ຄະນະກວດກາສູນກາງ ປາຖະກະຖາເອກະສານສໍາຄັນຂອງພັກ-ຂອງຊາດ

ຄະນະກວດກາສູນກາງ ປາຖະກະຖາເອກະສານສໍາຄັນຂອງພັກ-ຂອງຊາດ
ຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດຄື: ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນປະກາດເອກະລາດ ຄົບຮອບ 78 ປີ, ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ  75 ປີ, ໃນວັນທີ 14 ທັນວານີ້, ທີ່ສະໂມສອນຂອງຄະນະກວດກາສູນກາງ.
    ເປັນກຽດໃນພິທີ ໂດຍ ທ່ານ ສີໄນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານກວດກາສູນກາງພັກ ແລະ ຮອງຫົວໜ້າອົງການກວດກາແຫ່ງລັດ, ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພະນັກງານ-ລັດຖະກອນ.
    ຈຸດປະສົງຂອງພິທີ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້, ກໍາແໜ້ນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດທີ່ດີເລີດ ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອປະຫວັດສາດ, ຄວາມອົງອາດກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງບັນພະບູລຸດລາວ ໃນສະໄໝຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ.
    ທ່ານ ສີໄນ ມຽງລາວັນ ໄດ້ເຜີຍແຜ່ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຊຶ່ງໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດ, ແບບຢ່າງທີ່ດີເລີດ ແລະ ຮໍ່າຮຽນເອົາແບບຢ່າງດີເລີດຂອງປະທານ ໄກສອນ ພົມວິຫານ.  ປະທານ ໄກສອນ ພົມວິຫານ ໄດ້ຮັບຮູ້ແຈ້ງວ່າ: “ການປະຕິວັດຕ່າງກັບການປະຕິຮູບ ແລະ ການລັດຖະປະຫານ, ການປະຕິວັດ ແມ່ນການຕໍ່ສູ້ຊົນຊັ້ນ ທີ່ດຸເດືອດຂ້ຽວຂາດ”. ສະນັ້ນ, ຢາກເອົາຊະນະສັດຕູ ຕ້ອງມີນໍ້າໃຈປະຕິວັດ ເດັດດ່ຽວໜຽວແໜ້ນ ແລະ ຕໍ່ສູ້ສຸດກົກສຸດປາຍ. ກ່ອນອື່ນໝົດ ແມ່ນຕ້ອງມີກຳລັງປະຕິວັດ ແລະ ມີຖານທີ່ໝັ້ນ ເພື່ອເປັນບ່ອນອີງໃຫ້ແກ່ການຕໍ່ສູ້ອັນຍືດເຍື້ອຍາວນານ, ເພາະວ່າພວກເຮົາ ຕໍ່ສູ້ກັບສັດຕູ ທີ່ມີຄວາມເຂັ້ມແຂງທີ່ສຸດ ຊຶ່ງບໍ່ສາມາດເອົາຊະນະສັດຕູໄດ້ ໃນໄລຍະທາງອັນສັ້ນ. ຈາກແນວຄິດຊີ້ນໍາ ທີ່ເປັນຍຸດທະສາດດັ່ງກ່າວ ດ້ວຍຄວາມເປັນເອກະພາບສູງ, ເພິ່ນ ຈຶ່ງໄດ້ນໍາພາກໍ່ສ້າງຖານທີ່ໝັ້ນການປະຕິວັດຂຶ້ນ ເລີ່ມຈາກຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ, ແລ້ວຄ່ອຍໆຂະຫຍາຍອອກກາຍເປັນເຂດປົດປ່ອຍອັນກວ້າງໃຫຍ່.
ນອກນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ຮັບຮູ້ແຈ້ງວ່າ: ຂະບວນການປະຕິວັດຢູ່ປະເທດເຮົາ ເພື່ອເອົາຊະນະກັບຈັກກະພັດຜູ້ຮຸກຮານ ຈຳເປັນຕ້ອງມີພັກນຳພາ. ຍ້ອນແນວນັ້ນ, ອີງຕາມການຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຮ່ວມກັບໝູ່ຄະນະສ້າງຕັ້ງ “ພັກປະຊາຊົນລາວ” ຂຶ້ນໃນວັນທີ 22 ມີນາ 1955 ຊຶ່ງແມ່ນ “ພັກປະຊາຊົນ ປະຕິວັດລາວ” ໃນປັດຈຸບັນ.
 
ນັບແຕ່ມີພັກນໍາພາຂະບວນການປະຕິວັດ ຂອງປະເທດເຮົາ ໄດ້ຮັບໄຊຊະນະເປັນກ້າວໆ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງຂຶ້ນເລື້ອຍໆ ໂດຍພາຍໃຕ້ການນໍາພາໂດຍກົງຂອງປະທານ ໄກສອນ ພົມວິຫານ ໃນຖານະທີ່ເປັນຜູ້ນຳໜ້າພາທາງ ແລະ ເປັນຜູ້ນໍາໃນຫຼາຍຕຳແໜ່ງ ໄດ້ນໍາພາການຕໍ່ສູ້ປະຕິວັດ ຢູ່ປະເທດເຮົາ ມີຜົນສຳເລັດ ແລະ ໄຊຊະນະອັນໃຫຍ່ຫຼວງໃນແຕ່ລະໄລຍະ ຂອງການປະຕິວັດ ຈົນກ້າວໄປສູ່ໄຊຊະນະຢ່າງສົມບູນ, ສາມາດທັບມ້າງແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ຄອບງຳປະເທດເຮົາ ເປັນເວລາ 80 ກວ່າປີ ໃຫ້ພັງລະລາຍລົງຢ່າງສິ້ນເຊິ່ງ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜົນງານ ແລະ ໄຊຊະນະຕະຫຼອດໄລຍະຂອງການປະຕິວັດ ໂດຍພາຍໃຕ້ການນໍາພາອັນປີຊາສາມາດ ຂອງປະທານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນໍາຄົນອື່ນໆ ທີ່ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ອັນສະຫງ່າອົງອາດ ຂອງຊາດລາວຕະຫຼອດໄປ.
ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນແລ້ວ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າ ໄດ້ນໍາພາທົ່ວປວງຊົນລາວທັງຊາດ ກໍ່ສ້າງລະບອບໃໝ່ ໂດຍປະຕິບັດສອງໜ້າທີ່ຍຸດທະສາດຄື: “ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຕາມເສັ້ນທາງສັງຄົມນິຍົມ.  ບົນພື້ນຖານນັ້ນ, ປະທານ ໄກສອນ ໄດ້ມີຄວາມສະດຸ້ງໄວ ແລະ ຕັດສິນໃຈປັບປຸງແນວທາງແຜນນະໂຍບາຍ ແຫ່ງການກໍ່ສ້າງລະບອບໃໝ່ໃຫ້ສອດຄ່ອງ. ອັນພົ້ນເດັ່ນທີ່ສຸດ ແມ່ນການນໍາພາລິເລີ່ມຄົ້ນຄວ້າວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ. ເພິ່ນ ໄດ້ຮ່ວມກັບໝູ່ຄະນະນໍາພາການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຢ່າງມີບາດກ້າວ ແລະ ມີຂັ້ນຕອນທີ່ເໝາະສົມ ຊຶ່ງເລີ່ມຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເປັນຕົ້ນມາ ແລະ ມີໝາກຜົນເທົ່າປັດຈຸບັນ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ