ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ
ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ຄະນະນຳ ຄອສພ ຢຽມຢາມໃຫກຳລງໃຈສມວນຊນ - image 1
 

ຄະນະນຳ ໂຄສະນາອົບຮົມສູນກາງພັກ ນຳໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ,ຮອງເລຂາພັກ,ຮອງຫົວໜ້າຄະນະໂຄສະນາອົບຮົມ ພ້ອມດ້ວຍບັນດາສະຫາຍ ຮອງຫົວໜ້າ ຄອສພ ແລະບັນດາສະມາຊິກພັກສົມບູນຕາງໜ້າຕົວແທນສະມາຊິກພັກ ຄອສພ ເຂົ້າຮ່ວມກອງປະຊຸມໃຫຍ່ດັ່ງກ່າວ ໄດ້ມາຢ້ຽມຢາມໃຫ້ກຳລັງໃຈບັນດາສື່ມວນຊົນລາວທຸກພາກສ່ວນທີ່ກຳລັງປະຕິບັດໜ້າທີ່ກຳເກັບຂ່າວການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ທີ່ສູນຂ່າວປະຈຳຢູ່ຫໍປະຊຸມແຫ່ງຊາດ,ໂດຍຄະນະນຳຕ່າງກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອ້າຍນ້ອງສື່ມວນຊົນທີ່ໄດ້ພ້ອມກັນຢ່າງຫ້າວຫັນໃນການປະຕິບັດໜ້າທີ່ຂອງໃຜລາວ ເລີ່ມແຕ່ມື້ເປີດກອງປະຊຸມໃຫຍ່ຢ່າງເປັນທາງການສື່ມວນຊົນທຸກພາກສ່ວນໄດ້ໂຄສະນາເຜີຍແຜ່ການດຳເນີນກອງປະຊຸມຜ່ານສື່ຕ່າງໆບໍ່ວ່າທາງສື່ສິ່ງພິມກໍຄືສື່ອອນລາຍທີ່ເປັນບົດຂ່າວຫຼາກຫຼາຍສີສັນໃຫ້ສັງຄົມໄດ້ຮັບຮູ້ແລະຕິດຕາມກັນຢ່າງທົ່ວເຖິງຕະຫຼອດໄລຍະດຳເນີນກອງປະຊຸມ ພ້ອມນັ້ນ ຄະນະນຳ ຄອສພ ຍັງໄດ້ຮຽກຮ້ອງໃຫ້ບັນດາສື່ມວນຊົນຈົ່ງຮ່ວມແຮງຮ່ວມໃຈສາມັກຄີກັນຢ່າງແໜ້ນແຟ້ນພ້ອມກັນປະຕິບັດໜ້າໃຫ້ປະສົບຜົນສຳເລັດ

ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວເດັ່ນ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ

ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ເຖິງວັນທີ 8 ເດືອນມັງກອນ ປີ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ".
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປິດລົງດ້ວຍຜົນສຳເລັດ ຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄດ້ດໍາເນີນຢ່າງເປັນທາງການ ແຕ່ວັນທີ 6 ມາເປັນເວລາ 3 ວັນ; ມາເຖິງວັນທີ 8 ມັງກອນນີ້, ກໍໄດ້ປິດລົງດ້ວຍຜົນສໍາເລັດ ຢ່າງສະຫງ່າງາມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 835 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ ໃນທົ່ວປະເທດ 421,865 ສະຫາຍ, ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ.
ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາລີຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີການລົງທຶນໃນເຂດເສດຖະກິດພິເສດ ທັງໝົດ 5 ແຫ່ງ ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ–ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ.
ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນຜ່ານມາວ່າ:
ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ເພີ່ມເຕີມ