ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ
ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ຄະນະຜແທນລາວເຂາຮວມກອງປະຊມລດຖະມນຕແຮງງານອາຊຽນ ຄງທ 29 ຢປະເທດໄທ - image 1
 

ໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ຢືນຢັນຈຸດປະສົງເປົ້າໝາຍຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືແບບທະວິພາຄີໃນອາຊຽນ, ຄູ່ຮ່ວມພັດທະນາ, ປະເທດຄູ່ເຈລະຈາ ແລະ ສະໜັບສະໜູນບັນດາແຜນງານໃນຂອບຂອງອາຊຽນ ໂດຍສະເພາະ ແຜນງານຂອງເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ແຜນງານຂອງລັດຖະມົນຕີແຮງງານອາຊຽນ ໄລຍະ 2026-2030 ເພື່ອຊຸກຍູ້ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນໃນອາຊຽນ ເປັນຕົ້ນ ການສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ, ການຈັດຕັ້ງປະຕິບັດມາດຕະຖານແຮງງານ ໂດຍເອົາໃຈໃສ່ການກວດກາແຮງງານ, ວຽກງານສຸຂະພາບ ແລະ ຄວາມປອດໄພແຮງງານ, ການປົກປ້ອງສັງຄົມ, ການພັດທະນາສີມືແຮງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມທິດທາງຂອງການເຮັດວຽກທີ່ມີຄຸນຄ່າ, ເປັນທໍາ ແລະ ເສດຖະກິດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແລະ ດີຈີຕອນ.

ຄະນະຜແທນລາວເຂາຮວມກອງປະຊມລດຖະມນຕແຮງງານອາຊຽນ ຄງທ 29 ຢປະເທດໄທ - image 2
 

ພ້ອມນີ້, ຄະນະຜູ້ແທນລາວ ຍັງໄດ້ເອກະພາບ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນບວກ 3 ຄັ້ງທີ 14, ຊຶ່ງເປັນການບັນທຶກທິດທາງຮ່ວມກັນ ລະຫວ່າງ ລັດຖະມົນຕີແຮງງານອາຊຽນ ແລະ ປະເທດຄູ່ເຈລະຈາ ປະກອບດ້ວຍ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ. ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ຈະນຳໄປລາຍງານໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ປະເທດຟີລິບປິນ.

ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຈັດຂຶ້ນທຸກໆ 2 ປີ, ຊຶ່ງໄລຍະ 2026-2028 ປະເທດໄທ ເປັນປະທານ ແລະ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 30 ປະເທດຕີມໍແລັສເຕ ຈະຮັບເປັນເຈົ້າພາບໃນປີ 2028.

ຂໍ້ມູນ-ພາບ: ຂ່າວສານແຮງງານ

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ມອບ - ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີມອບ-ຮັບໂຄງການປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ໂດຍການຊ່ວຍເຫຼືອຂອງລັດຖະບານອິນເດຍ​ ໄດ້ຈັດຂຶ້ນໃນວັນທີ 28 ສິງຫາຜ່ານນີ້ ທີ່ ວິທະຍາໄລສິລະປະແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ Shri Pabita Margherita ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດຖະກຳ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ໂຢເກສວາ ຊັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ບັນດາແຂກທັງຝ່າຍລາວ ແລະ ອິນເດຍເຂົ້າຮ່ວມ.
ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ລັດຖະບານຈີນ ມອບທຶນ100 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມັດທະຍົມສົມບູນ ສັນຕິພາບ

ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມັດທະຍົມສົມບູນ ສັນຕິພາບ ນະຄອນຫຼວງພະບາງ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 100 ລ້ານກວ່າຢວນ(ສະກຸນເງິນ ສປ ຈີນ) ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຊຶ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສ​ສຫວຽດນາມປະຈໍາ ສ​ປ​ປລາວຮ່ວມ​ກັບຫໍພິພິທະພັນວິຈິດສິນຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສ​ປ​ປລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1

ໃນວັນທີ 26-27 ສິງຫາ 2026 ທີ່ ນະຄອນໂຮ່ຈິມິນສສ ຫວຽດນາມ ທ່ານ ນາງ ດາລານີ ພົມມະວົງສາ,ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1, ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 7. ມີບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ບັນດາປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ເພີ່ມເຕີມ