![]() |
ການເຜີຍແຜ່ຄັ້ງນີ້, ເພື່ອໃຫ້ບັນດາການຈັດຕັ້ງກຳມະບານຂັ້ນຕ່າງໆ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຖິງຜົນສຳເລັດ, ແນວທາງ ແລະ ທິດທາງວຽກງານກຳມະບານໃນໄລຍະຕໍ່ໄປ. ເນື້ອໃນເອກະສານທີ່ນໍາມາເຜີຍແຜ່ປະກອບມີ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX, ກົດລະບຽບກຳມະບານລາວ ຄັ້ງທີ IX, ແຜນພັດທະນາກຳມະບານໄລຍະ 2026-2030 ແລະ ແຜນດຳເນີນງານຂອງສະຫະພັນກຳມະບານລາວ ຄັ້ງທີ IX. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ທອງຈັນ ພູມີພັນ ຊຶ່ງໄດ້ເນັ້ນໜັກໃຫ້ບັນດາຄະ ນະກຳມະບານສືບຕໍ່ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ສອດຄ່ອງກັບສະ ພາບຕົວຈິງຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ພ້ອມທັງເອົາໃຈໃສ່ຍົກສູງບົດບາດ, ຄວາມຮັບຜິດຊອບ ຂອງອົງການກຳມະບານໃນຕໍ່ໜ້າ.
![]() |
ຂ່າວ: ແຂວງວຽງຈັນ


ຄໍາເຫັນ