ຄະນະພັກຮາກຖານຫ້ອງການແຂວງບໍ່ແກ້ວ ດຳເນີນຊິວິດການເມືອງປະຈໍາປີ

ຄະນະພັກຮາກຖານຫ້ອງການແຂວງບໍ່ແກ້ວ ດຳເນີນຊິວິດການເມືອງປະຈໍາປີ
ຄະນະພັກຮາກຖານຫ້ອງການ ແລະ ບໍລິຫານກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປິດກອງປະຊຸມບັ້ນດຳເນີນຊີວິດການເມືອງ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂຶ້ນເມື່ອບໍ່ມານີ້, ທີ່ຫ້ອງປະຊຸມສູນບັນຊາກອງບັນຊາການທະຫານແຂວງ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ພັນໂທ ບຸນຄໍ້າ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງ, ມີແຂກຖືກເຊີນ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ຫຸ່ມເພັງ ອິນເປົາແກ້ວ ຄະນະພັກຮາກຖານ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດການທະຫານ ຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານນໍາພາຮອບດ້ານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໄລຍະ 1 ປີ ຜ່ານມາ. ຄະນະພັກຮາກຖານຍາດມາໄດ້ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນໍາພາ ພະນັກງານສະມາຊິກພັກແຕ່ລະສະຫາຍ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ເພື່ອຮັບປະກັນເຮັດໃຫ້ສະພາບກົມກອງມີຄວາມສະຫງົບເປັນຕົ້ນແມ່ນຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ປະຕິບັດຕາມ 5 ຫັກການ 3 ທິດນໍາຂອງພັກ, ເຮັດໃຫ້ສະພາບກົມກອງມີຄວາມສະຫງົບໂດຍພື້ນຖານ, ເພື່ອຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນຢ່າງທັນການ. 
ໃນຕອນທ້າຍ, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ກອງປະຊຸມຂອງຄະນະພັກຮາກຖານຫ້ອງການ ແລະ ບໍລິຫານໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ຄະນະພັກຮາກຖານ ຕະຫຼອດຮອດພະນັກງານສຳມະຊິກພັກທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ - ແນວຄິດໃຫ້ພະນັກງານສໍາມາຊິກພັກ - ນັກຮົບ ແຕ່ລະຄົນໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັັ້ງ, ດ້ານວິຊາສະເພາະ ແລະ ມີຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປັບປຸງຂະຫຍາຍພັກໃຫ້ມີຄຸນນະພາບ, ປະຕິບັດຕາມມະຕິຄຳສັ່ງຂອງພັກ-ລັດ, ເພີ່ມທະວີຄວາມສາມັກຄີເປັນເອກກະພາບພາຍໃນໃຫ້ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະ ໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ມີແບບແຜນວິທີເຮັດວຽກທີທັນສະໄໝ, ຖືເອົາການດຳເນີນຊີວິດການເມືອງເປັນການປັບປຸງປົວແປງພັກໃນການຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ.
(ຂ່າວ: ວໍລະສິດ ພິດສະຫາຍ)

ຄໍາເຫັນ

ຂ່າວການເມືອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະ ບານລາວທົ່ວປະເທດ ຄັ້ງທີ IX ໃຫ້ບັນດາຄະນະກຳມະບານຮາກຖານ ແລະ ສະຫະພັນກຳມະບານແຂວງວຽງຈັນ ໃນວັນທີ 22 ກັນຍານີ້, ທີ່ສະໂມສອນເມືອງວຽງຄໍາ ແຂວງວຽງຈັນ ໂດຍມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ໄຜ່ລ້ອມ ສິນນະວົງ ຮອງປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານ ຄະນະໂຄສະນາອົບແຂວງຄໍາມ່ວນ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2026, ໂດຍການເປັນປະທານຂອງ ສະຫາຍ ບຸນເລີງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ນິກອນ ພົມວົງສາ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X ໄດ້​ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ສໍາເລັດໃນວັນດຽວກັນນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອາດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ