບຮວມ ຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆຈາກພາກສ່ວນກ່ຽວຂ້ອງໃສ່ຮ່າງຄູ່ມືດັ່ງກ່າວ, ແນໃສ່ຮັບປະກັນໃຫ້ເນື້ອໃນແທດເໝາະກັບສະພາບຄວາມເປັນຈິງຂອງສປປ ລາວ ໃຫ້ມີປະສິດທິຜົນໃນການຈັດຕັ້ງປະຕິບັດ.
ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ສປສສ ປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ມັງກອນ ຜ່ານມາ ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່.
ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫສປທ ເຜີຍແຜ່ເອກກະສານ ສຳຄັນຂອງພັກ-ຊາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງເຜີຍແຜ່ເອກກະສານສຳຄັນຂອງພັກ-ຂອງຊາດຂຶ້ນໃນວັນທີ 20 ມັງກອນນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການ ສຳນັກງານດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ-ພະນັກງານລັດຖະກອນພາຍໃນ ຫສປທ ເຂົ້າຮ່ວມ.
ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX.

ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄຫມທີ IX ຂຶ້ນໃນວັນທີ 20 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ມີພ່ກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ເຊກອງ ສະຫຼຸບການກຳຂໍ້ມູນວຽກງານກວດກາ 5 ປີ ແລະ ປະຈຳປີ

ກອງປະຊຸມ ຕິດຕາມ, ກວດກາ, ຊຸກຍູ້ ແລະ ກຳຂໍ້ມູນວຽກງານກວດກາ 5 ປີ 2021-2025 ແລະ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ ໂດຍມີທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ບຸນເສີມ ໄຊຍະຄຳ ຮອງຫົວໜ້າຫ້ອງການກວດກາສູນກາງພັກ, ພ້ອມດ້ວຍພະນັກງານກວດກາຂັ້ນແຂວງ ແລະ ສູນກາງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ເມືອງຫຼວງນໍ້າທາ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77ປີ

ໃນວັນທີ 20 ມັງກອນ 2026 ທີ່ສະໂມສອນເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອງ 2026) ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງພາຍໃນເມືຶອງ ເຂົ້າຮ່ວມ.
ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສນຊ ປາຖະກະຖາວັນສ້າງຕັ້ງກອງທັບ ແລະ ເຜີຍແຜ່-ແນະນຳນິຕິກຳການເລືອກຕັ້ງ

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 77 ປີ (20/1/1949-20/1/2026) ແລະ ເຜີຍແຜ່, ແນະນຳນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 20 ມັງກອນຜ່ານມາ, ໃຫ້ກຽດປາຖະກະຖາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານ ສນຊ, ມີຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ ກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ປະກາດການຈັດຕັ້ງຕຳແໜ່ງບໍລິຫານ

ກະຊວງການຕ່າງປະເທດ ໄດ້ປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ໃນຕອນເຊົ້າທີ 21 ມັງກອນນີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ