ການພົບປະກັນໃນຄັ້ງນີ້ ດຳເນີນໄປໃນທ່າມກາງບັນຍາກາດອັນອົບອຸ່ນ ທີ່ເຕັມໄປດ້ວຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ພວມສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພິເສດ ໃນປີ 2026 ນີ້ ແມ່ນເປັນປີທີ່ມີຄວາມໝາຍປະຫວັດສາດ ແຫ່ງການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ (15/6/1956-15/6/2026).
![]() |
ທັງສອງຝ່າຍ ເປັນເອກະພາບກັນ ກ່ຽວກັບ ທິດທາງການຮ່ວມມືຂອງຊາວໜຸ່ມທີ່ສໍາຄັນ ຄື:
1. ເຫັນດີໃນການແລກປ່ຽນຊາວໜຸ່ມຂອງສອງປະເທດໃນການຮຽນຮູ້ທາງດ້ານປະຫວັດສາດ ມູນເຊື້ອ ແລະ ວັດທະນະທຳ.
2. ເຫັນດີເພີ່ມການສົ່ງເສີມການຮ່ວມມືດ້ານເສດຖະກິດຂອງຊາວໜຸ່ມ ສ້າງໂອກາດໃຫ້ສະມາຄົມນັກທຸລະກິດໜຸ່ມຂອງສອງປະເທດ ໄດ້ພົບປະ, ຈັບຄູ່ທຸລະກິດ, ແລກປ່ຽນບົດຮຽນການຄ້າ ແລະ ການລົງທຶນຮ່ວມກັນ.
3. ເຫັນດີຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນ ສົ່ງເສີມການແລກປ່ຽນກິດຈະກຳຂອງຊາວໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ທາງດ້ານວັດທະນະທຳ, ກິລາ ແລະ ການໄປມາຫາສູ່ກັນ ບົນຈິດໃຈສັນຕິພາບ ແລະ ມິດຕະພາບ.
![]() |
ໃນຕອນທ້າຍຂອງການພົບປະ, ຝ່າຍລາວໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງການນຳສອງປະເທດ ຈະສາມາດນຳເອົາເນື້ອໃນຈິດໃຈຂອງການເອກະພາບ ແລະ ທິດຊີ້ນຳຈາກການພົບປະຄັ້ງນີ້ໄປສູ່ຜົນງານຕົວຈິງ. ພ້ອມນີ້, ທ່ານ ທອງລີ ສຸລິດ ໄດ້ຖືເປັນກຽດເຊື້ອເຊີນ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍ ຄະນະ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ.
ຂ່າວ: ສູນກາງຊາວໜຸ່ມ


ຄໍາເຫັນ