ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ
ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເມອງພຽງ ເຜຍ​ແຜ ເຊອມຊມນຕກາຂອງພກ - image 1
 

 

ຈຸດປະສົງ ເພື່ອນໍາພາສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ທີ່ຂຶ້ນກັບການຄຸ້ມຄອງຂອງຄະນະບໍລິຫານງານພັກເມືອງ ໃຫ້ໄດ້ຮັບຟັງ ແລະ ກໍາແໜ້ນບັນດານິຕິກໍາຂອງສູນກາງພັກໃນໄລຍະໃໝ່ຢ່າງເລິກເຊິ່ງ ແລະ ຖືກຕ້ອງ;ອີກທັງຍັງເປັນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ໃນທິດທາງການນໍາພາ-ຄຸ້ມຄອງ ເຂົ້າໃນວຽກງານຈັດຕັ້ງ ແລະ ການປົກຄອງໃຫ້ມີຜົນສໍາເລັດ.

ເມອງພຽງ ເຜຍ​ແຜ ເຊອມຊມນຕກາຂອງພກ - image 2
 

ສະຫາຍ ຄຳພັນ ຄຳພູບົວ ປະທານພິທີ ໄດ້ໃຫ້ກຽດຂຶ້ນໂອ້ລົມ ແລະ ເຜີຍແຜ່ເອກະສານສຳຄັນຫຼາຍສະບັບ ເຊິ່ງປະກອບມີ:ຂໍ້ກໍານົດຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 03/ຄລສພ ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນວຽກ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງເມືອງ, ນະຄອນ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ.

ເມອງພຽງ ເຜຍ​ແຜ ເຊອມຊມນຕກາຂອງພກ - image 3
 

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບກຽດຈາກ ສະຫາຍ ນາງ ດາວັນ ພະວົງຈິດ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII. ນອກຈາກນີ້, ສະຫາຍ ນາງ ພອນມະນີ ແລງສຸທິພົງ ຫົວໜ້າຄະນະຈັດຕັ້ງເມືອງ ກໍໄດ້ເຜີຍແຜ່ມະຕິວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່, ພ້ອມທັງຜ່ານບົດຄໍາເຫັນໂອ້ລົມ ຂອງສະຫາຍເລຂາພັກແຂວງຕໍ່ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງໄຊຍະບູລີ ຄັ້ງທີ VIII.

ຜ່ານການຮັບຟັງ ແລະ ເຊື່ອມຊຶມໃນກອງປະຊຸມຄັ້ງນີ້, ຄວາມຮູ້ ແລະ ທິດທາງທີ່ໄດ້ຮັບຈະກາຍເປັນ "ເຂັມທິດເຍືອງທາງ" ແລະ ເປັນ "ພະລັງແຮງສັງຮວມ" ໃຫ້ກັບຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີການຫັນປ່ຽນຢ່າງແຂງແຮງ.

ຂ່າວ: ແສງສຸດາ ກິ່ງສະຫວັດ

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ