ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບ ໂຮງໝໍສູນກາງ 103 ກອງທັບ

ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບ ໂຮງໝໍສູນກາງ 103 ກອງທັບ
ໃນວັນທີ 16 ມັງກອນ ນີ້, ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ, ແພດໝໍໂຮງໝໍສູນກາງ 103 ກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 - 20 ມັງກອນ 2024)ທີ່ຈະມາເຖິງຊຶ່ງນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຜູ້ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ ແລະ ຫ້ອງການ. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ.
 ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ໂອ້ລົມ ແລະ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ 20 ມັງກອນໂດຍຫຍໍ້ວ່າ:ກ່ອນໜ້ານີ້ 75 ປີ, ຄືວັນທີ 20 ມັງກອນ 1949 ກອງລາດຊະວົງ ໄດ້ຮັບການສ້າງຕັ້ງຂຶ້ນຊຶ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວ ໃນປັດຈຸບັນ, ໂດຍໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຖ້ຳແມ, ເຂດລາວຮຸ່ງພຽງສາເມືອງຊຽງຄໍ້ແຂວງ ຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ຊີ້ນໍາ-ບັນຊາໂດຍກົງ. ນັ້ນເປັນວັນແຫ່ງການເຕົ້າໂຮມບັນດາກອງກຳລັງປະກອບອາວຸດທີ່ໄດ້ສ້າງຕັ້ງຂຶ້ນໃນບໍລິເວນຕ່າງໆທົ່ວປະເທດ ເຂົ້າເປັນກອງທັບລາວອິດສະຫຼະຊຶ່ງແມ່ນເຫດການທີ່ມີຄວາມໝາຍສຳຄັນຄັ້ງໃຫຍ່ຫຼວງທີ່ສຸດທາງດ້ານການເມືອງໃນປະຫວັດສາດຂອງຊາດລາວເຮົາ, ແມ່ນບາດລ້ຽວປະຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດ ໂດຍມີກອງທັບທີ່ເປັນກຳລັງຫຼັກແຫຼ່ງ, ເປັນທີ່ເພິ່ງອີງຂອງປະຊາຊົນລາວບັນດາເຜົ່າໃນການດໍາເນີນການຕໍ່ສູ້ຕີຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂາຍຊາດຊຶ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວກ້າວສູ່ລະດັບສູງ. 
ຕະຫຼອດໄລຍະ 75 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ທຸລະກັນດານທີ່ສຸດນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສໍາເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກໍາລັງປະກອບອາວຸດປະຕິວັດ. ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ, ຊຶ່ງໄດ້ຮັບຄໍາສັນລະເສີນຈາກພັກ ແລະ ລັດ ວ່າ: “ກອງທັບຍາມໃດກໍນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກໍາລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ".
 ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຍັງໄດ້ແນະນຳໃຫ້ຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມກັນສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄຸນນະພາບ ແລະ ມີການຫັນປ່ຽນຢ່າງເດັ່ນຊັດ, ສຶກສາອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ, ນັກຮົບ, ແພດໝໍທຸກຄົນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດເປັນຈິງ; ເອົາໃຈໃສ່ສຶກສາອົບຮົມໃຫ້ທຸກຄົນເສີມຂະຫຍາຍທາດແທ້ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ (ເປັນຕົ້ນ 8 ມູນເຊື້ອຂອງກອງທັບ) ແລະ ມູນເຊື້ອຂອງເຫຼົ່າຮົບ, ຂອງກົມກອງໃຫ້ເລິກເຊິ່ງຕົວຈິງ; ສ້າງກົມກອງໃຫ້ມີແນວຄິດການເມືອງໜັກແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ຢ່າງຈົບງາມ.
 ພ້ອມກັນນັ້ນ, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມ ແລະ ມອບວັດຖຸປັດໄຈຈໍານວນໜຶ່ງໃຫ້ພະນັກງານທະຫານທີ່ນອນປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ມອບໃຫ້ໂຮງໝໍສູນກາງ 103 ກອງທັບຕື່ມອີກ.
ຂ່າວ-ພາບ:ໜັງສືພິມກອງທັບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ