![]() |
ໂອກາດນີ້, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ພົບປະກັບ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາບໍລິຫານພັກແຂວງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ພ້ອມທັງ ໄດ້ເປີດກອງປະຊຸມເພື່ອຮັບຟັງການລາຍງານກ່ຽວກັບການກຽມວຽກງານຮອບດ້ານ ໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍ ທ່ານປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈໍາປາສັກ ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດວຽກງານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຊຶ່ງໄດ້ຖືເອົາການຜັນຂະຫຍາຍນິຕິກຳຈາກສູນກາງເປັນໜ້າທີ່ຫຼັກ ໂດຍໄດ້ກຳນົດແຜນດຳເນີນງານອອກເປັນ 3 ໄລຍະ ແລະ 4 ບາດກ້າວໃນການຈັດຕັ້ງປະຕິບັດ. ຜ່ານການຈັດຕັ້ງປະຕິບັດຕົວຈິງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໄດ້ຈັດຕັ້ງປະຕິບັດສໍາເລັດ ແລະ ສືບຕໍ່ປະຕິບັດວຽກງານ ໄລຍະທີ 2 ໃນບາດກ້າວ 3.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນຢ່າງສ້າງສັນ ແລະ ມີຈຸດສຸມ ແນໃສ່ເຮັດໃຫ້ການກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ມີຄວາມພ້ອມຮອບດ້ານ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ 4 ດ້ານ ຄື: ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%; ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%; ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%; ນໍາພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ 100%.
![]() |
ໃນຕອນທ້າຍ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ຂອງແຂວງຈໍາປາສັກ ໃນການກະກຽມວຽກການເລືອກຕັ້ງໃນຄັ້ງນີ້, ພ້ອມທັງເຊື່ອໝັ້ນວ່າ ການກະກຽມ ແລະ ດໍາເນີນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈະສາມາດບັນລຸ ຜົນສໍາເລັດຕາມ 4 ຄາດໝາຍທີ່ວາງໄວ້. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ພ້ອມທັງຮີບຮ້ອນຈັດຝຶກອົບຮົມການຫາສຽງ ໃຫ້ບັນດາເປົ້າໝາຍທີ່ໄດ້ຮັບສະໜັກເລືອກຕັ້ງ, ເກັບກຳບັນຊີອຸປະກອນຮັບໃຊ້ການເລືອກຕັ້ງ, ງົບປະມານ ແລະ ອື່ນໆ. ບັນຫາໃດທີ່ມີຄວາມຫຍຸ້ງຍາກສັບສົນ ແມ່ນໃຫ້ລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ ຢ່າງຮີບດ່ວນ ເພື່ອຂໍທິດຊີ້ນຳແກ້ໄຂໃຫ້ທັນເວລາ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ+ກຸກກິກ)


ຄໍາເຫັນ