ເຂົ້າຫຼາມ-ປີ້ງໄກ່ ອາຫານສັນຍາລັກໜຶ່ງຂອງງານບຸນປະເພນີລາວ

ເຂົ້າຫຼາມ-ປີ້ງໄກ່ ອາຫານສັນຍາລັກໜຶ່ງຂອງງານບຸນປະເພນີລາວ
ໂດຍ: ວັນເພັງ
ເຂົ້າຫຼາມ-ປີ້ງໄກ່ ເປັນອາຫານສັນຍາລັກໜຶ່ງຂອງບຸນປະເພນີລາວ ກໍຄືງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ງານບຸນດັ່ງກ່າວເປັນໜຶ່ງປາງບຸນໃຫຍ່ຂອງຊາດ ທີ່ຈັດຂຶ້ນໃນທຸກໆປີ, ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລານີ້, ຊຶ່ງເປັນງານບຸນທີ່ນອນໃນຮີດ 12 ຄອງ 14 ປະເພນີລາວ, ທີ່ເຄີຍສືບທອດກັນມາຮອດປັດຈຸບັນ. 
ການຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອ ໂດຍສະເພາະຢູ່ທ່າວັດຈັດ ແມ່ນໄດ້ປະຕິບັດຄືທຸກໆປີ ມີກິດຈະກຳທາງສາສະໜາ ຄື: ຕອນແລງຂອງມື້ຂຶ້ນ 15 ຄໍ່າເດືອນ 11 ພສ 2566 ຈະມີພິທີ ລອຍກະໂທງ, ປ່ອຍໂຄມໄຟ, ໄຫຼເຮືອໄຟ ແລະ ກິດຈະກຳອື່ນໆ. ໃນນັ້ນ, ມື້ສຸດທ້າຍຂອງງານບຸນ ຄືມື້ແຮມ 1 ຄໍ່າ ເດືອນ 11 ຈະມີພິທີແຂ່ງຂັນຊ່ວງເຮືອປະເພນີ, ມີການຄົບງັນຕະຫຼອດມື້ຖືວ່າເປັນອັນສິ້ນສຸດຂອງງານບຸນ. ໃນນັ້ນ, ຍັງມີປະຊາຊົນພໍ່ຄ້າຊາວຂາຍ, ຫ້າງຮ້ານ, ບໍລິສັດນຳເອົາສິນຄ້າຕ່າງໆຂອງຕົນມາວາງສະແດງ-ຈຳໜ່າຍຂາຍ ເປັນຈຳນວນຫຼາຍ ເພື່ອໃຫ້ຜູ້ມາທ່ຽວງານບຸນໄດ້ຈັບຈ່າຍຊື້ຕິດໄມ້ຕິດມືກັບບ້ານ ຊຶ່ງເຮັດໃຫ້ມີບັນຍາກາດຄວາມຄືກຄື້ນເປັນພິເສດ ໂດຍສະເພາະງານບຸນທີ່ຂາດບໍ່ໄດ້ ມັກຈະເຫັນປະຊາຊົນຊາວຄ້າຂາຍ ນຳເອົາເຂົ້າຫຼາມ, ປີ້ງໄກ່ມາວາງຈຳໜ່າຍໃນງານບຸນ ນັບວ່າການຂາຍສິນຄ້າປະເພດດັ່ງກ່າວ ເປັນໜຶ່ງສັນຍາລັກຂອງງານບຸນປະເພນີລາວກໍວ່າໄດ້, ມີງານບຸນຕ້ອງມີເຂົ້າຫຼາມ, ປີ້ງໄກ່.
ທ່ານ ນາງ ແລັດ ແສງທິລາດ ແມ່ຄ້າຂາຍເຂົ້າຫຼາມ, ປີ້ງໄກ່ ມາຈາກ ບ້ານໂນນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ສຳພາດຕໍ່ນັກຂ່າວປະຊາຊົນວ່າ: ເມື່ອຮອດຍາມບຸນອອກພັນສາ ແລະ ບຸນຊ່ວງເຮືອທ່າວັດຈັນໃນທຸກໆປີ ຈະນຳເອົາປະເພດອາຫານ: ເຂົ້າຫຼາມ, ປີ້ງໄກ່ມາວາງຂາຍໃນທຸກໆປີ, ເພາະການຂາຍສິນຄ້າດັ່ງກ່າວເປັນໜຶ່ງສັນຍາລັກປະເພນີລາວ ທີ່ວາງຂາຍໃນງານບຸນ ແລະ ຂາດບໍ່ໄດ້ມີງານບຸນຕ້ອງມີເຂົ້າຫຼາມ-ປີ້ງໄກ່, ເຖິງແມ່ນວ່າປີນີ້ ການຊື້ວັດຖຸດິບຕ່າງໆທີ່ນຳມາປຸງແຕ່ງເປັນບັ້ງເຂົ້າຫຼາມເພື່ອໃຫ້ອອກມາມີລົດຊາດຊ້ອຍ, ຄ່າເຊົ່າສະຖານທີວາງຂາຍຂ້ອນຂ້າງແພງ ແຕ່ຕ້ອງຂາຍຕາມຄວາມເໝາະສົມ ເຫັນວ່າມວນຊົນສົນໃຈເຂົ້າມາລອງຊິມ, ຈັບຈ່າຍຊື້ຕິດໄມ້ຕິດມື້ກັບບ້ານ.
 ທ່ານ ນາງ ນ້ອຍ ວົງພະຈັນ ແມ່ຄ້າຂາຍເຂົ້າຫຼາມ, ປີ້ງໄກ່ ກໍໄດ້ໃຫ້ຮູ້ວ່າ: ຕົນເອງກໍນຳເຂົ້າຫຼາມ, ປີ້ງໄກ່ມາວາງຂາຍຢູ່ງານບຸນແຫ່ງນີ້ ໃນທຸກໆປີ ໂດຍວາງຂາຍຢູ່ຈຸດ 4 ແຍກບ່ອນຝາກລົດໃຫຍ່ ກົງກັນຂ້າມກັບທະນາຄານການຄ້າຕ່າງປະເທດລາວ, ສ່ວນເຂົ້າຫຼາມທີ່ນຳມາຈໍາໜ່າຍແມ່ນຊື້ວັດຖຸດິບຕ່າງໆຈາກບ່ອນອື່ນແລ້ວນຳມາປຸງແຕ່ງເອງ, ໂດຍຈັດສັນເອົາບັງໄມ້ໄຜ່ເຈ້ຍ (ບັງເຂົ້າຫຼາມ), ມີເຂົ້າໜຽວອ່ອນນຸ້ມ, ຫອມ, ນໍ້າກະທິໝາກພ້າວ, ໝາກມັນ, ໝາກພ້າວແກ່, ນໍ້າຕານ ແລະ ອື່ນໆ. ຊຶ່ງເຂົ້າຫຼາມ-ປີ້ງໄກ່ເຮັດເອງໃໝ່ສົດທຸກມື້, ສ່ວນເຂົ້າຫຼາມຂາຍລາຄາເລີ່ມຕົ້ນ ບັ້ງລະ 15.000 ກີບ ຫາ 20.000 ກີບ ມື້ໜຶ່ງສາມາດຂາຍໄດ້ 100 ບັ້ງ/ມື້, ສ່ວນປີ້ງໄກ່ຂາຍໃນລາຄາເລີ່ມຕົ້ນ 30.000 ກີບ ຫາ 120.000 ກີບ. 
ປັດຈຸບັນເຂົ້າຫຼາມ-ປີ້ງໄກ່ເປັນຖືວ່າເປັນອີກໜຶ່ງສັນຍາລັກມີຂາຍໃນງານບຸນປະເພນີລາວ. ສະນັ້ນທ່ານໃດທີ່ໄປທ່ຽວງານບຸນດັ່ງກ່າວກໍສາມາດໄປຊອກຊື້ຮັບປະທານ ແລະ ຈັບຈ່າຍຊື້ຕິດໄມ້ຕິດມື້ກັບບ້ານໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

ທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 29 ມັງກອນ 2007, ເປັນທະນາຄານສະເພາະກິດ, ສະໜອງແຫຼ່ງທຶນດອກເບ້ຍຕໍ່າ ຂອງລັດຖະບານເຂົ້າໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຢູ່ບັນດາເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາ ຂອງທ້ອງຖິ່ນ-ຂອງລັດຖະບານ ແລະ ບ້ານ 3 ສ້າງ
ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ເມືອງຕະໂອ້ຍ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ

ທ່ານ ຄໍາສະໄຫວ ວິລະກອນ ເລຂາຄະນະບໍລິຫານງານພັກເມືອງຕະໂອ້ຍ ແຂວງສາລະວັນໃຫ້ສຳພາດຕໍ່ສື່ມວນຊົນ ເມືອບໍ່ດົນມານີ້ວ່າ: ພາຍຫຼັງໄດ້ສຳເລັດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ ກໍໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມມະຕິ XIII ຂອງອົງຄະນະພັກເມືອງ ຫັນລົງສູ່ຮາກຖານບ້ານ, ບັນດາໜ່ວຍພັກຕ່າງໆອ້ອມຂ້າງເມືອງ ໃຫ້ທົ່ວເຖີງແຕ່ຫົວທີ
ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ

ພະແນກພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ຮ່ວມກັບ ບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາໂຄງການສໍາຫຼວດແຮ່ຄໍາ, ແຮ່ຕິດພັນ ແລະ ໂຄງການສໍາຫຼວດແຮ່ບົກຊິດ ແລະ ແຮ່ຄໍາ ຢູ່ເຂດເມືອງລະມາມ, ເມືອງດາກຈຶງ ແຂວງເຊກອງຂຶ້ນ ໃນວັນທີ 14 ພຶດສະພາຜ່ານມາ ທີ່ສະໂມສອນເມືອງດາກຈຶງ,
ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ເມືອງຫຼວງນໍ້າທາ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

ວັນທີ 14 ພຶດສະພາຜ່ານມາ ຢູ່ສະໂມສອນຂອງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາວັນປົດປ່ອຍຫຼວງນໍ້າທາ ຄົບຮອບ 63 ປີ (ວັນທີ 6 ພຶດສະພາ 1962-ວັນທີ 6 ພຶດສະພາ 2025), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (ວັນທີ 18 ພຶດສະພາ 1959–18 ພຶດສະພາ2025),
ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກ ແລະ ອາຍັດລົດໃຫຍ່ຫຼາຍຄັນ

ໃນວັນທີ 14 ພຶດສະພານີ້ ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າຕ້ານການສໍ້ລາດບັງຫຼວງສູນກາງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເປັນປະທານຮ່ວມກອງປະຊຸມສະຫຼູບວຽກງານກວດກາ ທົ່ວແຂວງປະຈໍາປີ 2024.
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ອກສລ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ ອົງການກວດສອບແຫ່ງລັດ (ອກສລ) ຄັ້ງທີ IIIໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ອກສລ; ມີ ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ,
ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາກະຊວງ ຮສສ ໃນການນຳໃຊ້ລະບົບດີຈີຕອນ

ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງການຈັດເກັບ ແລະ ການນຳໃຊ້ເອກະສານຮ່ວມກັນຜ່ານລະບົບ G-Share, G-Drive ໃຫ້ກັບຄະນະກົມ ແລະ ຄະນະວິຊາການພາຍໃນ ແລະ ອ້ອມຂ້າງກະຊວງ ຮສສ ຂຶ້ນໃນວັນທີ 13 ພຶດສະພາຜ່ານມາ ທີ່ສຳນັກ ງານດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ, ມີຮອງສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມວິທະຍາກອນຈາກກະຊວງດັ່ງກ່າວເຂົ້າຮ່ວມ.
ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ເມືອງພຽງ ເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ

ໃນວັນທີ 13 ພຶດສະພາຜ່ານມານີ້ ທີ່ທົ່ງນາບ້ານ ນາຕານ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດໂຄງການຮ່ວມມືສູນຜະລິດພັນເຂົ້າລູກປະສົມ ລະຫວ່າງ ບໍລິສັດອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ ແລະ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດຂຶ້ນ, ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີທ່ານ ຈົງກົວຟູ ຜູ້ຊ່ວຍບໍລິສັດ ອາຊີ-ໂປຕາ ສາກົນ(ກວາງໂຈວ) ຈໍາກັດ, ທ່ານ ນາງ ເຕີງຈົງ ປະທານບໍລິສັດ ບໍລິສັດ ຊີງຢວນ ພັດທະນາກະສິກໍາ ຈໍາກັດ.
ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ຄໍາມ່ວນ ເກັບກ່ຽວພຶດລະດູແລ້ງໄດ້ແລ້ວ 8,409 ເຮັກຕາ

ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ. ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ
ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກຊສ ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ ເນື້ອໃນວຽກງານກໍ່ສ້າງພັກ-ພະນັກງານ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມຈັດຕັ້ງຜັນ​ຂະ​ຫຍາຍ​ເນື້ອ​ໃນ​​ວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ​ ແລະ ວຽກງານກວດກາ ທົ່ວປະເທດປະຈໍາປີ 2024 ແລະ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025
ເພີ່ມເຕີມ