ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມໃຫຍຜແທນອງຄະນະພກ ຄະນະຈດຕງສນກາງພກ ຄງທ X - image 1
 

 

ກອງປະຊຸມໄດ້ດໍາເນີນພາຍໃຕ້ຄໍາຂວັນ: }ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເປັນເຈົ້າການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນການປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງໃຫ້ຖືກຕ້ອງ ທັນສະໄໝ ແລະ ວ່ອງໄວ~.

ໃນກອງປະຊຸມ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ທົບທວນຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ XII ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, XII ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ເລິກເຊິ່ງຮອບດ້ານ, ພາວະວິໄສ ເຫັນໄດ້ດ້ານດີ-ຜົນງານ, ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ຍາດມາໄດ້, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນເປັນຮູບປະທຳ, ຊອກຫາສາເຫດ ແລະ ບົດຮຽນໃນການນໍາພາປະຕິບັດໜ້າທີ່ການເມືອງໃນໄລຍະ 5 ປີຜ່ານມາ ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ທິດທາງແຜນການ ແລະ ແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ ແຕ່ນີ້ຮອດປີ 2030 ຊຶ່ງພາລະບົດບາດ ໜ້າທີ່ ຂອງຄະນະຈັດຕັ້ງສູນກາງພັກ ມາຮອດປັດຈຸບັນໄດ້ກວມເອົາວຽກງານຈັດຕັ້ງ ແລະ ວຽກງານປົກຄອງ ຊຶ່ງເປັນພາລະບົດບາດທີ່ກວ້າງ ແລະ ສໍາຄັນ ໃນການເປັນເສນາທິການໃຫ້ພັກ ແລະ ລັດຖະບານ.

ໃນວາລະກອງປະຊຸມ, ສະຫາຍ ວິໄລວັນ ບຸດດາຄໍາ ກຳມະການສູນກາງພັກ ຮອງເລຂາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ IX, ສະຫາຍ ດອນ ໄພວົງ ກໍາມະການຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຜ່ານຮ່າງແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີຜ່ານມາ (2021-2025) ແລະ ທິດທາງ 5 ປີໃນຕໍ່ໜ້າ (2026-2030). ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນກ່ຽວກັບການເປັນເສນາທິການໃຫ້ຄະນະພັກໃນວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງພາຍໃນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ການເປັນເສນາທິການໃຫ້ຄະນະພັກໃນການສ້າງ ແລະ ປັບປຸງນິຕິກໍາ, ການເປັນເສນາທິການໃຫ້ຄະນະພັກໃນການເຕົ້າໂຮມຄວາມສາມັກຄີຂອງ 3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ຊຶ່ງການປະກອບຄຳເຫັນດັ່ງກ່າວ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານ ຂອງການນໍາພາໃນໄລຍະຜ່ານມາ.

ກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ຜູ້ແທນຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກຊຸດໃໝ່ ສະໄໝທີ X ເພື່ອສືບຕໍ່ນໍາພາພາລະບົດບາດ ໜ້າທີ່ການເມືອງ ໃນໄລຍະໃໝ່ ໃຫ້ມີຜົນສໍາເລັດໃໝ່ ຢ່າງບໍ່ຢຸດຢັ້ງ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ