![]() |
ໃນພິທີ, ທ່ານ ວັນໄຊ ວັນນະວົງ ໄດ້ເຜີຍແຜ່ລະບຽບການ ແລະ ເນື້ອໃນສຳຄັນກ່ຽວກັບບັດພະ ນັກງານ-ລັດຖະກອນ ຊຶ່ງເປັນເອກະສານທາງການສຳຄັນ ສຳລັບຢັ້ງຢືນຖານະ, ສິດ, ຕົວຕົນ ແລະ ຄວາມເປັນມືອາຊີບຂອງພະນັກງານ-ລັດຖະກອນ, ພ້ອມທັງອຳນວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສໃນການປະສານງານ ແລະ ປະຕິບັດໜ້າທີ່ຮັບໃຊ້ລັດ ແລະ ປະຊາຊົນ. ພ້ອມນີ້, ໄດ້ເນັ້ນໜັກເຖິງຈຸດປະສົງ, ເປົ້າໝາຍ, ຫຼັກການພື້ນຖານ, ລະບຽບການນຳໃຊ້, ອາຍຸການ ແລະ ຂໍ້ຫ້າມຕ່າງໆ ເພື່ອໃຫ້ພະນັກງານ-ລັດຖະກອນນຳໃຊ້ບັດດັ່ງກ່າວຢ່າງຖືກຕ້ອງ, ເຄັ່ງຄັດ ແລະ ເກີດປະໂຫຍດສູງ ສຸດ.
ໃນໂອກາດດຽວກັນ, ທ່ານ ນາງ ໄຍຄຳ ສີຊານົນ ໄດ້ໂອ້ລົມເນັ້ນໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານຄັງເງິນແຫ່ງລັດ ກໍຄືຄັງເງິນແຫ່ງຊາດປະຈຳແຂວງ ໃນການຫັນວຽກ ງານໄປສູ່ຄວາມທັນສະໄໝ. ການມອບ-ຮັບບັດພະນັກງານ-ລັດຖະກອນໃນຄັ້ງນີ້ ຖືເປັນອີກຂີດໝາຍໜຶ່ງຂອງການປັບປຸງການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບຽບຫຼັກການ ແລະ ກົດໝາຍ, ມີຄວາມທັນສະໄໝ, ຈະແຈ້ງ ແລະ ມີປະສິດທິພາບ.
ການນຳໃຊ້ບັດດັ່ງກ່າວ ຍັງຊ່ວຍໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນເຂົ້າສູ່ລະບົບລວມສູນ, ຂໍ້ມູນມີຄວາມຖືກຕ້ອງ, ຈະແຈ້ງ ແລະ ສອດຄ່ອງຕາມສະພາບຕົວຈິງ, ຮັບປະກັນຄວາມໂປ່ງໃສ- ຍຸຕິທຳ, ພ້ອມທັງເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງ, ພ້ອມທັງປັບປຸງຂໍ້ມູນຊີວະປະຫວັດໃຫ້ຖືກຕ້ອງຕາມລະບຽບການ.
ຈາກນັ້ນ, ໃນພິທີໄດ້ມີການມອບ-ຮັບບັດໃຫ້ແກ່ພະນັກງານ-ລັດຖະກອນຄັງເງິນແຫ່ງລັດປະຈຳແຂວງ ແລະ ປະຈຳເມືອງ ຈຳນວນ 15 ທ່ານ, ໃນນັ້ນ ເປັນເພດຍິງ 10 ທ່ານ.
ຂ່າວ: ວົງສະໄໝ

ຄໍາເຫັນ