![]() |
ທ່ານ ນາງ ບຸຜາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 320/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍ ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ (2 ທັນວາ 1975 – 2 ທັນວາ 2025) ໃຫ້ແກ່ພະນັກງານ - ລັດຖະກອນ ປະຈໍາການ ແລະ ພະນັກງານ ບໍານານຂອງແຂວງສາລະວັນ ທັງໜົດ 7,790 ທ່ານ, 926 ທ່ານ; ໃນນັ້ນ ພະນັກງານ - ລັດຖະກອນ ປະຈໍາການ ມີ 4,781 ທ່ານ, ຍິງ 497 ທ່ານ; ພະນັກງານ - ລັດຖະກອນ ບໍານານ ມີ 1,689 ທ່ານ, ຍິງ 37 ທ່ານ ແລະ ນັກທຸລະກິດ - ຜູ້ປະກອບການ ມີ 1,320 ທ່ານ, ຍິງ 392 ທ່ານ.
ສໍາລັບ ຄະນະໂຄສະນາອົບຮົມ ແຂວງສາລະວັນ ມີຜູ້ໄດ້ຮັບຫຼຽນກາລະນຶກ ຈຳນວນທັງໝົດ28 ທ່ານ, ຍິງ 8 ທ່ານ ໃນນັ້ນ ພະນັກງານ - ລັດຖະກອນ ປະຈໍາການ ມີ 24 ທ່ານ, ຍິງ 8 ທ່ານ ແລະ ພະນັກງານ - ລັດຖະກອນ ບໍານານ ມີ 4 ທ່ານ.
ຈາກນັ້ນ, ທ່ານ ມະໄລວອນ ສີປະເສີດ ໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃຫ້ແກ່ພະນັກງານ - ລັດຖະກອນ ປະຈໍາການ-ບໍານານ. ພ້ອມທັງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານ-ລັດຖະກອນ ທີ່ໄດ້ຮັບຫຼຽນດັ່ງກ່າວ, ພ້ອມທັງ ເນັ້ນໜັກໃຫ້ ຍົກສູງຈິດໃຈຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ ເປັນອັນໜຶ່ງອັນດຽວ ເພື່ອສືບຕໍ່ປະຕິບັດໜ້າທີ່ ສ້າງຜົນງານໃໝ່ ແລະ ປະກອບສ່ວນໃນການສ້າງສາພັດທະນາແຂວງສາລະວັນ ໃຫ້ນັບມື້ມີຄວາມກ້າວໜ້າ.
ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ