ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X ໄດ້​ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ສໍາເລັດໃນວັນດຽວກັນນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອາດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມໃຫຍຜແທນອງຄະນະພກ ຄະນະຈດຕງສນກາງພກຄງທ X - image 1
 


ກອງປະຊຸມໄດ້ດໍາເນີນພາຍໃຕ້ຄໍາຂວັນ: (ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເປັນເຈົ້າການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນການປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງໃຫ້ຖືກຕ້ອງ ທັນສະໄໝ ແລະ ວ່ອງໄວ.
ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ທົບທວນຕີລາຄາຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ແລະ XII ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, XII ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ເລິກເຊິ່ງຮອບດ້ານ, ພາວະວິໄສ ເຫັນໄດ້ດ້ານດີ-ຜົນງານ, ຖືກກັບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບສູງຕໍ່ກັບໝາກຜົນທີ່ຍາດມາໄດ້, ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນເປັນຮູບປະທຳ, ຊອກຫາສາເຫດ ແລະ ບົດຮຽນໃນການນໍາພາປະຕິບັດໜ້າທີ່ການເມືອງໃນໄລຍະ 5 ປີຜ່ານມາ ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ທິດທາງແຜນການ ແລະ ແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ ແຕ່ນີ້ຮອດປີ 2030 ຊຶ່ງພາລະບົດບາດ, ໜ້າທີ່ ຂອງຄະນະຈັດຕັ້ງສູນກາງພັກ ມາຮອດປັດຈຸບັນໄດ້ກວມເອົາວຽກງານຈັດຕັ້ງ ແລະ ວຽກງານປົກຄອງ ຊຶ່ງເປັນພາລະບົດບາດທີ່ກວ້າງ ແລະ ສໍາຄັນ ໃນການເປັນເສນາທິການໃຫ້ພັກ ແລະ ລັດຖະບານ.
ກອງປະຊມໃຫຍຜແທນອງຄະນະພກ ຄະນະຈດຕງສນກາງພກຄງທ X - image 2
 

ສະຫາຍ ວິໄລວັນ ບຸດດາຄໍາ ກຳມະການສູນກາງພັກ ຮອງເລຂາພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ IX, ສະຫາຍ ດອນ ໄພວົງ ກໍາມະການຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງແຜນພັດທະນາວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີຜ່ານມາ (2021-2025) ແລະ ທິດທາງ 5 ປີໃນຕໍ່ໜ້າ (2026-2030). ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນກ່ຽວກັບການເປັນເສນາທິການໃຫ້ຄະນະພັກໃນວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ພາຍໃນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ການເປັນເສນາທິການໃຫ້ຄະນະພັກໃນການສ້າງ ແລະ ປັບປຸງນິຕິກໍາ, ການເປັນເສນາທິການໃຫ້ຄະນະພັກໃນການເຕົ້າໂຮມຄວາມສາມັກຄີຂອງ 3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ຊຶ່ງການປະກອບຄຳເຫັນດັ່ງກ່າວ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານ ຂອງການນໍາພາໃນໄລຍະຜ່ານມາ.
ກອງປະຊຸມຄັ້ງນີ້ ໄດ້ປ່ອນບັດເລືອກເອົາ ຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາຄະນະປະຈໍາພັກ 5 ສະຫາຍ ຄື: 1). ສະຫາຍ ນາງ ສີໃສ ລືເດດມູນສອນ, 2). ສະຫາຍ ວິໄລວັນ ບຸດດາຄຳ, 3). ສະຫາຍ ດອນ ໄພວົງ, 4). ສະຫາຍ ວັນນະ ບຸບຜາ ແລະ 5). ສະຫາຍ ພອນສະຫວັນ ໄຊຊະນະ. ໃນນັ້ນ ໄດ້ເລືອກເອົາ ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນເລຂາຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ X, ສະຫາຍ ວິໄລວັນ ບຸດດາຄຳ ເປັນຮອງເລຂາພັກ, ສະຫາຍ ພອນສະຫວັນ ໄຊຊະນະ ເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ຄຳກອງ ລາວລີ ແລະ ສະຫາຍ ນາງ ຂັນຄໍາ ແສງປະທຸມມາ ເປັນຮອງປະທານກວດກາພັກ.
ກອງປະຊມໃຫຍຜແທນອງຄະນະພກ ຄະນະຈດຕງສນກາງພກຄງທ X - image 3
 

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໜັກ ວ່າ: ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ, ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມ, ກຳແໜ້ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ສືບຕໍ່ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພາຍໃນອົງຄະນະພັກຂອງຕົນ, ຄວບຄູ່ກັບການປະຕິບັດໜ້າທີ່ການເມືອງ ກໍຄືສິດ, ໜ້າທີ່ຂອງຄະນະຈັດຕັ້ງ; ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້, ຄະນະພັກຊຸດໃໝ່ ຕ້ອງຮີບຮ້ອນແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ ໃຫ້ຈະແຈ້ງ, ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ໃນຖານະອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຂອງພວກສະຫາຍ ແມ່ນເປັນຜູ້ນໍາພາປະຕິບັດພາລະບົດບາດ ເປັນເສນາທິການ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ກໍຄືວຽກງານປົກຄອງໃຫ້ເປັນລະບົບຄົບຊຸດ ແລະ ວຽກງານອື່ນໆ.
(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ