ຄັງສຳຮອງນ້ຳມັນເຊື້ອໄຟທົ່ວໂລກກຳລັງຫຼຸດລົງດ້ວຍຈັງຫວະໄວແບບບໍ່ເຄີຍມີມາກ່ອນ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ອົງການພະລັງງານສາກົນ ຫຼື IEA ປະກາດບົດລາຍງານກ່ຽວກັບນ້ຳມັນເຊື້ອໄຟປະຈຳເດືອນສະບັບຫຼ້າສຸດ ໂດຍລະບຸວ່າ: ການປິດກັ້ນຊ່ອງແຄບຮໍມຸສເຮັດໃຫ້ສົ່ງຜົນກະທົບຕໍ່ການສະໜອງນ້ຳມັນເຊື້ອໄຟນັບມື້ນັບໃຫຍ່ຫຼວງກວ່າເກົ່າ, ຄັງສຳຮອງນ້ຳມັນເຊື້ອໄຟທົ່ວໂລກກຳລັງຫຼຸດລົງດ້ວຍຈັງຫວະໄວແບບບໍ່ເຄີຍມີມາກ່ອນ. ເມື່ອລະດູຮ້ອນທີ່ມີຄວາມຕ້ອງການນ້ຳມັນເຊື້ອໄຟເພີ່ມຂຶ້ນ ໃກ້ຈະມາເຖິງ, ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກອາດຈະມີການປ່ຽນແປງຕື່ມອີກ.
ບົດລາຍງານລະບຸວ່າ: ຍ້ອນກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຖືກຈຳກັດຢູ່ຊ່ອງແຄບຮໍມຸສ, ປະເທດທີ່ຜະລິດນ້ຳມັນເຊື້ອໄຟຢູ່ອ່າວເປີເຊຍໄດ້ສູນເສຍນ້ຳມັນເຊື້ອໄຟຫຼາຍກວ່າ 1 ຕື້ບາເຣວ, ປັດຈຸບັນ, ຍ້ອນຈຳເປັນຕ້ອງຢຸດເຊົາ, ເຮັດໃຫ້ຕ້ອງຫຼຸດການຜະລິດນ້ຳມັນເຊື້ອໄຟສະເລ່ຍ 14 ລ້ານບາເຣວສະເລ່ຍຕໍ່ມື້ ຊຶ່ງເປັນຜົນກະທົບຮ້າຍແຮງແບບບໍ່ເຄີຍມີມາກ່ອນສຳລັບການສະໜອງນ້ຳມັນເຊື້ອໄຟ.
ຄໍາເຫັນ