ຄັງສຳຮອງນ້ຳມັນເຊື້ອໄຟຍຸດທະສາດຂອງອາເມຣິກາ ຫຼຸດລົງຕ່ຳກວ່າ 300 ລ້ານບາເຣວ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລາຄານ້ຳມັນສາກົນໄດ້ເພີ່ມຂຶ້ນຢ່າງຈະແຈ້ງ. ນັບມາຮອດເວລາປິດຕະຫຼາດໃນມື້ດຽວກັນ, ລາຄານ້ຳມັນດິບທາດເບົາທີ່ສັ່ງຊື້ລ່ວງໜ້າ ຊຶ່ງຈະສົ່ງມອບໃນເດືອນກັນຍາ ໃນຕະຫຼາດຊື້-ຂາຍສິນຄ້ານິວຢອກ ໄດ້ເພີ່ມຂຶ້ນ 3.95 ໂດລາ ມາຢູ່ທີ່ 82.13 ໂດລາ, ເພີ່ມຂຶ້ນ 5.05%; ລາຄານ້ຳມັນດິບແບຣນລອນດອນທີ່ສັ່ງຊື້ລ່ວງໜ້າ ຊຶ່ງຈະສົ່ງມອບໃນເດືອນຕຸລາປີນີ້ໄດ້ເພີ່ມຂຶ້ນ 4.17 ໂດລາ ມາຢູ່ທີ່ 87.72 ໂດລາ, ເພີ່ມຂຶ້ນ 4.99%.
ໂຕເລກຂໍ້ມູນຈາກກະຊວງພະລັງງານ ສະຫະລັດ ອາເມຣິກາ ສະແດງໃຫ້ເຫັນວ່າ: ຄັງສຳຮອງນ້ຳມັນເຊື້ອໄຟຍຸດທະສາດຂອງ ສະຫະລັດ ອາເມຣິກາ ໃນເດືອນສິງຫາໄດ້ຫຼຸດລົງເຫຼືອ 298.7 ລ້ານບາເຣວ ຊຶ່ງໄດ້ສ້າງສະຖິຕິຕ່ຳສຸດນັບແຕ່ປີ 1983 ເປັນຕົ້ນມາ. ຕາມຂ່າວແຈ້ງວ່າ, ສະຫະລັດ ອາເມຣິກາ ໄດ້ປ່ອຍນ້ຳມັນດິບໃນຄັງສຳຮອງອອກມາຕະຫຼອດ ເພື່ອແກ້ໄຂບັນຫາການຂາດເຂີນນ້ຳມັນໃນຕະຫຼາດຍ້ອນສົງຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ. ລັດຖະບານ ທ່ານ ໂດໂນ ທຣຳ ເຄີຍສັ່ງໃຫ້ປ່ອຍຄັງສຳຮອງນ້ຳມັນ 172 ລ້ານບາເຣວໃນເດືອນມີນາປີນີ້ ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດທົ່ວໂລກ.
ຄໍາເຫັນ