ຄະນະນໍາ ຄອສພ ອວຍພອນກະຊວງປ້ອງກັນປະເທດ ໂອກາດ 75ປີ ວັນສ້າງຕັ້ງກອງທັບ

ຄະນະນໍາ ຄອສພ ອວຍພອນກະຊວງປ້ອງກັນປະເທດ ໂອກາດ 75ປີ ວັນສ້າງຕັ້ງກອງທັບ
ໃນໂອກາດທີ່ຈະບັນຈົບຄົບຮອບ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ບັນດາຄະນະພັກ-ຄະນະນໍາກະຊວງ/ອົງການຕ່າງໆ ຂອງທົ່ວພັກ-ທົ່ວລັດ ໄດ້ເຂົ້າອວຍພອນຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ຊຶ່ງໃນນີ້ ຄະນະພັກ-ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກໍໄດ້ເຂົ້າອວຍພອນເນື່ອງໃນໂອກາດວັນສຳຄັນດັ່ງກ່າວ.
    ໃນວັນທີ 18 ມັງກອນນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະພັກ-ຄະນະນໍາຂອງ ຄອສພ ໄດ້ເຂົ້າອວຍພອນ ກະຊວງປ້ອງກັນປະເທດ ໂດຍແມ່ນ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະພັກ-ຄະນະນໍາກະຊວງດັ່ງກ່າວ ຮັບການເຂົ້າອວຍພອນ.
    ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະນໍາ, ຄະນະກອງບັນຊາການກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ; ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ, ມີຜົນສຳເລັດ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງກວ່າເກົ່າ. ສະຫາຍ ຍັງໄດ້ກ່າວວ່າ: ພວກຂ້າພະເຈົ້າຕີລາຄາສູງ ຕໍ່ຕະຫຼອດໄລຍະ 75 ປີຜ່ານມານີ້, ເຖິງຈະປະສົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ, ດ້ວຍຄວາມນໍາພາ-ຊີ້ນໍາ ໃກ້ຊິດຕິດແທດຢ່າງສະໜິດສະໜົມຂອງການນໍາຂອງກອງບັນຊາການ ກໍຄືທົ່ວກະຊວງປ້ອງກັນປະເທດ ໄດ້ເຮັດໃຫ້ທົ່ວປະເທດພວກເຮົາ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນເຮັດໃຫ້ທົ່ວປະເທດ ສືບຕໍ່ມີຄວາມສະຫງົບ ຄວາມເປັນລະບຽບ ຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ໄດ້ມີການພັດທະນາຢ່າງຕໍ່ເນື່ອງ. ພິເສດ, ສຳລັບການກໍ່ສ້າງກຳລັງປ້ອງ ກໍມີການເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ເປັນເສົາຄໍ້າອັນໜັກແໜ້ນໃນການປ້ອງກັນປະເທດ, ສ້າງປະເທດພວກເຮົາໃຫ້ໜັກແໜ້ນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
    ສຳລັບ ຄອສພ, ກໍໄດ້ປະກອບສ່ວນສຳຄັນຕະຫຼອດໄລຍະຜ່ານມາ ໄດ້ເຜີຍແຜ່ແນວທາງນະໂຍບາຍ ຊຶ່ງໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ່ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈ, ໄດ້ເຊື່ອມຊຶມ ແລະ ໄດ້ເປັນເຈົ້າການປະກອບສ່ວນເຂົ້າຮ່ວມ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ຄອສພ ຍັງໄດ້ປະກອບສ່ວນໃນການໂຄສະນາ ເນື່ອງໃນໂອກາດ 75 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ໂດຍໄດ້ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ໂດຍສະເພາະແມ່ນໜັງສືພິມປະຊາຊົນ ທີ່ໄດ້ມີຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນຂຶ້ນ ໂດຍສະເພາະມີບົດສຳພາດ ບັນດາພະນັກງານ-ການນໍາອາວຸໂສ, ພະນັກງານຫຼັກແຫຼ່ງຢູ່ໃນບັນດາກົມກອງ ຫຼື ການນໍາຂັ້ນຕ່າງໆ ອອກໃນເກືອບທຸກສະບັບ ແລະ ອອກໃນພາຫະນະສື່ຂອງໜັງສືພິມທຸກມື້.
    ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍໄດ້ຕາງໜ້າຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ຕາງໜ້ານາຍ ແລະ ພົນທະຫານທົ່ວກອງທັບປະຊາຊົນລາວ ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບອົກຂອບໃຈຢ່າງສູງ ຕໍ່ການນໍາເອົາກະຕ່າດອກໄມ້, ວັດຖຸປັດໄຈ ແລະ ຄວາມເວົ້າອັນຈົບງາມຕໍ່ກອງທັບ ມາອວຍພອນໃນໂອກາດວັນປະຫວັດສາດກອງທັບ ຄົບຮອບ 75 ປີໃນຄັ້ງນີ້. ພ້ອມນີ້, ກໍໄດ້ກ່າວວ່າ: ກອງທັບພວກເຮົາສຸດທີ່ມີຄວາມພາກພູມໃຈ ທີ່ໄດ້ມີອົງການຈັດຕັ້ງຂອງພັກ, ຂອງລັດ ແລະ ພາກສ່ວນຕ່າງໆ ຕະຫຼອດພໍ່ແມ່ປະຊາຊົນ ໃນການສະໜັບສະໜູນຊ່ວຍເຫຼືອກອງທັບຕະຫຼອດໄລຍະ 75 ປີຜ່ານມາ, ເຮັດໃຫ້ກອງທັບໄດ້ມີການຈະເລີນເຕີບໂຕຂຶ້ນ ສາມາດຈັດຕັ້ງປະຕິບັດໜ້າທີ່ຂອງກອງທັບ ໂດຍສະເພາະຢ່າງຍິ່ງແມ່ນການຮັກສາສັນຕິພາບ, ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ ຊຶ່ງນີ້ແມ່ນເປັນການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ການຄຸ້ມຄອງຂອງລັດ, ມີການສະໜັບສະໜູນຂອງກະຊວງ/ອົງການຕ່າງໆ. ຄອສພ ກໍເປັນອົງການທີ່ສຳຄັນ ທີ່ນໍາເອົາແນວທາງນະໂຍບາຍຂອງພັກ, ຂອງລັດ, ນິຕິກຳ ແລະ ກົດໝາຍ ໃນຂົງເຂດປ້ອງກັນຊາດ ເຜີຍແຜ່ສູ່ມວນຊົນ, ປະຊາຊົນບັນດາເຜົ່າ, ບັນດາຮຸ່ນສືບທອດຕ່າງໆ ເຂົ້າໃຈເຖິງປະຫວັດສາດຂອງກອງທັບ, ເຂົ້າໃຈເຖິງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມດຽວກັນນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ຍັງໄດ້ກ່າວຂອບໃຈທີ່ ຄອສພ ໄດ້ເອົາການເອົາງານຊ່ວຍສະໜັບສະໜູນກອງທັບພວກເຮົາ ໂດຍສະເພາະໃນໄລຍະປະຫວັດສາດແຕ່ລະໄລຍະ ເປັນຕົ້ນ ເອກະສານປາຖະກະຖາມູນເຊື້ອ 75 ປີ ກໍໄດ້ຊ່ວຍໃນການກວດກາປັບປຸງ ແລະ ພ້ອມດຽວກັນກໍໄດ້ຈັດຕັ້ງເຜີຍແຜ່ປະຫວັດສາດກອງທັບຜ່ານວາລະສານ, ໜັງສືພິມມາແຕ່ເລີ່ມຕົ້ນກ່ອນແຕ່ຫົວທີ ມາຮອດປັດຈຸບັນ ແລະ ກໍເຫັນວ່າຍັງສືບຕໍ່ຊ່ວຍໂຄສະນາ. 
    ຕອນທ້າຍ, ສະຫາຍ ພົນໂທ ທອງລອຍ ສິລິວົງ ຍັງໄດ້ກ່າວອວຍພອນ ສະຫາຍ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍບັນດາສະຫາຍ ຄະນະພັກ-ຄະນະນໍາ ແລະ ພະນັງານ ຄອສພ ອີກດ້ວຍ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ