ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈິີນ ຄົບຮອບ 105 ປີ ຢ່າງສຸດໃຈ (1/7/1921-1/7/2026)

ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈິີນ ຄົບຮອບ 105 ປີ ຢ່າງສຸດໃຈ (1/7/1921-1/7/2026)

ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈິີນ ຄົບຮອບ 105 ປີ ຢ່າງສຸດໃຈ (1/7/1921-1/7/2026)
ທ່ານ​ຜູ້​ອ່ານ​ທີ່​ນັບຖື​ ແລະ​ ຮັກແພງ ເມື່ອ​ຫວນ​ຄືນ​ມື້​ທຳອິດ​ຂອງ​ການ​ສ້າງຕັ້ງ​ພັກ​ກອມ​ມູ​ນິດ​ຈີນຄືວັນ ​ທີ 1 ກໍລະກົດ 1921 ຫາ ​ວັນ​ທີ 1 ກໍລະກົດ 2026 ກໍ​ພໍດີ​ມີ​ອາຍຸ​ຄົບຮອບ 105 ປີ. ບົນ​ເສັ້ນທາງ​ກ້າວ​ເດີນ​ທີ່​ຍາວ​ໄກພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສຳເລັດ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ສະຖາປະນາ​ເປັນ​ສາ​ທາ​ລະນະ​ລັດ ​ປະຊາຊົນ​ຈີນ ໃນ​ວັນ​ທີ 1 ຕຸລາ 1949 ເທົ່າ​ນັ້ນ, ຫາກ​ຍັງ​ນຳພາ​ປະຊາຊົນ​ຈີນ​ທົ່ວ​ທັງ​ປະເທດ​ດຳເນີນ​ການ​ສ້າງ​ສັງຄົມ​ນິຍົມ​ທີ່​ຈະເລີນ​ຮຸ່ງເຮືອງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ​ຂອງ​ຊາດ​ຈີນ.
ຂານບຊມເຊຍວນສາງຕງພກກອມມນດຈນ ຄບຮອບ 105 ປ ຢາງສດໃຈ (1/7/1921-1/7/2026) - image 1
 

 

ເວົ້າສະເພາະນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກກອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການຊີ້ນຳ ແລະ ນຳພາຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນທີ່ເປັນແກນກາງໄດ້ນຳພາປະຊາຊົນຈີນສ້າງສາພັດທະນາ ສປ ຈີນ ດ້ວຍທັດສະນະໃໝ່, ແນວຄິດ ແລະ ຍຸດທະສາດໃໝ່ ທີ່ສອດຄ່ອງກັບສະພາບລວມພາຍໃນປະເທດ ແລະ ທ່າອ່ຽງລວມຂອງຍຸກສະໄໝ ໂດຍສະເພາະແມ່ນການສະເໜີອອກແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ ສປ ຈີນມີການພັດທະນາຢ່າງໃຫຍ່ຫຼວງ, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນ, ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບມີຄວາມເຂັ້ມແຂງ ທັນສະໄໝ, ສັງຄົມມີຄວາມສະຫງົບ ກົມກຽວປອງດອງ, ບັນລຸຜົນສຳເລັດອັນໃຫຍ່ຫຼວງເປັນປະຫວັດການຄືບັນລຸຜົນສຳເລັດຕາມເປົ້າໝາຍຍຸດທະສາດ 100 ປີ ເຫດການທີໜຶ່ງ. ນອກນັ້ນບັນດາຂໍ້ລິເລີ່ມຕ່າງໆທີ່ສະຫາຍ ສີຈິ້ນຜິງ ສະເໜີອອກກໍໄດ້ຮັບການເຂົ້າຮ່ວມແລະ ສະໜັບສະໜູນຢ່າງຕັ້ງໜ້າ ຈາກວົງຄະນາຍາດສາກົນ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ພົ້ນເດັ່ນ ແລະ ນຳໜ້າ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນສຳຄັນຍິ່ງເຂົ້າໃນພາລະກິດເສີມສ້າງສັນຕິພາບ ແລະ ການພັດທະນາໃນໂລກ. ພ້ອມນັ້ນ, ການຫັນເປັນທັນສະໄໝແບບຈີນແມ່ນໝາກຜົນທີ່ພັກກອມມູນິດຈີນ ແລະ ປະຊາຊົນຈີນຊອກຄົ້ນ ແລະ ປະຕິບັດຕົວຈິງໃນໄລຍະຍາວນານຜ່ານມາແມ່ນພາລະກິດອັນຍິ່ງໃຫຍ່ ແລະ ມີໄຊ.

ຂານບຊມເຊຍວນສາງຕງພກກອມມນດຈນ ຄບຮອບ 105 ປ ຢາງສດໃຈ (1/7/1921-1/7/2026) - image 2
 

ເມື່ອຫວນຄືນໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ (ຕຸລາ 2022) ສະຫາຍ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນອີກວາລະໜຶ່ງ, ໂອກາດນີ້, ສະຫາຍ ສີ ຈິ້ນຜິງ ໄດ້ກ່າວວ່າ: ຢູ່ບົນຂະບວນການເດີນທາງອອກຄັ້ງໃໝ່, ພວກເຮົາຕ້ອງຊຸກຍູ້ການປະຕິຮູບຕົນເອງຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ພັກທີ່ໄດ້ຜ່ານຜ່າການທົດສອບທາງປະຫວັດສາດຢ່າງຫຼວງຫຼາຍແຕ່ບໍ່ໄດ້ປ່ຽນແປງອຸດົມການໃນຫົວທີ, ຈຶ່ງສາມາດຮັກ ສາຄວາມມີຊີວິດຊີວາຂອງພາລະ ກິດຢູ່ສະເໝີ; ພັກທີ່ໄດ້ສ້າງຜົນສຳເລັດຢ່າງສະຫງ່າງາມ ແຕ່ຍັງຢຶດໝັ້ນການປະຕິຮູບຕົນເອງຢ່າງກ້າຫານ, ຈຶ່ງສາມາດຜ່ານຜ່າອຸປະສັກໄດ້ທຸກຢ່າງ. ພວກເຮົາຕ້ອງບຸກບືນກ້າວໄປໜ້າຢ່າງກ້າຫານ, ພະຍາຍາມສ້າງອະນາຄົດທີ່ສົດໃສກວ່າເກົ່າ. ຈີນເປີດປະຕູສູ່ພາຍນອກ ນັບມື້ກວ້າງ ຂວາງກວ່າເກົ່າ. ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ ແລະ ບໍ່ຫວັ່ນໄຫວຄອນແຄນ, ເດັດດ່ຽວຊຸກຍູ້ການພັດ ທະນາຢ່າງມີຄຸນນະພາບສູງ, ໃຊ້ການພັດທະນາຂອງຕົນ ເພື່ອສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກ.

ຂານບຊມເຊຍວນສາງຕງພກກອມມນດຈນ ຄບຮອບ 105 ປ ຢາງສດໃຈ (1/7/1921-1/7/2026) - image 3
 

ນີ້ ສະແດງໃຫ້ເຫັນວ່າ: ການພັດທະນາຂອງຈີນແມ່ນຕິດພັນກັບການພັດທະນາຂອງໂລກ ແລະ ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນ ດຽວກັນ. ປະເທດຈີນຍາມໃດກໍມີຈຸດປະສົງຮ່ວມກັນກັບປະຊາຊົນຂອງປະເທດຕ່າງໆໃນໂລກ, ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດ ເພື່ອສັນຕິພາບ, ການພັດທະນາ, ຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ຮັກສາສັນຕິພາບຂອງໂລກ, ຊຸກຍູ້ການພັດທະນາຂອງໂລກ ແລະ ສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ພິເສດ, ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກອມມູນິດຈີນ ໄດ້ເຫັນດີບັນທຶກເອົາ ການພັດທະນາໃໝ່ຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງສະຫາຍ ສີ ຈິ້ນຜິງ ເຂົ້າໃນ “ກົດລະບຽບພັກກອມມູນິດຈີນ” ແລະ ໄດ້ປັບປຸງການບັນລະຍາຍຕໍ່ເປົ້າໝາຍບຸກບືນສູ້ຊົນໃນກົດລະບຽບພັກ ໂດຍກຳນົດຢ່າງຈະແຈ້ງວ່າ: ເປົ້າໝາຍຍຸດທະສາດຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງຈີນແມ່ນບັນລຸສັງຄົມນິຍົມທີ່ທັນສະໄໝ ໂດຍພື້ນຖານ ເມື່ອຮອດປີ 2035; ສ້າງປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝກໍຄືບັນລຸ “ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງ” ເມື່ອຮອດກາງສະຕະວັດນີ້ ໂດຍລວມການຫັນເປັນທັນສະໄໝແບບຈີນແມ່ນສັງຄົມນິຍົມທັນສະໄໝທີ່ນຳພາໂດຍພັກກອມມູນິດຈີນ, ມີຈຸດພິເສດຮ່ວມຂອງການຫັນເປັນທັນສະໄໝຂອງປະເທດຕ່າງໆ, ຍິ່ງມີສີສັນພິເສດຂອງຈີນທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຈີນ, ການຫັນເປັນທັນສະໄໝແບບຈີນແມ່ນການຫັນເປັນທັນສະໄໝທີ່ກວມເອົາປະຊາກອນຈຳນວນຫຼວງຫຼາຍ, ແມ່ນການຫັນເປັນທັນສະໄໝທີ່ປະຊາຊົນຮັ່ງມີຮ່ວມກັນທຸກຖ້ວນໜ້າ, ແມ່ນການຫັນເປັນທັນສະໄໝທີ່ມີອະລິຍະທຳດ້ານວັດຖຸ ແລະ ອະລິຍະທຳດ້ານຈິດໃຈປະສົມປະສານກັນ, ແມ່ນການຫັນເປັນທັນສະໄໝທີ່ມະນຸດ ແລະ ທຳມະຊາດດຳລົງຄົງຕົວຮ່ວມກັນຢ່າງກົມກຽວ ແລະ ແມ່ນການຫັນເປັນທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາ ໂດຍສັນຕິ.

ຕໍ່ນະໂຍບາຍການຕ່າງປະເທດ, ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນພາຍໃຕ້ຫົວຂໍ້ “ການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ພາຍໃຕ້ແນວຄິດຂອງ ສະຫາຍ ສີ ຈິ້ນຜິງ” ທີ່ມີຄວາມໝາຍວ່າ: ໃນໄລຍະຜ່ານມາກໍຄືໃນຕໍ່ໜ້າແມ່ນຈີນສືບຕໍ່ຢຶດໝັ້ນຈຸດປະສົງຂອງນະໂຍບາຍການຕ່າງປະເທດທີ່ຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ສຸມໃສ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາ ຕາກຳມວນມະນຸດ, ຈີນຍິນດີຮ່ວມກັບບັນດາປະເທດທົ່ວໂລກພ້ອມກັນສ້າງອະນາຄົດທີ່ດີງາມຂອງມວນມະນຸດ. ບໍ່ວ່າສະຖານະການຈະມີການປ່ຽນແປງແນວໃດ, ຄວາມຕັດສິນໃຈຂອງຈີນໃນການຈັດຕັ້ງປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ ຈະບໍ່ມີການປ່ຽນແປງ, ຄວາມພະຍາ ຍາມໃນການປັບປຸງການບໍລິຫານ ໂລກໃຫ້ດີຂຶ້ນຈະບໍ່ມີການປ່ຽນແປງ,ການເຄື່ອນໄຫວຊຸກຍູ້ການຮ່ວມມືຫຼາຍຝ່າຍຈະບໍ່ມີການປ່ຽນແປງ.ຍາມໃດຈີນກໍຢຶດໝັ້ນການເປີດປະຕູ ແລະ ຄວາມໂອບເອື້ອອາລີ, ບໍ່ປິດ ປະເທດຕົນ ແລະ ບໍ່ປັດປ່າຍປະເທດອື່ນ, ຢຶດໝັ້ນບົນພື້ນຖານກົດໝາຍສາກົນ, ບໍ່ເປັນເຈົ້າອຳນາດ, ຢຶດໝັ້ນການປຶກສາຫາລື ແລະ ການຮ່ວມມືກັນ, ບໍ່ປໍລະປັກກັນ ແລະ ບໍ່ຕໍ່ຕ້ານກັນ, ຢຶດໝັ້ນເດີນຕາມເສັ້ນທາງທີ່ຖືກຕ້ອງຕາມຍຸກສະໄໝ, ບໍ່ພໍໃຈນຳແຕ່ສິ່ງທີ່ມີຢູ່, ສືບຕໍ່ເຂົ້າຮ່ວມການປະຕິຮູບ ແລະ ການສ້າງລະບົບບໍລິຫານໂລກຢ່າງຕັ້ງໜ້າ, ອຸທິດສະຕິປັນຍາ ແລະ ກຳລັງເຂົ້າໃນການແກ້ໄຂການຂາດດຸນດ້ານການບໍລິຫານໂລກ, ການຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດດ້ວຍການກະທຳຕົວຈິງ”.

ເມື່ອເວົ້າເຖິງການພົວພັນ ລາວ-ຈີນ, ເຖິງວັນເວລາຈະໝູນວຽນປ່ຽນໄປ, ແຕ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນທີ່ມີມາແຕ່ດົນນານນັ້ນຍິ່ງສືບຕໍ່ນັບມື້ໄດ້ຮັບການຮັດແໜ້ນເສີມຂະຫຍາຍດ້ວຍທ່ວງທ່າທີ່ໜັກ ແໜ້ນ ບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈຊຶ່ງກັນ ແລະ ກັນ ໂດຍສະ ເພາະແມ່ນພາຍຫຼັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປປ ລາວ ປະທານປະເທດລາວເດີນທາງຢ້ຽມຢາມລັດຖະກິດ ສປ ຈີນ ລະຫວ່າງວັນທີ 2-6 ມິຖຸນາ 2026 ຕາມການເຊີນຂອງສະຫາຍ ສີ ຈິ້ນຜິງ ເລຂາທິ ການໃຫຍ່ຄະນະກຳມະການສູນກາງ ພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ. ບໍ່ພຽງແຕ່ເປັນການຢ້ຽມຢາມພົບປະແບບປະເພນີຂອງສາຍພົວພັນເທົ່ານັ້ນ, ແຕ່ເປັນການຢັ້ງຢືນຢ່າງໜັກແໜ້ນເຖິງຄວາມສະໜິດແໜ້ນຖານມິດສະຫາຍທີ່ ມີອຸດົມການສັງຄົມນິຍົມຄືກັນ. ພິເສດການຢ້ຽມຢາມຄັ້ງນີ້, ການນຳສອງຝ່າຍໄດ້ມີຄວາມເອກະພາບສູງໃນການຍົກຖານະບົດບາດການ ພົວພັນຈາກການເປັນຄູ່ຮ່ວມຊາຕາກຳດຽວກັນກ້າວຂຶ້ນເປັນການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່. ພ້ອມນັ້ນ, ຜົນຂອງການຢ້ຽມຢາມຍັງໄດ້ລົງນາມເອກະສານການຮ່ວມມືສອງຝ່າຍຈຳນວນ 32 ສະ ບັບ ກວມເອົາຂົງເຂດການຮ່ວມມື ລະຫວ່າງບັນດາອົງການອ້ອມຂ້າງສູນກາງພັກຂອງສອງພັກ ລາວ-ຈີນ, ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ, ພະລັງງານ, ກະສິກຳ, ວັດທະນະທຳ, ການພັດທະນາຊັບພະຍາກອນມະນຸດ ແລະ ໜັງສືມອບ-ຮັບບັນດາໂຄງການຊ່ວຍເຫຼືອຈາກ ສປ ຈີນ ຕື່ມອີກ.

ໂອກາດນີ້, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວໄດ້ຕີລາຄາສູງຕໍ່ຜົນງານຕະຫຼອດໄລຍະ 105 ປີ ຂອງພັກກອມມູນິດຈີນວ່າ: ພັກກອມມູນິດຈີນມີຜົນງານໃນການປະຕິບັດໜ້າທີ່ປະຫວັດ ສາດອັນໃຫຍ່ຫຼວງທີ່ສົ່ງຜົນກະທົບໂດຍກົງໃນທາງບວກຕໍ່ພາຍໃນປະເທດ ແລະ ຕໍ່ໂລກ, ສະແດງອອກໃນແຕ່ລະໄລຍະປະຫວັດສາດ, ຜົນງານການຊີ້ນຳ ແລະ ນຳພາຂອງພັກກອມມູນິດຈີນກໍມີອັນແຕກຕ່າງກັນ ໂດຍເລີ່ມຈາກພັກໄດ້ນຳພາການຕໍ່ສູ້ກູ້ຊາດ, ສະຖາປະນາ ສປ ຈີນ ໃນປີ 1949 ທີ່ເປັນຜົນງານເດັ່ນອັນດັບທຳອິດ, ກ້າວຂຶ້ນນຳພາການເປີດປະຕູສູ່ໂລກພາຍນອກ ໃນປີ 1978 ຊຶ່ງເປັນຈຸດປ່ຽນທີ່ເຮັດໃຫ້ຈີນກ້າວຂຶ້ນສູ່ເວທີພາກພື້ນ ແລະ ສາກົນ. ຈາກນັ້ນກໍໄດ້ສືບຕໍ່ພັດທະນາເສດຖະກິດຈາກປະເທດທີ່ຜ່ານຜ່າຄວາມທຸກຍາກລຳບາກຫຼັງສົງຄາມ, ປັດຈຸບັນຈີນໄດ້ກາຍເປັນປະເທດທີ່ມີເສດຖະກິດເຂັ້ມແຂງໃນອັນດັບຕົ້ນໆຂອງໂລກ ຊຶ່ງເອີ້ນໄດ້ວ່າເປັນການພັດທະນາທີ່ “ກ້າວກະໂດດ” ຢ່າງແທ້ຈິງ. ໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ພັກກອມມູນິດຈີນໄດ້ສ້າງສິ່ງມະຫັດສະຈັນທີ່ໂລກຍອມຮັບຜ່ານໂຄງການລະດັບສາ ກົນເຊັ່ນ: ໂຄງການອະວະກາດ, ດາວທຽມ, ລົດໄຟຄວາມໄວສູງ, ການຫັນເປັນດີຈີຕອນ ແລະ ການພັດທະນາປັນຍາປະດິດ (AI) ແລະ ດ້ານການພົວພັນຕ່າງປະເທດ, ບົດບາດຂອງຈີນນັບມື້ສູງເດັ່ນຂຶ້ນຜ່ານຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ການສ້າງ “ຄູ່ຮ່ວມຊາຕາກຳຂອງ ມວນມະນຸດ” ແລະ ການຮ່ວມມືຍຸດທະສາດກັບອາຊຽນ ແລະ ກຸ່ມ BRICS ຊຶ່ງສະແດງໃຫ້ເຫັນເຖິງການເປັນແກນກາງໃນລະບົບການເມືອງ ແລະ ການພັດທະນາໂລກ. ມາຮອດປັດຈຸບັນ, ພັກກອມມູນິດຈີນກາຍເປັນພັກການ ເມືອງທີ່ໃຫຍ່ທີ່ສຸດໃນໂລກ ດ້ວຍສະ ມາຊິກພັກຫຼາຍກວ່າ 99 ລ້ານຄົນ. ການນຳພາທີ່ເຂັ້ມແຂງມາຈາກໂຄງສ້າງການຈັດຕັ້ງທີ່ເປັນລະບົບ, ຢຶດໝັ້ນໃນທິດສະດີມາກ ແລະ ການນຳໃຊ້ “ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ” ຊຶ່ງແມ່ນການປະສົມປະສານລະຫວ່າງກົນໄກຕະຫຼາດ ແລະ ການວາງແຜນແບບລວມສູນຢ່າງມີປະສິດທິຜົນ. ພາຍໃຕ້ການນຳພາຂອງສະ ຫາຍ ສີ ຈິ້ນຜິງ, ພັກໄດ້ສຸມໃສ່ “ຄວາມໃຝ່ຝັນຂອງຈີນ” ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນໃນຍຸກໃໝ່. ສະຫາຍ ຄຳມອນ ຈັນທະຈິດ ໄດ້ສະຫຼຸບມ້ວນທ້າຍວ່າ: “105 ປີ ແຫ່ງການເຕີບໃຫຍ່ຂະຫຍາຍ ຕົວຂອງ ສປ ຈີນ ພາຍໃຕ້ການນຳ ພາຂອງພັກກອມມູນິດຈີນແມ່ນສາ ມາດສ້າງໄດ້ຫຼາຍ ສິ່ງມະຫັດສະຈັນ ຊຶ່ງເຮັດໃຫ້ໂລກຮັບຮູ້ ແລະ ເປັນບົດຮຽນທີ່ມີຄຸນຄ່າໃຫ້ແກ່ປະຊາຊາດອື່ນໆໃນການພັດທະນາປະເທດຊາດ”.

ສັງລວມແລ້ວ, ຕະຫຼອດ 105 ປີຜ່ານມາພັກກອມມູນິດຈີນໄດ້ບາກບັ່ນສູ້ຊົນທີ່ຍິ່ງໃຫຍ່, ນຳພາປະຊາຊົນຈີນສາມັກຄີເຂົ້າກັນ ເພື່ອຂຽນໜ້າປະຫວັດສາດໃໝ່ໃນຂະບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ເພີ່ມພະລັງແຮງ ໃໝ່ເຂົ້າໃນການສ້າງອະນາຄົດຂອງມວນ ມະນຸດທີ່ດີງາມກວ່າເກົ່າ ໂດຍຮ່ວມກັບປະຊາຊົນປະເທດຕ່າງໆໃນ ໂລກ. ພັກກອມມູນິດຈີນ ໂດຍມີສະຫາຍ ສີ ຈິ້ນຜິງ ເປັນແກນກາງຍິ່ງ ໄດ້ສືບຕໍ່ຢຶດໝັ້ນປະຕິບັດນະໂຍບາຍພື້ນຖານແຫ່ງຊາດ, ເດັດດ່ຽວປະຕິບັດຍຸດທະສາດ ເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງໂອກາດໃໝ່ໃຫ້ແກ່ໂລກດ້ວຍການພັດທະນາໃໝ່ຂອງຈີນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສ້າງເສດຖະກິດແບບເປີດປະຕູສູ່ພາຍນອກໃນລະດັບສູງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດຕ່າງໆໃຫ້ດີກວ່າເກົ່າເລັ່ງລັດສ້າງປະເທດເຂັ້ມແຂງດ້ານການຄ້າ, ຊຸກຍູ້ການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຮ່ວມກັນໃຫ້ມີການພັດທະນາໃນຄຸນນະພາບສູງ, ປົກປັກຮັກສາສະຖານະເສດຖະກິດ ແລະ ການພົວພັນເສດຖະກິດ-ການຄ້າສາກົນໃຫ້ມີຫຼາຍເຄົ້າ ແລະ ມີຄວາມໝັ້ນທ່ຽງ.

ທົ່ວພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ: “ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງຈະສາມາດຍາດໄດ້ຜົນສໍາເລັດຮອບດ້ານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ” ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກໍຄືການສ້າງສັງຄົມນິຍົມທີ່ເຂັ້ມແຂງທັນສະໄໝ ຮອບດ້ານ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ແລະ ການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນໃຫ້ປະ ກົດຜົນເປັນຈິງຢ່າງມີໄຊ.

ໂດຍ: ດວງຈິດ ສະຫວັດບຸນມີ

ຂາໍ່ນັບຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ຢ່າງສຸດໃຈ!

ອະທິບາຍຮູບ:

- ຕອນຄໍ່າວັນທີ 29/6/2026 ທ່ານ ສີຈິ້ນຜິງ ພ້ອມການນຳຈີນ ແລະ ມວນຊົນປະມານ3ຄົນເຂົ້າຮ່ວມງານດົນຕີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ105 ປີ

- ຈີນເນັ້ນການກໍ່ສ້າງລົດໄຟຄວາມໄວສູງທີ່ມີຄຸນນະພາບແລະປະສິດທິພາບສູງ

- ນັກບິນອະວະກາດຈີນໃນຍານ Shenzhou-23

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ