![]() |
ໃນກອງປະຊຸມ, ຄະນະຊາວໜຸ່ມແຂວງ ໄດ້ລາຍງານຜົນງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ. ໂອກາດນີ້, ສູນກາງ ຊປປລ ໄດ້ມອບອຸປະກອນຄອມພີວເຕີ ແລະ ເງິນສົດ ລວມມູນຄ່າ 125,854,000 ກີບ ເພື່ອຊຸກຍູ້ການເຄື່ອນໄຫວວຽກງານຊາວໜຸ່ມແຂວງ.
![]() |
ຕອນທ້າຍພິທີ, ສະຫາຍ ທອງລີ ສີສຸລິດ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະຊາວໜຸ່ມແຂວງ-ເມືອງ ໂດຍເນັ້ນໜັກ 5 ບັນຫາສຳຄັນຄື: 1) ຕ້ອງເປັນເຈົ້າການສ້າງພູມຄຸ້ມກັນທາງແນວຄິດໃຫ້ຊາວໜຸ່ມ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ພ້ອມຖືເອົາການຕ້ານຢາເສບຕິດເປັນໜ້າທີ່ຍຸດທະສາດ ໂດຍການດຶງດູດຊາວໜຸ່ມເຂົ້າຮ່ວມກິດຈະກຳກິລາ-ສິລະປະ; 2) ຕ້ອງເຮັດໃຫ້ຂໍ້ແຂ່ງຂັນ 4 ບຸກ ກາຍເປັນວິຖີຊີວິດ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນຢູ່ທຸກໂຮງຮຽນ; 3) ຕ້ອງສຸມໃສ່ປັບປຸງຄຸນນະພາບສະມາຊິກຊາວໜຸ່ມຢູ່ຮາກຖານ, ຄຸ້ມຄອງແຮງງານຊາວໜຸ່ມຢູ່ບັນດາໂຮງງານອຸດສາຫະກຳໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍົກລະດັບພະນັກງານໃຫ້ມີຄວາມຮູ້ດ້ານພາສາ ແລະ ເຕັກໂນໂລຊີ AI; 4) ຕ້ອງຫັນເອົາບັນດາ MOU ທີ່ສູນກາງໄດ້ລົງນາມ ໃຫ້ກາຍເປັນຮູບປະທຳ ໂດຍສະເພາະການສ້າງຖານຂໍ້ມູນຄວາມຕ້ອງການແຮງງານ ແລະ ຈັດຫຼັກສູດຝຶກອົບຮົມວິຊາຊີບໄລຍະສັ້ນ ທີ່ຕະຫຼາດແຮງງານກຳລັງຕ້ອງການ; 5) ຊຸກ ຍູ້ຜູ້ປະກອບການໜຸ່ມໃຫ້ເຂົ້າເຖິງແຫຼ່ງທຶນດອກເບ້ຍຕ່ຳ ແລະ ສົ່ງເສີມການນຳໃຊ້ທ່າແຮງທາງຜ່ານຂອງແຂວງ ເພື່ອພັດທະນາຜະລິດຕະພັນກະສິກຳ-ຫັດຖະກຳໃຫ້ມີຄຸນນະພາບສົ່ງອອກ.
![]() |
ສະຫາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະຊາວໜຸ່ມແຂວງບໍລິຄຳໄຊ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເຮັດຈິງ-ເຮັດແທ້ ເພື່ອເຮັດໃຫ້ຂະບວນການຊາວໜຸ່ມກາຍເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງໃນການພັດທະນາແຂວງໃຫ້ມັ່ງຄັ່ງເຂັ້ມແຂງຍິ່ງໆຂຶ້ນ. ຂ່າວ: ສຊປລ



ຄໍາເຫັນ