ເຄື່ອນໄຫວຊຸກຍູ້ວຽກງານໄອຍະການປະຊາຊົນ ຢູ່ແຂວງບໍລິຄຳໄຊ.

ຄະນະນຳອອປສເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ຄະນະນຳອອປສເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ
ວັນທີ 11 ພະຈິກ ນີ້, ຄະນະນຳອົງການໄອຍະການປະຊາຊົນສູງສຸດ(ອອປສ) ນຳໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ

 ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໄອຍະການປະຊາຊົນ ຢູ່ແຂວງບໍລິຄຳໄຊ.

ໃນການເຄື່ອນໄຫວດັ່ງກ່າວ, ທ່ານ ຄໍາເພັດ ສົມວໍລະຈິດ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊໃນຄັ້ງນີ້.

ຈາກນັ້ນ, ທ່ານຮອງ ອອປສ ໄດ້ພົບປະສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນເຂດ1 ແຂວງບໍລິຄຳໄຊ ແລະໄດ້ຮັບການລາຍງານ ຂອງທ່ານຫົວໜ້າອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມທ້າຍປິ 2024. ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນຳພາ ການຈັດຕັ້ງວຽກງານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ການຈັດຕັ້ງປະຕິບັດຄຳສັ່ງ ແລະ ນິຕິກຳຕ່າງໆ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ການຈັດຕັ້ງປະຕິບັດ, ຜັນຂະຫຍາຍວາລະແຫ່ງຊາດ ທີ່ສະແດງອອກໃນບົດລາຍງານ, ຄຽງຄູ່ກັບຜົນສໍາເລັດນັ້ນ ມີບາງປັດໄຈສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນແມ່ນ ໃຫ້ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຖືສໍາຄັນວຽກງານການສຶກສາອົບຮົມການເມືອງແນວຄິດ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາຊົນ, ແບບແຜນວິທີການເຮັດວຽກ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ລວມໄປເຖິງການປັບປຸງກົງຈັກການຈັດຕັ້ງ, ການປະຕິບັດໜ້າທີ່ວິຊາສະເພາະ ເຊັ່ນ: ການຕິດຕາມກວດກາທົ່ວໄປ, ການຂຶ້ນຖະແຫຼງໃນທີ່ປະຊຸມສານ, ການແຈ້ງຕອບປະຊາຊົນ, ການຕ້ອນຮັບປະຊາຊົນ, ການໃຫ້ຄຳປຶກສາ, ການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ເພີ່ມທະວີວຽກງານກວດກາຢ່າງເປັນປົກກະຕິ ແລະ ອື່ນໆ ພ້ອມທັງອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕອນວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນ 9 ມັງກອນ ຄົບຮອບ 35 ປີ ຢ່າງເປັນຂະບວນຟົດຟື້ນ. ພ້ອມນັ້ນ, ຍັງໄດ້ມອບຄອມພີວເຕີ ແລະ ເຄື່ອງປິນເຕີ ຈຳນວນ 1 ຊຸດ ໃຫ້ອົງການໄອຍະການປະຊາຊົນແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານ.

ຫຼັງຈາກນັ້ນ, ໃນວັນດຽວກັນ ຄະນະດັ່ງກ່າວຍັງໄດ້ລົງຢ້ຽມຢາມ ແລະ ພົບປະກັບ ເຈົ້າເມືອງປາກຊັນ, ເມືອງປາກກະດິງ ແລະ ເມືອງໄຊຈຳພອນ ເພື່ອຊຸກຍູ້ວຽກງານໄອຍະການຢູ່ທ້ອງຖິ່ນເວົ້າລວມ ເວົ້າສະເພາະແມ່ນຢູ່ ແຂວງບໍລິຄໍາໄຊ ໃຫ້ມີຄວາມເຕີບໃຫຍ່, ເຂັ້້ມແຂງ ແລະ ພັດທະນາສູ່ທັນສະໄໝ.

(ຂ່າວ-ພາບ:ຈະເລີນສິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ໃນຈຳນວນ 5 ຕາແສງຂອງເມືອງຕະໂອ້ຍໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາ, ໂດຍ ມີທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳສະໄຫວ ວິລະກອນກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ການສືບຕໍ່ສັນຍາບໍລິການຊຳລະຄ່ານ້ຳປະປາ ຜ່ານລະບົບ Bill payment ຂອງທະນາຄານ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ກັບ ລັດວິສາຫະກິດນ້ຳປະປາ ແຂວງ ເພື່ອອຳນວຍຄວາມສະດວກ, ຮັບປະກັນຄວາມວ່ອງໄວ ທັງປະຢັດເວລາ ແລະ ສາມາດກວດສອບໄດ້ ໂດຍການຊໍາລະ ແມ່ນຜ່ານແອັບພີເຄຊັນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ກອງປະຊຸມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງ​ເມືອງ​ມຸນ​ລະ​ປາ​ໂມກແຂວງ​ຈຳ​ປາ​ສັກຈັດ​ຂຶ້ນໃນ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ດັ່ງ​ກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງແຂວງຈໍາປາສັກ, ມີສະຫາຍ ສົມສັກ ເສົາວະລັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງມຸນລະປາໂມກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ຫ້ອງການວັດທະນະທຳແລະການທ່ອງທຽ່ວເມືອງໂຂງແຂວງ​ຈຳ​ປາ​ສັກເຄື່ອນໄຫວເກັບກຳຂໍ້ມູນລຳສີພັນດອນ ເພື່ອສະເໜິເປັນມໍລະດົກແຫ່ງຊາດດ້ານວັດທະນະທຳຂັ້ນທ້ອງຖິ່ນ.
ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນວຽກ​ງານແມ່ຍິງ ລະຫວ່າງ ສະຫະພັນແມ່ຍິງແຂວງເຊກອງ ແລະ ສະຫະພັນແມ່ຍິງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີ​ຂຶ້ນໃນວັນທີ 27 ສິງຫາຜ່ານ​ມາທີ່​ແຂວງ​ເຊກອງ ໂດຍ​ມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງປະທານສະຫະພັນແມ່ຍິງແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ນຸ້ຍ ສັງວິບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.
ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ໄດ້ເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ, ໃນວັນທີ 26 ສິງຫານີ້, ທີ່ສະໂມສອນຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພອນວິໄຊ ສີສະໝຸດ ເລຂາໜ່ວຍພັກ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ແລະ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ປະທານຄະນະກຳມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ພຣະສົງ, ອົງການ, ກົມກອງອ້ອມຂ້າງເມືອງ, ຄະນະຮັບຜິດຊອບ ການຮຽນ-ການສອນ ຂັ້ນແຂວງ, ຂັ້ນເມືອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ໃນວັນທີ 27 ສິງຫານີ້ ທີ່ໂຮງແຮມ Holiday Inn ນະຄອນຫຼວງວຽງຈັນ, ຄະນະຊີ້ນໍາລະດັບຊາດເພື່ອກະກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM),ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາສະມາຊິກຄະນະຊີ້ນຳລະດັບຊາດ ເເລະ ອະນຸກຳມະການຕ່າງໆ ເຂົ້າຫຼາຍກວ່າ150ທ່ານ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອສືບຕໍ່ຕິດຕາມ, ກວດກາ ແລະ ຕີລາຄາຄືນຄວາມພ້ອມຂັ້ນສຸດທ້າຍຂອງທັງ 12ອະນຸກໍາມະການ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບກອງປະຊຸມສາກົນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 13-18 ກັນຍາ 2026 ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:
ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ໄດ້ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເພື່ອ​ປະ​ກອບ​ສ່ວນເປັນລາງວັນໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ ໃນລະດັບຊັ້ນ ປ5, ມ4 ແລະ ມ7 ແລະມອບ​ເງິນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໂຮງ​ໝໍ​ເມືອງ.
ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ສືບຕໍ່ລົງຕິດຕາມ, ກວດກາສະພາບຄວາມເສຍຫາຍ, ເກັບກຳຂໍ້ມູນຕົວຈິງ ພ້ອມທັງມອບເຄື່ອງ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງນາດີເມືອງມຸນລະປາໂມກແຂວງ​ຈຳ​ປາ​ສັກເມື່ອ​ບໍ່​ດົນ​ມາ​ນີ້.
ເພີ່ມເຕີມ