ຄະນະພັກຮາກຖານຫ້ອງການການເງິນເມືອງປາກຊອ່ງສໍາເລັດກອງປະຊຸມໃຫຍ່ຄັ້ງທີII.

ຄະນະພັກຮາກຖານຫ້ອງການການເງິນເມືອງປາກຊອ່ງສໍາເລັດກອງປະຊຸມໃຫຍ່ຄັ້ງທີII.
ເມື່ອບໍ່ດົນຜ່ານມາ,ຄະນະພັກຮາກຖານຫ້ອງການການເງິນເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ IIຂອງຕົນ,  ຢູ່ທີສະໂມສອນຂອງ ເມືອງ, ໂດຍມີ ສະຫາຍ ຊັບພະທີບ ໄຊຍະວົງ ຮອງເລຂາພັກເມືອງ, ມີສະຫາຍ ຄໍາຂອດ ໝື່ນຫຼວງ ກໍາມະການພັກເມືອງ  ຮອງເຈົ້າເມືອງໆປາກຊ່ອງ, ສະຫາຍບຸນກອງ ແກ້ວສີດາເພັງ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ບຸນໂຮມ ແກ້ວວິໄລສັກ ຄະນະພັກພະແນກການເງິນແຂວງ ຈໍາປາສັກ, ສະຫາຍ ສີເມກ ສົມພອນນືກ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານຫ້ອງການການເງິນເມືອງແລະ ສະມາຊິກພັກສົມບູນເຂົ້າຮ່ວມ.     
ກອງປະຊຸມຄະນະພັກຮາກຖານຫ້ອງການການເງິນເມືອງປາກຊ່ອງ ຄັ້ັ້ງທີ II,ໄດ້ປະຊາມະຕິເປັນເອກະສັນຮັບຮອງເອົາບັນດາເນີື້ອໃນ ແລະ ຄາດໝາຍສຳຄັນ, ມີການຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງບົດລາຍການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ ເພື່ອສະຫຼຸບຕີລາຄາຄືນບັນດາຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳນຳພາ ກໍ່ຄືການປະຕິບັດມະຕິກອງປະຊຸມພັກໃນໄລຍະ 5 ປີ ທີ່ຜ່ານມາ ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2023 ຮອດປີ 2028 ໂດຍສະເພາະທິດທາງລວມ, ຄາດໝາຍສູ້ຊົນ ແລະ ບັນດາວຽກງານຈຸດສຸມໃນແຕ່ລະດ້ານ. ຄະນະພັກຮາກຖານຫ້ອງການ ການເງິນປະກອບມີຄະນະພັກຮາກຖານ 5 ສະຫາຍຍິງ 1 ສະຫາຍ,ມີສະມາຊິກທັງໝົດ 28 ສະຫາຍ ຍິງ 11 ສະຫາຍ,ມີ 3 ໜວ່ຍພັກຂຶ້ນກັບ, ມີພະນັກງານລັດຖະກອນທັງໝົດ 28 ທ່ານຍິງ 11 ທ່ານ. ໃນໄລຍະ 5 ປີ ທີຜ່ານມາຄະນະພັກຮາກຖານ ຫ້ອງການ ການເງິນ ເມືອງຍັງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມວຽກງານວິຊາສະເພາະເປັນຢ່າງດີ ໂດຍຖືເອົາກົດໝາຍ ແລະ ນິຕິກໍາອື່ນໆທີ່ພົວພັນເຖິງການຈັດເກັບລາຍຮັບເຂົ້າງົບປະມານໃນແຕ່ລະປີທີ່ຂັ້ນເທິງກໍ່ຄືສະພາແຂວງ ພະແນກການເງິນແຂວງ ໄດ້ມອບໝາຍໃຫ້ ຊຶ່ງສາມາດປະຕິບັດໄດ້ໃນ5 ປີໄດ້ແມ່ນ 62.263.421.000 ກີບ.
ສະຫາຍ ບຸນກອງ ແກ້ວສີດາເພັງ ກໍ່ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຍຸບການຈັດຕັ້ງຄະນະພັກຮາກຖານຫ້ອງການການເງິນເມືອງ ແລະ 3 ໜວ່ຍພັກທີ່ຂຶ້ນກັບ ສະບັບເລກທີ 357/ຄຈພມ.ປຊ ລົງວັນທີ 14 ພະຈິກ 2023 ເປັນໜວ່ຍພັກຮາກຖານຫ້ອງການ ການເງິນ ເມືອງປາກຊ່ອງເປັນໜວ່ຍພັກເອກະລາດ , ຜ່ານມະຕິຕົກລົງສ້າງຕັ້ງໜວ່ຍພັກຂຶ້ນໃໝ່ ສະບັບເລກທີ 358/ຄຈພມ.ປຊ ລົງວັນທີ 14 ພະຈິກ 2023 ແລະ ຂໍ້ຕົກລົງຍົກຍ້າຍ-ແຕ່ງຕັ້ງຫົວໜ້າຫ້ອງການ ການເງິນເມືອງ, ຫົວໜ້າຫ້ອງວ່າການເມືອງປາກຊອ່ງ ສະບັບເລກທີ່ 984, 985 ແລະ 986/ຈມປຊ.ລົງວັນທີ28 ທັນວາ 2023. ເຈົ້າເມືອງໆປາກຊ່ອງ ຕົກລົງຍົກຍ້າຍ- ແຕ່ງຕັ້ງ ທ່ານ ສີເມກ ສົມພອນນືກ ກໍາມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ ໄປປະຈໍາການຢູ່ຫ້ອງວ່າການເມືອງປາກຊ່ອງ,ຕົກລົງແຕ່ງຕັ້ງ ທ່ານ ສີໄສ ທອງປັດສາ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການການເງິນເມືອງປາກຊ່ອງ ປຽ່ນແທນ ທ່ານ ສີເມກ ສົມພອນນືກ ຜູ້ເກົ່າ, ຜ່ານມະຕິຕົກລົງ ສະບັບເລກທີ 461/ຄຈພມ.ປຊ ລົງວັນທີ 27 ທັນວາ 2023. ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜວ່ຍພັກຮາກຖານ ຫ້ອງການການເງິນເມືອງ ຄະນະປະຈໍາພັກເມືອງຕົກລົງ ບົ່ງຕົວແຕ່ງຕັ້ງ ຄະນະໜວ່ຍພັກຮາກຖານຫ້ອງການ ການເງິນເມືອງ ຕົກລົງແຕ່ງຕັ້ງ ສະຫາຍ ສີໄສ ທອງປັດສາເປັນເລຂາໜວ່ຍພັກຮາກຖານຫ້ອງການ ການເງິນ ຊຸດໃໝ່, ແຕ່ງຕັ້ງ ສະຫາຍ  ໃໝຄໍາ ບຸນທະສີນ ເປັນຮອງເລຂາ ແລະ ແຕ່ງຕັ້ງ ສະຫາຍ ຄໍາພັນ ອະນຸສິດ ເປັນກໍາມະການກວດກາໜວ່ຍພັກ. 
ປະທານກອງປະຊຸມ ກໍ່ໄດ້ເນັ້ນໜັກ ໃຫ້ຄະນະພັກຊຸດໃໝ່ ຈົ່ງໄດ້ພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ເພື່ອພັດທະນາຫ້ອງການ ການເງິນ ກໍ່ຄືໜວ່ຍພັກຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງຕື່ມອີກ.ຂ່າວ: ຈອມເພັດ ດິດຝືກຝົນ(92248918).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ