ຄະນະພັກ, ຄະນະນຳ ກຊສ ເຂົ້າອວຍພອນການນຳ ກະຊວງປ້ອງກັນປະເທດ

ຄະນະພັກ, ຄະນະນຳ ກຊສ ເຂົ້າອວຍພອນການນຳ ກະຊວງປ້ອງກັນປະເທດ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ໃນວັນທີ 18 ມັງກອນ ຜ່ານມາ ຄະນະພັກ, ຄະນະນຳກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນຳໂດຍ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກຊສ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນຄະນະພັກ, ຄະນະນຳກະຊວງປ້ອງກັນປະເທດ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດນີ້ ສະຫາຍ ນາງ ບຸນຄຳ ວໍລະຈິດ ໄດ້ນຳເອົາຄວາມຢື້ຢາມ, ຖາມຂ່າວ ແລະ ຄໍາອວຍພອນອັນປະເສີດຈາກພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອວຍພອນຕໍ່ ຄະນະນໍາ ກະຊວງປ້ອງກັນປະເທດ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ ໃນທົ່ວກອງທັບ ແລະ ຕີລາຄາສູງຕໍ່ຜົນງານ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ຕະຫຼອດໄລຍະ 75 ປີຜ່ານ ທີ່ເປັນຮົ້ວຂອງຊາດ ຈົ່ງມີສູຂະພາບເຂັ້ມແຂງ, ແຂງແຮງ, ເປັນກຳລັງແຮງອັນແຂງແກ່ນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.
ພ້ອມກັນນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈ ທີ່ ກຊສ ໄດ້ນໍາເອົາກະຕ່າດອກໄມ້ມາອວຍພອນ; ພ້ອມທັງກ່າວສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການນຳ ກຊສ ເວົ້າລວມ, ເວົ້າສະເພາະຕໍ່ ສະຫາຍ ນາງ ບຸນຄຳ ວໍລະຈິດ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ຕໍ່ການປະຕິບັດໜ້າຂອງນາຍ ແລະ ພົນທະຫານ.
ໃນໂອກາດອວຍພອນ ແລະ ຢ້ຽມຢາມຄະນະນຳກະຊວງປ້ອງກັນປະເທດ ໃນຄັ້ງນີ້, ສະຫາຍ ນາງ ບຸນຄຳ ວໍລະຈິດ ກໍໄດ້ມອບເງິນສົດມູນຄ່າ 20.000.000 ກີບ ໃຫ້ກັບກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດວຽກງານຂອງນາຍ ແລະ ພົນທະຫານຕື່ມອີກ.
(ຂ່າວ-ພາບ: ກຊສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ສະຫວັນນະເຂດ ປາຖະກະຖາວັນສ້າງຕັ້ງອົງການກວດກາ ພັກ-ລັດ ແລະວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນວັນທີ 4 ມີນາຜ່ານມານີ້ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 44 ປີ(16/2/1982-16/2/2026) ແລະວັນການສໍ້ລາດບັງຫຼວງສາກົນຄົບຮອບ 22 ປີ(9/12/2003-9/12/2026) ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງທ່ານ ແສນສັກ ພິມວົງສາ ປະທານອົງການກວດກາພັກ-ລັດແຂວງ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງທຽບເທົ່າຂັ້ນແຂວງ, ພະນັກງານ-ລັດຖະກອນ ແລະພາກສ່ວນກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.
ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄຳມ່ວນ ປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ຮາກຖານສະຫະພັນແມ່ຍິງໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດປາຖະກະຖາລະນຶກວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ຂຶ້ນໃນວັນທີ 5 ມີນານີ້,ພາຍໃຕ້ຄໍາຂວັນ " ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາຄະນະຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

8 ມີນາ ວັນແຫ່ງຄວາມເອກອ້າງທະນົງໃຈຂອງແມ່ຍິງທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910- 8 ມີນາ 2026) ທີ່ຈະມາເຖິງນີ້ ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ".
ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ຍົກລະດັບຄວາມຮູ້ ວຽກງານກວດກາລັດ ຂອງຂະແໜງການເງິນ

ກົມກວດກາລັດ ກະຊວງການເງິນ ເປີດຊຸດຝຶກອົບຮົມວຽກງານກວດກາລັດ ໃນວັນທີ 2 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານຮັກສາການຫົວໜ້າກົມກວດກາລັດ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ບັນດາທ່ານຮອງຫົວໜ້າກົມ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
ນໍ້າໃຈສະຫະພັນແມ່ຍິງລາວ ສູ່ທະຫານແນວໜ້າ

ນໍ້າໃຈສະຫະພັນແມ່ຍິງລາວ ສູ່ທະຫານແນວໜ້າ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2026) ຄົບຮອບ 116 ປີ ໃຫ້ເປັນຂະບວນຟົດຟື້ນ, ໃນວັນທີ 4 ມີນານີ້ 3 ອົງການຈັດຕັ້ງມະຫາຊົນ ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມແຮງຮ່ວມໃຈກັນຕຳແຈ່ວປາແຫ້ງ
ຈະລາຈອນ ນວ ເອົາໃຈໃສ່ແນະນຳຜູ້ໃຊ້ລົດ-ໃຊ້ຖະໜົນ  ໄລຍະປັບປ່ຽນທິດທາງການສັນຈອນໃໝ່

ຈະລາຈອນ ນວ ເອົາໃຈໃສ່ແນະນຳຜູ້ໃຊ້ລົດ-ໃຊ້ຖະໜົນ ໄລຍະປັບປ່ຽນທິດທາງການສັນຈອນໃໝ່

ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ການປັບປ່ຽນທິດທາງການສັນຈອນຕາມ 9 ເສັ້ນທາງ ເພື່ອອໍານວຍຄວາມສະດວກໃນການແລ່ນລົດເມດ່ວນ (BRT) ໃນເຂດໃຈກາງຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 28 ກຸມພາເປັນຕົ້ນມາ, ພະແນກຕຳຫຼວດຈະລາຈອນ ນວ ໄດ້ຈັດວາງກຳລັງຫຼາຍກວ່າ 140 ຄົນ ປະຈຳຢູ່ແຕ່ລະຈຸດ, ແຕ່ລະເສັ້ນທາງ, ຕາມທາງສາມແຍກ-ສີ່ແຍກຕ່າງໆ ທີ່ມີການປັບປ່ຽນທິດທາງການສັນຈອນ ໂດຍແບ່ງອອກເປັນ 63 ຈຸດ ເພື່ອໂຄສະນາເຜີຍແຜ່ ແລະ ແນະນຳໃຫ້ປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຮັບຮູ້, ເຂົ້າໃຈ ແລະ ໃຫ້ມີຄວາມຊິນເຄີຍໃນການນໍາໃຊ້ຕົວຈິງ.
ເຊກອງ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ເຊກອງ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ໃນວັນທີ 4 ມີນານີ້ທີ່ເດີ່ນກິລາໃນຮົ່ມ ແຂວງເຊກອງ, ສະຫະພັນແມ່ຍິງແຂວງເຊກອງ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ພາຍໃຕ້ຄໍາຂວັນ: "ສິດທິ, ຄວາມຍຸດຕິທໍາ ການລົງມືປະຕິບັດ ເພື່ອແມ່ຍິງ ແລະເດັກຍິງທຸກຄົນ), ໂດຍການເປັນປະທານຂອງ ທ່ານ ສີສຸພັນ ມະຫາວົງ ຮອງເລຂາພັກແຂວງ, ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນັກທຸລະກິດຍິງ, ພ້ອມດ້ວຍສະມາຊິກແມ່ຍິງ ຈາກໜ່ວຍອ້ອມຂ້າງແຂວງເຂົ້າຮ່ວມ.
ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສະຫຼຸບວຽກງານປະຈຳປີ 2025

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ສະຫຼຸບວຽກງານປະຈຳປີ 2025

ໃນວັນທີ 5 ມີນານີ້ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງປີ 2026, ໂດຍການເປັນປະທານຂອງທ່ານ ພົຈວ ຄຳແຝງ ວັນດີໄຊ ຫົວໜ້າກົມ 512, ມີຄະນະກົມ, ຫົວໜ້າພະແນກ, ຮອງພະແນກ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເຜີຍແຜ່ວຽກງານການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ເຜີຍແຜ່ວຽກງານການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ” ໃນວັນທີ 4 ມີນາ ຜ່ານມາທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການໃຫ້ກຽດເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
ສສກ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ສສກ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910- 8 ມີນາ 2026) ຄົບຮອບ 116 ປີ ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນ ຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງ ສສກ, ມີສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ