ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະ ແລະ ສະເໜີຕົວ ຕໍ່ປະຊາຊົນ ເມືອງປະທຸມພອນ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະ ແລະ ສະເໜີຕົວ ຕໍ່ປະຊາຊົນ ເມືອງປະທຸມພອນ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະ ແລະ ສະເໜີຕົວ ຕໍ່ປະຊາຊົນ ເມືອງປະທຸມພອນ
ວັນທີ 17 ກຸມພານີ້, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳເບີ1), ພ້ອມດ້ວຍຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ຄະນະທີ1 ຈໍານວນ 9 ທ່ານ ຍິງ 2 ທ່ານ, ສືບຕໍ່ເຄື່ອນໄຫວພົບປະ ແລະ ສະເໜີຕົວ ຕໍ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຈຸດບ້ານມ່ວງ ເມືອງປະທຸມພອນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການເລືອກຕັ້ງຂັ້ນແຂວງ ທັງເປັນຜູ້ຊີ້ນໍາວຽກງານຮອບດ້ານຢູ່ເມືອງປະທຸມພອນ, ພ້ອມຄະນະນໍາຂອງເມືອງ, ມີອໍານາດການປົກຄອງບ້ານ ແລະ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງຈາກ 8 ບ້ານທີ່ຂຶ້ນກັບກຸ່ມ2 ຄື: ບ້ານມ່ວງ, ເຜົ່າສໍາພັນ, ອຸດົມສໍາພັນ, ຫຼັກ 30, ໜອງປັກແຮດ, ນໍ້າໃສເທິງ, ນໍ້າໃສທ່າ ແລະ ບ້ານປາກຫ້ວຍ.
ຄະນະຜສະໝກຮບເລອກຕງ ສສຊ ເຂດເລອກຕງທ 15 ພບປະ ແລະ ສະເໜຕວ ຕປະຊາຊນ ເມອງປະທມພອນ - image 1
 

ໃນພິທີ, ຜູ້ມີສິດເລືອກຕັ້ງໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງ 20 ທ່ານ (ແຕ່ເບີ 1 ຫາ ເບີ 20)

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະບົດບາດ, ສິດໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດລະບອບການເມືອງໄລຍະໃໝ່ຂອງພັກ ໃນການສືບຕໍ່ ບູລະນະລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ.

ຄະນະຜສະໝກຮບເລອກຕງ ສສຊ ເຂດເລອກຕງທ 15 ພບປະ ແລະ ສະເໜຕວ ຕປະຊາຊນ ເມອງປະທມພອນ - image 2
 

ຈາກນັ້ນ, ຜູ້ສະໝັກ ສສຊ ກໍໄດ້ສະເໜີຕົວ ແລະ ແຈ້ງຈຸດປະສົງໃນການລົງເຄື່ອນໄຫວ, ພ້ອມນໍາສະເໜີວິໄສທັດ ເພື່ອການພັດທະນາແຕ່ລະດ້ານໃຫ້ເກີດຜົນປະໂຫຍດແກ່ສັງຄົມ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມຈິດພ້ອມໃຈ ໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ ເພື່ອຄັດເລືອກເອົາຕົວແທນທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດກວ້າງໄກ ເຂົ້າໄປເຮັດໜ້າທີ່ໃນສະພາແຫ່ງຊາດ. ສໍາລັບມື້ເລືອກຕັ້ງແມ່ນວັນທີ 22 ກຸມພາ 2026 ນີ້.

(ຂ່າວ-ພາບ: ຈັນທະວີສັກ)

ຄໍາເຫັນ

ຂ່າວເດັ່ນ

ພິທີເປີດນຳໃຊ້ ລະບົບ Agro-Link ຢ່າງເປັນທາງການ

ພິທີເປີດນຳໃຊ້ ລະບົບ Agro-Link ຢ່າງເປັນທາງການ

ໃນວັນທີ 28 ພຶດສະພາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດນຳໃຊ້ລະບົບ AGRO LINK CENTER APPLICATION ຢ່າງເປັນທາງການ ໂດຍການໃຫ້ກຽດເປີດນຳໃຊ້ລະບົບ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ, ຮອງຫົວໜ້າກົມ, ປະທານບໍລິສັດ AIDC ພ້ອມດ້ວຍບັນດາແຂກ ເຂົ້າຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ໃນຕອນບ່າຍວັນທີ 28 ພຶດສະພານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ແລະ ອັດລົງໃນຕອນເຊົ້າວັນທີ 28 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ, ຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ພຶດສະພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2026.
ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນ​ວັນ​ທີ 21 ພຶດ​ສະ​ພາ ນີ້. ຕະຫຼອດໄລຍະ 3 ວັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍສູນກາງ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.
ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໃນຕອນເຊົ້າຂອງວັນທີ 19 ພຶດສະພານີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູູນ ແລະ ສໍາຮອງ.
ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 7-8 ພຶດສະພາ 2026.
ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫຼວງມົສກູ ສະຫະພັນ ຣັດເຊຍ.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ໃນຕອນບ່າຍຂອງວັນທີ 7 ພຶດສະພານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ RexT. Gatchalian ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະຫວັດດີການສັງຄົມ ​ແລະ​ ການພັດທະນາ ແຫ່ງ ສ ຟິລິບປິນ,​ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຟິລິບປິນ ຈໍານວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມສົ່ງທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ
ເພີ່ມເຕີມ