ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ
ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ

 

ແລະ ມາດຕະການຕ່າງໆທີ່ສອດຄ່ອງ,ຢ່າງມີປະສິດທິຜົນຊຶ່ງໄດ້ເຮັດໃຫ້ຂະແໜງດັ່ງກ່າວສາມາດແກ້ໄຂຄວາມຫຍຸ້ງຍາກໃນດ້ານຕ່າງໆໄດ້ໂດຍພື້ນຖານ ແລະ ສາມາດຂັບເຄື່ອນການເຄື່ອນໄຫວປະຕິບັດແຜນງານຕ່າງໆຍາດໄດ້ຜົນງານຢ່າງຕໍ່ເນື່ອງ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ-ບໍ່ແຮ່ ກ່າວໃນກອງປະຊຸມວຽກງານພະລັງງານ-ບໍ່ແຮ່ ທົ່ວປະເທດປະຈຳປີ 2024ຜ່ານມາວ່າ:ອັນທີ່ເປັນພື້ນຖານຂະແໜງການພວກເຮົາຍັງສາມາດຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການ ປົກຄອງແຕ່ລະຂັ້ນ ກ່ຽວກັບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ຢ່າງຖືກຕ້ອງ, ຢຶດຖືຫຼັກກົດໝາຍໂດຍສະເພາະໃນຂະແໜງການກໍມີກົດໝາຍສະເພາະ 3 ສະບັບ ທີ່ເປັນຫຼັກໃນການດໍາເນີນວຽກງານ ແລະ ຄຸ້ມຄອງຂະແໜງການ ຕາມຫຼັກການທາງດ້ານເຕັກນິກສະເພາະຂອງວຽກງານ ຂະແໜງການ ພະລັງງານ ແລະ ບໍ່ແຮ່,ຜົນສໍາເລັດໃນການພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່,ໃນໄລຍະທີ່ຜ່ານມາ ໄດ້ກາຍເປັນພື້ນຖານທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດທີ່ມີຄຸນນະພາບ, ເປັນຕົ້ນແມ່ນການປະກອບສ່ວນ ເຂົ້າໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ງົບປະມານໃນໄລຍະທີ່ຜ່ານມາ ແລະ ທັງເປັນຂະແໜງການທີ່ຊ່ວຍຂັບເຄື່ອນແກ້ໄຂສິ່ງທ້າທາຍທາງດ້ານເສດຖະກິດທີ່ປະເທດເຮົາກຳລັງປະເຊີນຢູ່.

ທ່ານກ່າວຕື່ມວ່າ:ໃນໄລຍະທີ່ຜ່ານມາ,ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ກໍຍັງມີຈຸດອ່ອນ ແລະ ດ້ານທີ່ເຮັດບໍ່ທັນໄດ້ດີ, ເປັນຕົ້ນ:ຄຸນນະພາບໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ຍັງບໍ່ສູງເທົ່າທີ່ຄວນ, ສະພາບການພັດທະນາຍັງຂາດຄວາມດຸ່ນດ່ຽງ,ຄວາມສັກສິດ ໃນການບັງຄັບໃຊ້ກົດໝາຍ ແລະ ນິຕິກຳຢູ່ໃນບາງບ່ອນຍັງບໍ່ທັນສູງເທົ່າທີ່ຄວນ.ສະນັ້ນ,ຜ່ານມາຈຶ່ງມີຫຼາຍປະກົດການຫຍໍ້ທໍ້ເກີດຂຶ້ນ, ການຄົ້ນຄວ້າ, ສຶກສາຂໍ້ມູນບາງໂຄງການຍັງບໍ່ຊັດເຈນ, ຮັດກຸມ, ເຮັດໃຫ້ການອະນຸມັດໃນບາງໂຄງການຍັງບໍ່ສອດຄ່ອງ ແລະ ອື່ນໆ, ສະພາບການປະຕິບັດສັນຍາ, ພັນທະດ້ານຕ່າງໆຂອງຜູ້ປະກອບການ, ຜູ້ລົງທຶນຈໍານວນໜຶ່ງຍັງບໍ່ທັນຖືກຕ້ອງ, ເຂັ້ມງວດ, ຂາດຄວາມເອົາໃຈໃສ່ ແລະ ທັນເວລາ. ເຫັນໄດ້ໃນປັດຈຸບັນນີ້ ການອະນຸມັດໂຄງການລົງທຶນ ໃນຂະແໜງການ ພບ ນັ້ນກໍມີຫຼາຍ,ຈຶ່ງຮຽກຮ້ອງໃຫ້ຕ້ອງໄດ້ມີການປັບປຸງແບບແຜນວິທີເຮັດວຽກຫຼາຍອັນ ເພື່ອໃຫ້ການປະຕິບັດໜ້າທີ່ຂອງອໍານາດລັດໃນການຄຸ້ມຄອງວຽກງານຕາມຫຼັກວິຊາການ ໄດ້ຖືກຈັດຕັ້ງຢ່າງເອົາໃຈໃສ່ຮັບປະກັນ. ຄວາມຈຳເປັນໃນການເພີ່ມທະວີປະສິດທິພາບໃນການປະສານງານເຮັດວຽກພາຍໃນຂະແໜງການ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ