ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ຫສພ ເຊອມຊມເນອໃນກອງປະຊມວຽກງານກວດກາທວປະເທດ ຄງທ V ແລະ ເອກກະສານສຳຄນຂອງພກ - image 1
 

 

ຈຸດປະສົງໃນການເຜີຍແຜ່ເຊື່ອມຊຶມດັ່ງກ່າວ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ເປັນເອກະພາບສູງ ພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຂັ້ນ ກ່ຽວກັບຄວາມສໍາຄັນຂອງວຽກງານກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະໃໝ່, ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ການກະທໍາ ແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕໍ່ກັບວຽກງານກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ດ້ວຍການຫັນເອົາເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໃຫ້ເປັນທິດທາງແຜນ ການ, ໂຄງການດໍາເນີນງານຕົວຈິງ ຂອງຄະນະພັກຫ້ອງວ່າການສູນກາງພັກຢ່າງມີຈຸດສຸມ ພ້ອມທັງເປັນເຈົ້າການນໍາພາ - ຊີ້ນໍາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແນໃສ່ຍົກສູງປະສິດທິພາບການເຄື່ອນໄຫວວຽກງານກວດກາ ໃຫ້ເດັດຂາດ, ເຂັ້ມງວດໃນການແກ້ໄຂທຸກການລະເມີດລະບຽບວິໄນຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນທຸກຂັ້ນ ແລະ ທຸກລະດັບ ພາຍໃນຫ້ອງວ່າການສູນກາງພັກ, ປັບປຸງລະບອບ, ກົນໄກ ແລະ ແບບແຜນວິທີເຮັດວຽກຂອງຄະນະກວດກາແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ການເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານດັ່ງກ່າວແມ່ນໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ, ໃນກອງປະຊຸມດັ່ງກ່າວ ທ່ານ ຜາຄໍາ ອິນແສງ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ປະ ທານກວດກາໜ່ວຍພັກ ແລະ ພະນັກງານ-ລັດຖະກອນກົມກວດກາ ຂອງຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນນໍາເອົາແນວທາງ ແລະ ບົດຮຽນໃນກອງປະຊຸມຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ, ເອົາໃຈ ໃສ່ຕິດຕາມ, ກວດກາ. ຊອກໃຫ້ເຫັນດ້ານດີເພື່ອເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງທີ່ຈະຕ້ອງໄດ້ ພ້ອມກັນແກ້ໄຂຢ່າງຕັ້ງໜ້າ ຂອງພະນັກງານ, ການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮອບດານ.

(ຂ່າວ: ຫສພ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ