ຄະນະຜູ້ແທນລາວ ຫາລືເສີມຂະຫຍາຍການຮ່ວມມືເພື່ອສິດທິເດັກກັບການນໍາອຸຍນີເຊັບ

ຄະນະຜູ້ແທນລາວ ຫາລືເສີມຂະຫຍາຍການຮ່ວມມືເພື່ອສິດທິເດັກກັບການນໍາອຸຍນີເຊັບ
ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78, ກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDG Summit) ແລະ ກອງປະຊຸມປິ່ນອ້ອມອື່ນໆໃນລະຫວ່າງວັນທີ18-23 ກັນຍາຜ່ານມາ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກພ້ອມຄະນະ ໄດ້ພົບປະກັບທ່ານ ຈອດ ລາຍີ-ອາດເຈ (George Laryea-Adjei) ຜູ້ອໍານວຍການຝ່າຍໂຄງການ ຂອງອົງການອຸຍນີເຊັບເພື່ອປຶກສາຫາລືກ່ຽວກັບບັນດາຜົນສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ກໍຄືແນວທາງການຮ່ວມມື ເພື່ອເພີ່ມທະວີວຽກງານສົ່ງເສີມສິດທິເດັກໃນຂົງເຂດຕ່າງໆ; ປຶກສາຫາລືກ່ຽວກັບສະພາບປັດຈຸບັນຂອງວຽກງານສາທາລະນະສຸກໃນ ສປປ ລາວລວມທັງບັນດາສິ່ງທ້າທາຍ ເພື່ອຊອກຫາວິທີທາງສໍາລັບການສະໜັບສະໜູນດ້ານງົບປະມານ ແລະ ວິຊາການເພີ່ມເຕີມ ແນໃສ່ປັບປຸງການບໍລິການດ້ານສຸຂະພາບຂັ້ນຕົ້ນໃນປະເທດ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເເດງຄວາມຂອບໃຈມາຍັງອົງການອຸຍນີເຊັບ ແລະ ຄູ່ຮ່ວມງານສຳລັບການສະໜັບສະໜູນອັນມີຄ່າໃນການພັດທະນາ ເເລະ ຮ່າງກົດໝາຍວ່າດ້ວຍການດູແລສຸຂະພາບຂັ້ນຕົ້ນ. ຖ້າກົດໝາຍສະບັບນີ້ໄດ້ຮັບການຮັບຮອງຈາກລັດຖະບານແຫ່ງ ສປປ ລາວຈະເປັນຕົວຢ່າງທີ່ສະແດງເຖິງຄວາມໝາຍໝັ້ນຂອງລັດຖະບານລາວໃນການສົ່ງເສີມການດູແລສຸຂະພາບຂັ້ນຕົ້ນ ແລະ ສຸຂະພາບທີ່ດີຂອງຊຸມຊົນໃນທົ່ວປະເທດ. ນອກນັ້ນທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນໄລຍະການລະບາດຂອງພະຍາດໂຄວິດ-19ລວມທັງການຈັດສົ່ງວັກຊິນ, ການເສີມສ້າງລະບົບຄວາມເຢັນ ເພື່ອເກັບຮັກສາວັກຊິນ, ການຈັດສົ່ງອຸປະກອນປ້ອງກັນຕ່າງໆ ແລະ ການສ້າງຄວາມເຊື່ອໝັ້ນຂອງຊຸມຊົນຕໍ່ກັບປະສິດທິພາບຂອງວັກຊິນ.
ໂອກາດນິ້. ທ່ານ ຈອດລາຍີ-ອາດເຈ ກໍໄດ້ສະແດງຄວາມເຊື່ອໝັ້ນໃນການສືບຕໍ່ປະສານສົມທົບກັນລະຫວ່າງອົງການອຸຍນີເຊັບ ແລະ ລັດຖະບານແຫ່ງ ສປປ ລາວລວມທັງວຽກງານການຮ່າງກົດໝາຍວ່າດ້ວຍ ການດູແລສຸຂະພາບຂັ້ນຕົ້ນ ໄດ້ຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງອົງການອຸຍນີເຊັບ ໃນການເສີມສ້າງທັກສະຂອງບັນດາອາສາສະໝັກສາທາລະນະສຸກບ້ານໃນ ສປປ ລາວ ໂດຍເນັ້ນໜັກເຖິງຄວາມຈຳເປັນໃນການສະໜັບສະໜູນ ອາສາສະໝັກສາທາລະນະສຸກບ້ານໃນການປະກອບອາຊີບ.
ນອກຈາກນັ້ນ, ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະກໍໄດ້ພົບປະກັບທ່ານນາງ ຈູນ ຄູນູກິ (June Kunugi) ຜູ້ອໍານວຍການຝ່າຍການຮ່ວມມື ແລະ ທ່ານ  ວິດຍາ ກາເນດສ(Vidhya Ganesh)ຜູ້ອໍານວຍການຝ່າຍການວິເຄາະຂໍ້ມູນວາງແຜນ ແລະ ການຕິດຕາມ ຂອງອົງການອຸຍນີເຊັບ ເພື່ອປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງຄົບຮອບ 50 ປີຂອງອົງການອຸຍນີເຊັບ ໃນ ສປປ ລາວ ແລະ ແຜນງານການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບສົກປີ 2022-2026ຊຶ່ງເປັນເອກະສານທີ່ກໍານົດຂອບການຮ່ວມມືລະຫວ່າງທັງສອງຝ່າຍໃນສົກ 2022-2026.
ທ່ານນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ປີນີ້ເປັນປີທີສອງຂອງການຈັດຕັ້ງປັດຕິບັດແຜນງານດັ່ງກ່າວ ເເລະ ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນຂອງກະຊວງແຜນການ ແລະ ການລົງທຶນໃນການສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆລວມທັງບັນດາອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນໃນການລະດົມທຶນເຂົ້າໃນວຽກງານສົ່ງເສີມສິດທິເດັກໃຫ້ບັນລຸໝາກຜົນໃຫ້ໄດ້ຫຼາຍກວ່າເກົ່າ. ພ້ອມທັງເນັ້ນກ່ຽວກັບສິ່ງທ້າທາຍຍ້ອນການລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດມະຫາພາກ ແລະ ບັນຫາອື່ນໆໃນທົ່ວໂລກ ແລະ ໄດ້ແລກປ່ຽນກ່ຽວກັບ ຍຸດທະສາດການເງິນເພື່ອສະໜັບສະໜູນແຜນການ 5 ປີຄັ້ງທີ IX ແລະ ແຜນງານການຟື້ນຟູເສດຖະກິດ ເພື່ອຊ່ວຍເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ທ່ານນາງ ຈູນ ຄູນູກິ ກໍໄດ້ເນັ້ນວ່າ: ການສະເຫຼີມສະຫຼອງຄົບຮອບ 50 ປີຂອງອົງການອຸຍນີເຊັບ ໃນ ສປປ ລາວ ເປັນໂອກາດອັນພິເສດເພື່ອລະນຶກເຖິງ 5 ທົດສະວັດຂອງການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ແລະ ຢ້ຳຄືນຄໍາໝັ້ນສັນຍາຂອງທັງສອງຝ່າຍ ໃນການຮ່ວມມືກັນເພື່ອສົ່ງເສີມສິດທິເດັກ. ພ້ອມນີ້ທ່ານໄດ້ສະແດງຄວາມຂອບໃຈກະຊວງແຜນການ ແລະ ການລົງທຶນ ໃນນາມເປັນກະຊວງຫຼັກ ນຳພາການຈັດງານສະເຫຼີມສະຫຼອງດັ່ງກ່າວ. 
ນອກນັ້ນ, ທ່ານ Ganesh ຍັງໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກະຊວງແຜນການ ແລະ ການລົງທຶນໃນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວຄັ້ງທີ III (LSIS)ຊຶ່ງໄດ້ຮວບຮວມເອົາຂໍ້ມູນຕົວຈິງຈາກຊຸມຊົນໃຫ້ກາຍເປັນເຄື່ອງມືຮັບໃຊ້ຂະບວນການກະກຽມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງສປປ ລາວ. 
ໂອກາດດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ພົບປະກັບທ່ານນາງ ກິດຕີ້ ວັນ ເດີ ເຮເດັນ (Kitty van der Heijden)ຮອງຜູ້ອຳນວຍໃຫຍ່ຝ່າຍການຮ່ວມມືຂອງ ອົງການອຸຍນີເຊັບ ເພື່ອປຶກສາຫາລືກັນກ່ຽວກັບການເສີມຂະຫຍາຍຂົງເຂດການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ລວມເຖິງວຽກງານໄວໜຸ່ມ ແລະ ບັນຫາການປ່ຽນແປງດິນຟ້າອາກາດ ໂດຍ ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຊົມເຊີຍອົງການອຸຍນີເຊັບ ໃນຖານະທີ່ເປັນອົງການໜຶ່ງໃນອົງການເຄືອຂ່າຍ ສະຫະປະຊາຊາດ ທີ່ໄດ້ເຮັດວຽກມາເປັນເວລາຍາວນານທີ່ສຸດໃນ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບ ທີ່ໄດ້ລະດົມການສະໜັບສະໜູນເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ທີ່ແຂວງອັດຕະປືໃນປີ 2018ພ້ອມທັງໄດ້ສະໜັບສະໜູນສປປ ລາວ ຢ່າງຕໍ່ເນື່ອງໃນໄລຍະການລະບາດຂອງພະຍາດໂຄວິດ-19. ທ່ານຍັງໄດ້ກ່າວເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ. ການປ່ຽນແປງຂອງດິນຟ້າອາກາດ ຈະເປັນຫົວຂໍ້ສຳຄັນໃນກອງປະຊຸມປຶກສາຫາລືຮ່ວມກັບໄວໜຸ່ມ ແລະ ບັນດາເຈົ້າແຂວງ/ຮອງເຈົ້າແຂວງທີ່ຈະຈັດຂຶ້ນໃນວັນເດັກໂລກປີນີ້, ຊຶ່ງຖືເປັນບັນຫາສຳຄັນໃນປະເທດເນື່ອງຈາກວ່າ ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມສ່ຽງຕໍ່ໄພພິບັດທໍາມະຊາດພໍສົມຄວນ.
ທ່ານນາງ ກິດຕີ້ ວັນ ເດີ ເຮເດັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືອັນແໜ້ນແຟ້ນຂອງລັດຖະບານແຫ່ງ ສປປ ລາວ ໃນທຸກຂະແໜງການວຽກງານທີ່ຕິດພັນກັບເດັກນ້ອຍ, ນັບແຕ່ວຽກງານດ້ານສຸຂະພາບຈົນເຖິງດ້ານການສຶກສາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ໃນການກໍານົດເອົາບັນຫາການປ່ຽນແປງຂອງດິນຟ້າອາກາດເປັນບັນຫາບູລິມະສິດໜຶ່ງສຳລັບວັນເດັກໂລກປີນີ້ພ້ອມທັງໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການພັດທະນາປະເທດ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ