![]() |
ກອງປະຊຸມດັ່ງກ່າວ, ແມ່ນເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ 5 ປີ ຄູ່ຮ່ວມຊາຕາກໍາລາວ-ຈີນ (2024-2028) ແລະ ເປັນການລົງເລິກຜັນຂະຫຍາຍແລວທາງເສດຖະກິດລາວ-ຈີນ ໃຫ້ປະກົດຜົນເປັນຈິງ,ເປັນກົນໄກປະສານງານຮ່ວມມື ລະຫວ່າງ 10 ແຂວງພາກເໜືອ ສປປ ລາວ ກັບແຂວງຢຸນນານ ສປ ຈີນ ເພື່ອປືກສາຫາລືການຮ່ວມມືຮອບດ້ານຂອງສອງຝ່າຍ. ສໍາລັບໃນປີນີ້,ກອງປະຊຸມໄດ້ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ລົງເລິກກໍ່ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟ, ຍົກລະດັບເສັ້ນທາງສາຍຄໍາ ໃຫ້ມີຄວາມສະດວກໂລ່ງລ່ຽນຍິ່ງຂຶ້ນ”” ໂດຍການເປັນເຈົ້າພາບ ຂອງຝ່າຍລາວ ຊຶ່ງສອງຝ່າຍໄດ້ຮ່ວມກັນທົບທວນຕໍ່ກັບໝາກຜົນຂອງການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ XIVຂອງກົນໄກປະສານງານດັ່ງກ່າວໃນໜຶ່ງປີທີ່ຜ່ານມາ, ພ້ອມທັງກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.
![]() |
ກ່ອນໜ້ານີ້, ໄດ້ມີການແບ່ງເປັນ 8 ກຸ່ມ ເພື່ອຈັດກອງປະຊຸມຜ່ານລະບົບອອນລາຍ, ປະກອບມີ: ກຸ່ມຮ່ວມມືດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ການສື່ສານ (ລວມທັງວຽກປິ່ນອ້ອມທາງລົດໄຟ ລາວ-ຈີນ);ກຸ່ມຮ່ວມມືດ້ານການຄ້າ,ປູກພືດທົດແທນການປູກຝິ່ນ, ການເງິນ-ການທະນາຄານ ແລະ ການກໍ່ສ້າງເຂດຮ່ວມມືເສດຖະກິດ;ກຸ່ມຮ່ວມມືດ້ານກະສິກໍາ-ປ່າໄມ້ ແລະ ແລກປ່ຽນວຽກງານຫຼຸດຜ່ອນຄວາມທຸກຍາກ;ກຸ່ມຮ່ວມມືດ້ານການລົງທຶນ,ພະລັງງານ ແລະ ຄວາມສາມາດການຜະລິດ;ກຸ່ມຮ່ວມມືດ້ານ ການສຶກສາ,ສາທາລະນະສຸກ ແລະ ວິທະຍາສາດ;ກຸ່ມຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ;ກຸ່ມຮ່ວມມືດ້ານສິ່ງແວດລ້ອມ,ອຸຕຸນິຍົມ ແລະ ອຸທົກກະສາດ;ກຸ່ມຮ່ວມມືດ້ານການຄຸ້ມຄອງຊາຍແດນ.
![]() |
ຜ່ານການປືກສາຫາລືຂອງແຕ່ລະກຸ່ມ,ຈຶ່ງໄດ້ມີການຈັດກອງປະຊຸມໃຫຍ່ຂຶ້ນຢ່າງເປັນທາງການໃນຄັ້ງນີ້. ກອງປະຊຸມໄດ້ຕີລາຄ່າສູງຕໍ່ຜົນສໍາເລັດຂອງສອງຝ່າຍ, ໃນໄລຍະໜຶ່ງປີຜ່ານມາ, ການຮ່ວມມືໃນທຸກຂົງເຂດມີຄວາມຄືບໜ້າຢ່າງພົ້ນເດັ່ນ ໃຫ້ໄດ້ຈາກບາງຕົວເລກ ຄື:ການເຊື່ອມຕໍ່ຄົມມະນາຄົມຊຶ່ງທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານສະສົມ 61,0474 ລ້ານຄົນ ແລະ ສິນຄ້າສະສົມ 70,2307ລ້ານໂຕນ;ການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ ກໍມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ດ້ານການຄ້າ ແລະ ການລົງທຶນແມ່ນເພີ່ມຂຶ້ນ ຊຶ່ງການຄ້າລະຫວ່າງແຂວງຢຸນນານ ແລະ ລາວ ໃນ 9 ເດືອນຕົ້ນປີ 2025 ບັນລຸ 16.92 ຕື້ຢວນ(ເພີ່ມຂຶ້ນ 26.8%), ສ່ວນມູນຄ່າການລົງທຶນສະສົມມາຮອດປັດຈຸບັນ ບັນລຸເກືອບ4.8ຕື້ໂດລາ. ດ້ານກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ ກໍໄດ້ມີວິສາຫະກິດຈາກແຂວງຢຸນນານ 68 ຫົວໜ່ວຍທີ່ເຂົ້າມາລົງທຶນດ້ານກະສິກໍາໃນລາວ ມູນຄ່າການລົງທຶນ 941 ລ້ານໂດລາ, ໂດຍສະເພາະການປູກເຂົ້າ, ຢາງພາລາ,ສາລີ ແລະ ພືດກະສິກໍາອື່ນໆ ກໍຂະຫຍາຍຕົວເປັນຢ່າງດີ. ດ້ານພະລັງງານກໍມີໂຄງການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ 500 ກິໂລວັດ ລາວ-ຈີນ ໄດ້ເລີ່ມກໍ່ສ້າງແລ້ວ ຄາດວ່າຈະສໍາເລັດໃນປີ 2026, ໂຄງການພະລັງງານແສງອາທິດຂະໜາດ 1 ລ້ານກິໂລວັດ ກໍພວມດໍາເນີນຕາມຂັ້ນຕອນ. ສໍາລັບວຽກງານການຮ່ວມມືດ້ານການສຶກສາ, ປັດຈຸບັນແຂວງຢຸນນານ ໄດ້ມີນັກສຶກສາລາວ ທີ່ກໍາລັງຮໍ່າຮຽນຫຼາຍກວ່າ 2,400 ຄົນ, ຖືເປັນໜຶ່ງແຂວງທີ່ມີນັກສຶກສາລາວ ກໍາລັງສຶກສາຮໍ່າຮຽນຢູ່ ສປ ຈີນ ຫຼາຍທີ່ສຸດ. ນອກນັ້ນ,ສອງຝ່າຍຍັງໄດ້ເພີ່ມທະວີວຽກງານການຝືກອົບຮົມ ໄລຍະສັ້ນ ເພື່ອຍົກສູງຄວາມສາມາດຂອງພະນັກງານວິຊາສະເພາະຂອງທັງສອງຝ່າຍ.
ທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ການໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ,ສືບຕໍ່ແລກປ່ຽບົດຮຽນການພັດທະນາຂອງສອງຝ່າຍ,ນໍາໃຊ້ທ່າແຮງຂອງແຂວງຢຸນນານ ເພື່ອຊ່ວຍຍູ້ດຶງການພັດທະນາຂອງລາວ, ໂດຍສະເພາະການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ເພື່ອຮັດແໜ້ນການຮ່ວມມືໂດຍສອງຝ່າຍໄດ້ຕົກລົງເຫັນດີທີ່ຈະສືບຕໍ່ສ້າງ ແລະຍົກລະດັບການຮ່ວມມືໃນ8ກຸ່ມວຽກຫຼັກ, ເຊິ່ງລວມມີການຍົກລະດັບການເຊື່ອມຕໍ່ທາງຄົມມະນາຄົມ ແລະ ສື່ສານ,ລວມທັງ AI;ຂະຫຍາຍການຄ້າ,ການເງິນ ແລະ ການປູກພືດທົດແທນ; ລົງເລິງການຮ່ວມມືດ້ານກະສິກຳ, ປ່າໄມ້ ແລະ ການຫຼຸດຜ່ອນຄວາມທຸກຍາກ;ສືບຕໍ່ການລົງທຶນໃນຂົງເຂດພະລັງງານ ແລະ ຊັບພະຍາກອນແຮ່ທາດ;ເສີມສ້າງການຮ່ວມມືດ້ານການສຶກສາ,ສາທາລະນະສຸກ ແລະ ວິທະຍາສາດ;ຂະຫຍາຍການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ;ປົກປັກຮັກສາສິ່ງແວດລ້ອມ ແລະ ຮ່ວມມືດ້ານອຸຕຸນິຍົມ;ຍົກລະດັບການຄຸ້ມຄອງ ແລະ ຄວາມປອດໄພທາງຊາຍແດນ.
![]() |
ໃນຕອນທ້າຍຂອງກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມຮ່ວມກັນ ແລະ ຕົກລົງຈະຈັດກອງປະຊຸມຄັ້ງທີ XVIທີ່ແຂວງຢຸນນານ ໃນປີ 2026. ພາຍຫຼັງສໍາເລັດກອງປະຊຸມແລ້ວ, ຄະນະຜູ້ແທນກອງປະຊຸມ ກໍໄດ້ເຂົ້້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ສປປ ລາວ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ເພື່ອຮັບຝັງທິດຊີ້ນໍາຂອງການຮ່ວມມືໃນຕໍ່ໜ້າ. ຄະນະຜູ້ແທນກອງປະຊຸມ ເຊື່ອໝັ້ນວ່າການພັດທະນາຄວາມຮ່ວມມືທີ່ເຂັ້ມແຂງ ລະຫວ່າງພາກເໜືອຂອງລາວ ແລະ ແຂວງຢຸນນານ ຈະສືບຕໍ່ເປັນແຮງຂັບເຄື່ອນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງທັງສອງຝ່າຍ.
(ຂ່າວ-ພາບ: ຄະນະປະສານງານຮ່ວມມື)




ຄໍາເຫັນ