ຄະນະຜູ້ແທນສະຫວັນນະເຂດ-ກວາງບິ່ງ ຮ່ວມລົງນາມໃນຂໍ້ຕົກລົງຮ່ວມມືດ້ານຊາຍແດນ

ຄະນະຜູ້ແທນສະຫວັນນະເຂດ-ກວາງບິ່ງ ຮ່ວມລົງນາມໃນຂໍ້ຕົກລົງຮ່ວມມືດ້ານຊາຍແດນ
ໃນວັນທີ 28 ພະຈິກ ຜ່ານມາ, ຄະນະກຳມະການຊາຍແດນແຂວງສະຫວັນນະເຂດ ສປປ ລາວ ແລະຄະນະກຳມະການຊາຍແດນແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະສອງຝ່າຍຂຶ້ນທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ,ຝ່າຍແຂວງສະຫວັນນະເຂດ ນໍາໂດຍ ສະຫາຍນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ຝ່າຍແຂວງກວາງບິ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ດວ່ານ ງັອກ ເລິມ  ຫົວໜ້າຄະນະຊີ້ນຳວຽກງານຊາຍແດນ  ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ ພ້ອມຄະນະ.
ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ນາງ ຫຼິງທອງ ແສງຕາວັນ ກ່າວວ່າ: ເພື່ອເປັນການປະຕິບັດຕາມເນື້ອໃນບົດບັນທຶກຂອງຜູູ້ແທນຄະນະກໍາມະການຊາຍແດນຂອງສອງແຂວງ,  ໃນການຕີລາຄາຜົນຂອງການຈັດຕັ້ງປະຕິບັດຂອງວຽກງານການຄຸ້ມຄອງຊາຍແດນແຕ່ປີ 2022 ເຖິງປີ 2023 ແລະສືບຕໍ່ໃນການວາງແຜນວຽກງານຕ່າງໆທີ່ກ່ຽວຂ້ອງກັບວຽກງານຊາຍແດນຂອງສອງແຂວງໃນປີ 2024 ໃນການຮ່ວມມືວຽກງານຄຸ້ມຄອງຊາຍແດນ ຂອງແຂວງສະຫວັນນະເຂດ  ແລະແຂວງກວາງບິ່ງ  ທີ່ມີຊາຍແດນຮ່ວມກັນຍາວທັງໝົດ 22,8 ກິໂລແມັດ ແລະມີຫຼັກໝາຍຊາຍແດນຮ່ວມກັນ 9 ຫຼັກໝາຍໃຫຍ່ ເລີ່ມແຕ່ຫຼັກໝາຍຊາຍແດນ 568 ຫາ ຫຼັກໝາຍຊາຍແດນ 576  ຊຶ່ງໃນນັ້ນແຂວງສະຫວັນນະເຂດ ປົກປັກຮັກສາ ແລະ ຄຸ້ມຄອງ 4 ຫຼັກໝາຍຊາຍແດນ (ເລກຄີກ) ແລະແຂວງກວາງບິ່ງ ປົກປັກຮັກສາ ແລະຄຸ້ມຄອງ 5 ຫຼັກໝາຍຊາຍແດນ (ເລກຄູ່), ຜ່ານມາສອງແຂວງໄດ້ມີການປະສານ, ສົມທົບກັນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບໍລິເວນຊາຍແດນ, ປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະປະຊາຊົນຂອງສອງແຂວງຕະຫຼອດມາ, ສະພາບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາມີຄວາມສະຫງົບເປັນປົກກະຕິໃນຂອບເຂດບໍລິເວນຊາຍແດນທັງສອງແຂວງ  ກອງຮ້ອຍທະຫານຊາຍແດນທັງສອງຝ່າຍໄດ້ມີການພົວພັນຄວາມສາມັກຄີໃກ້ຊິດຕິດແທດ ແລະມີການປະສານສົມທົບຕິດຕໍ່ພົວພັນກັນຢ່າງເປັນປະຈຳ,  ເພື່ອລາຍງານສະພາບ ແລະ ແລກປ່ຽນວຽກງານຮ່ວມກັນ ແລະບັນຫາອື່ນໆທີ່ພົວພັນເຖິງວຽກງານຊາຍແດນບົນພື້ນຖານຈິດໃຈຮ່ວມມືມິດຕະພາບ ເພື່ອຜົນປະໂຫຍດສ່ວນລວມຮ່ວມກັນ, ວຽກງານໂຄສະນາ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ  ແຂວງສະຫວັນນະເຂດ  ສືບຕໍ່ໃນການລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາເຜີຍແຜ່ “ສັນຍາ” ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ ຂອງສອງລັດຖະບານ ລາວ - ຫວຽດນາມ ທີ່ໄດ້ລົງນາມ ວັນທີ 16 ມີນາ 2016 ແລະ ກົດໝາຍທີ່ກ່ຽວຂ້ອງກັບວຽກງານຊາຍແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ແລະ ເຈົ້າໜ້າທີ່ກໍາລັງປະກອບອາວຸດທີ່ປະຈຳຢູ່ເຂດຊາຍແດນ, ໃຫ້ຮັບຮູ້ ແລະເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງເສັ້ນຊາຍແດນແຫ່ງຊາດ, ພ້ອມທັງຊຸກຍູ້ໃຫ້ເຈົ້າໜ້າທີ່ປ້ອງກັນຊາຍແດນຂັ້ນທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນ  ປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ,  ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມື ລະຫວ່າງກອງກຳລັງປ້ອງກັນຊາຍແດນຂອງສອງແຂວງ   ເພື່ອພ້ອມກັນແກ້ໄຂບັນດາປະກົດການຫຍໍ້ທໍ້,  ທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນໄດ້ຢ່າງທັນການ.ຈາກນັ້ນສອງຝ່າຍກໍໄດ້ເຊັນບົດບັນທຶກຮ່ວມກັນລະຫວ່າງ ສະຫາຍນາງ ຫຼິງທອງ ແສງຕາວັນ ແລະ ສະຫາຍ ດວ່ານ ງັອກ ເລີ່ມ ຊຶ່ງມີສອງຝ່າຍເຂົ້າຮ່ວມ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ